ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນ ຈະເຂົ້າຮ່ວມໃນການໄກ່ເກ່ຍ ຄວາມຂັດແຍ້ງໃນ ທະເລຈີນໃຕ້


ເຮືອບິນເຮລິຄັອບເຕີ ລົງຈອດຢູ່ເທິງກຳປັ່ນ Izumo, ກຳປັ່ນ
ບັນທຸກເຮືອບິນເຮລິຄັອບເຕີຂອງກອງກຳລັງປັອງກັນຕົວ
ທາງນ້ຳ ຍີ່ປຸ່ນ (JMSDF) ຢູ່ຖານທັບ JMSDF Yokosuka ໃນແຂວງ Yokosuka, ພາກໃຕ້ຂອງ ໂຕກຽວ, ຍີ່ປຸ່ນ, 6 ທັນວາ, 2016.
ເຮືອບິນເຮລິຄັອບເຕີ ລົງຈອດຢູ່ເທິງກຳປັ່ນ Izumo, ກຳປັ່ນ ບັນທຸກເຮືອບິນເຮລິຄັອບເຕີຂອງກອງກຳລັງປັອງກັນຕົວ ທາງນ້ຳ ຍີ່ປຸ່ນ (JMSDF) ຢູ່ຖານທັບ JMSDF Yokosuka ໃນແຂວງ Yokosuka, ພາກໃຕ້ຂອງ ໂຕກຽວ, ຍີ່ປຸ່ນ, 6 ທັນວາ, 2016.

ຍີ່ປຸ່ນ ກຳລັງເສີມສ້າງອິດທິພົນຂອງຕົນໃນທະເລຈີນໃຕ້, ເຊິ່ງເປັນເຂດແດນທາງນ້ຳໃນ
ເອເຊຍ ທີ່ມີຄວາມຂັດແຍ້ງກັນຢ່າງກວ້າງຂວາງທີ່ສຸດ, ເພື່ອລະງັບການຂະຫຍາຍຕົວ
ຂອງ ຈີນ ແລະ ສະສົມການສະໜັບສະໜູນ ສຳລັບກອງທັບທີ່ກວ້າງໃຫຍ່ຂອງພວກເຂົາ
ເຈົ້າ ພ້ອມກັບຜົນປະໂຫຍດດ້ານເສດຖະກິດດ້ວຍ.

ໃນເດືອນພຶດສະພາປີນີ້, ຍີ່ປຸ່ນ ຈະສົ່ງກຳປັ່ນບັນທຸກເຮືອບິນເຮລິຄັອບເຕີ Izumo ໄປທະ ເລຈີນໃຕ້ ທີ່ທ່າເຮືອແຫ່ງຕ່າງໆໃນເອເຊຍຕະເວັນອອກສຽງໃຕ້ເປັນເວລາສາມເດືອນ ກ່ອນຈະຍ້າຍໄປມະຫາສະໝຸດອິນເດຍ ເພື່ອເຂົາຮ່ວມໃນການຝຶກຊ້ອມກັບ ສະຫະລັດ, ອີງຕາມເວັບໄຊຂ່າວຂອງສະຖາບັນກອງທັບເຮືອ ສະຫະລັດ.

ທ່ານ Collin Koh ສະມາຊິກນັກຄົ້ນຄວ້າກ່ຽວກັບ ຄວາມປອດໄພທາງທະເລ ຢູ່ມະຫາ ວິທະຍາໄລ ເຕັກນິກ Nanyang ໃນປະເທດ ສິງກະໂປ ກ່າວວ່າ “ເຈົ້າຈະເຫັນວ່າ ເຮືອ
ລົບລຳນີ້ ເປັນຄືກັນກັບເຮືອອະເນກປະສົງຫຼາຍກວ່າ. ມັນສາມາດເຮັດໜ້າທີ່ໃນການ
ຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນເທົາເຫດໄພພິບັດ. ມັນສາມາດເຮັດການສູ້ຮົບ
ຕ້ານເຮືອດຳນ້ຳ, ນັ້ນແມ່ນສັນຍານສອງສາມຢ່າງທີ່ ຍີ່ປຸ່ນ ຢາກສົ່ງໃຫ້ຮູ້ຜ່ານການສົ່ງ
ກຳປັ່ນລຳນີ້ໄປ.”

ໂຄສົກກະຊວງການຕ່າງປະເທດຂອງ ຈີນ ໄດ້ອອກມາສະແດງປະຕິກິລິຍາໂຕ້ຕອບ
ກ່ຽວກັບ ເຮືອລົບລຳດັ່ງກ່າວໃນວັນພະຫັດທີ່ຜ່ານມາ ໂດຍຮຽກຮ້ອງໃຫ້ ໂຕກຽວ “ຢຸດ ເຊົາການສ້າງບັນຫາຢູ່ໃນພາກພື້ນ” ແລະ “ເຄົາລົບຄວາມພະຍາຍາມຂອງບັນດາ
ປະເທດທີ່ກ່ຽວຂ້ອງ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໄວ້,”
ອີງຕາມອົງການ
ຂ່າວທາງການ Xinhua.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG