ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນ ກໍາລັງ ຂະຫຍາຍ ອິດທະພົນ ຂອງຕົນ ຢູ່ໃນຟີລິບປິນ ເພື່ອແຂ່ງກັບຈີນ


ທ່ານ Rodrigo Duterte ປະທານາທິບໍດີຟີລິບປິນ ຈັບມືກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ພາຍຫລັງສິ້ນສຸດພິທີເຊັນສັນຍາ ແລະຖະແຫລງການຮ່ວມກັນ ຢູ່ທີ່ບ້ານພັກທາງການຂອງທ່ານ Abe ຢູ່ນະຄອນໂຕກຽວ ໃນວັນທີ 30 ຕຸລາ, 2017.
ທ່ານ Rodrigo Duterte ປະທານາທິບໍດີຟີລິບປິນ ຈັບມືກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ພາຍຫລັງສິ້ນສຸດພິທີເຊັນສັນຍາ ແລະຖະແຫລງການຮ່ວມກັນ ຢູ່ທີ່ບ້ານພັກທາງການຂອງທ່ານ Abe ຢູ່ນະຄອນໂຕກຽວ ໃນວັນທີ 30 ຕຸລາ, 2017.

ຍີ່ປຸ່ນກໍາລັງຂະຫຍາຍອິດທະພົນຂອງຕົນຢູ່ໃນຟີລິບປິນ ເພື່ອແຂ່ງກັບຈີນ ທີ່ເປັນ
ຂູ່ແຂ່ງໃນລະດັບພາກພື້ນນັ້ນ ຊຶ່ງເປັນການເພີ້ມຄວາມຍິນດີຕໍ່ໂຄງການປ່ຽນໃໝ່
ພື້ນຖານໂຄງລ່າງທັງໝົດ ຢູ່ໃນປະເທດຂອງເຂດເອເຊຍຕາເວັນອອກສຽງໃຕ້ ທີ່
ຂ້ອນຂ້າງທຸກຈົນແຫ່ງນັ້ນ ແລະກໍເປັນການເພີ້ມຄວາມຍິນດີ ຕໍ່ຄວາມພະຍາຍາມ
ທີ່ສຸດຂອງຍີ່ປຸ່ນ ໃນດ້ານການເມືອງທີ່ມີລັກສະນະພູມສາດນັ້ນ.

ຢູ່ໃນເວັບໄຊຂອງປະທານາທິບໍດີ ໃນນະຄອນຫລວງ Manila ຂຽນວ່າ ທ່ານ
Rodrigo Duterte ປະທານາທິບໍດີຟີລິບປິນ ໄດ້ພົບກັບນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານ Shinzo Abe ໃນຕົ້ນອາທິດນີ້ ກໍຄືວັນທີ 30 ຕຸລາ ເພື່ອສົນທະນາກ່ຽວກັບ
"ແນວທາງທີ່ໜັກແໜ້ນ, ມີກໍານົດເວລາແລະມີລັກສະນະສະເພາະເຈາະຈົງໃນການ
ເພີ້ມທະວີການຮ່ວມມືແບບສອງຝ່າຍຂຶ້ນ."

ພວກນັກວິເຄາະເຫດການເວົ້າວ່າ ທ່ານ Duterte ກໍາລັງໃຊ້ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ
ແຂ່ງກັບຈີນ ຊຶ່ງໃນປີກາຍນີ້ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ການຊ່ວຍເຫລືອຫລາຍ
ກວ່າປະ ເທດອື່ນໆ ໂດຍສະເໜີໃຫ້ເງິນຈໍານວນ 24 ພັນລ້ານໂດລາ ເພື່ອຊ່ວຍເຫລືອ ແລະລົງທຶນໃນປະເທດດັ່ງກ່າວ. ຈີນ ແລະຍີ່ປຸ່ນ ທີ່ມີປະຫວັດໃນການຂັດແຍ້ງກັນ
ທາງການເມືອງແບບສອງຝ່າຍຢູ່ແລ້ວນັ້ນ ກໍາລັງແຂ່ງຂັນກັນ ເພື່ອຂະຫຍາຍການ
ຮ່ວມມືທາງເສດຖະກິດ ແລະການຮ່ວມມືທາງດ້ານການທະຫານຢູ່ໃນພາກພື້ນສ່ວນ
ໃຫຍ່ຂອງຂົງເຂດເອເຊຍຕາເວັນອອກສຽງໃຕ້.

ທ່ານ Jeff Kingston ທີ່ເປັນຜູ້ຂຽນປຶ້ມ ແລະອາຈາກສອນໃນມະຫາວິທະຍາໄລ
Temple ຂອງຍີ່ປຸ່ນເວົ້າວ່າ "ທ່ານ Duterte ໃຊ້ຝ່າຍນຶ່ງຕໍ່ລອງກັບອີກຝ່າຍນຶ່ງ ແລ້ວ
ທ່ານກໍເວົ້າວ່າ ເປັນຫຍັງຈຶ່ງເຮັດແນວນັ້ນບໍ່ໄດ້?'" "ຍີ່ປຸ່ນພະຍາຍາມທີ່ຈະດຶງດູດເອົາ
ສາຍສໍາພັນອັນເກົ່າກັບປະເທດຕ່າງຂອງຕົນເຂົ້າມາ ແລະພວກເຮົາກໍເປັນປະເທດ
ເພື່ອນບ້ານທີ່ເພິ່ງພາອາໄສ ແລະເຊື່ອໃຈໄດ້ຫລາຍກວ່າໝູ່ ຕໍ່ປະເທດເຫລົ່ານັ້ນ.'"

ທ່ານ Duterte ທີ່ໄດ້ຂຶ້ນດໍາລົງຕໍາແໜ່ງນັບແຕ່ປີ 2016 ເປັນຕົ້ນມາ ໄດ້ໄປຢ້ຽມຢາມ
ໂຕກຽວເປັນຄັ້ງທີສອງ ໃນວັນທີ 30 ຫາ 31 ຕຸລາປີນີ້. ການພົບປະກັບທ່ານ Abe
ລວມມີການປຶກສາຫາລື ບັນຫາທາງເສດຖະກິດຕ່າງໆ. ທ່ານ Abe ໄດ້ໃຫ້ຄໍາໝັ້ນ
ສັນຍາວ່າຈະໃຫ້ທຶນຊ່ວຍເຫລືອ 1 ພັນຕື້ເຢນ ຫລື 8 ພັນ 8 ຮ້ອຍລ້ານໂດລາ ໃນ
ການສົ່ງເສີມທາງເສດຖະກິດ, ອີງຕາມການລາຍງານຂອງສື່ມວນຊົນໃນນະຄອນ
ໂຕກຽວໃນອາທິດນີ້, ຊຶ່ງເທົ່າກັບສອງທົບຂອງຈໍານວນທີ່ທ່ານໄດ້ສະເໜີໃຫ້ໃນເດືອນ
ມັງກອນທີ່ຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG