ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຍີ່ປຸ່ນ ຮັບຮອງເອົາ ຮ່າງກົດໝາຍ ຍົກເລີກ ຂໍ້ຈຳກັດ ຕໍ່ ກອງທັບ


ກຳລັງປ້ອງກັນໂຕ ທາງພາກພື້ນດິນ ຂອງຍີ່ປຸ່ນ ພວມຍິງປືນໃຫຍ່ ໃນລະຫວ່າງການຊ້ອມລົບ ໃກ້ໆກັບພູ ຟູຈິ. (19 ສິງຫາ 2014)
ກຳລັງປ້ອງກັນໂຕ ທາງພາກພື້ນດິນ ຂອງຍີ່ປຸ່ນ ພວມຍິງປືນໃຫຍ່ ໃນລະຫວ່າງການຊ້ອມລົບ ໃກ້ໆກັບພູ ຟູຈິ. (19 ສິງຫາ 2014)

ສະພາສູງຂອງຍີ່ປຸ່ນ ໄດ້ຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍ
ຄວາມໝັ້ນຄົງໃນຕອນເຊົ້າຂອງວັນເສົາມື້ນີ້ ຊຶ່ງຈະໂຍະຍານ
ຜ່ອນຜັນໃນຂໍ້ຈຳກັດຮັດແຄບຈຳນວນນຶ່ງທີ່ມີຕໍ່ກອງທັບໂດຍ
ລັດຖະທຳມະນູນທີ່ຮັກສັນຕິຂອງປະເທດ ໃນຍຸກຫຼັງສົງຄາມ
ໂລກຄັ້ງທີ 2 ແຕ່ມັນກໍເປັນຮ່າງກົດໝາຍ ທີ່ໄດ້ມີການຕໍ່ສູ້ກັນ
ຫຼາຍເກີນກວ່າ ນາຍົກລັດຖະມົນຕີ Shinzo Abe ຄາດຫວັງ
ຢາກໃຫ້ມີຂຶ້ນ.

ພວກຮັກສັນຕິ ທີ່ຄັດຄ້ານຕໍ່ການປ່ຽນແປງດັ່ງກ່າວ ໄດ້ປະສົບ
ກັບຄວາມສຳເລັດ ໃນການຫັນຫາງສຽງມະຫາຊົນ ໃຫ້ຕໍ່ຕ້ານ
ມາດຕະການດັ່ງກ່າວສ່ວນນຶ່ງແມ່ນຍ້ອນການຈັດໃຫ້ການໂຮມ
ຊຸມນຸມເດີນຂະບວນຂະໜາດໃຫຍ່ຢູ່ໃນທົ່ວປະເທດ.

ນຶ່ງໃນການຢັ່ງຫາງສຽງ ເມື່ອໄວໆມານີ້ ສະແດງໃຫ້ເຫັນວ່າ 54 ເປີເຊັນ ຂອງຜູ້ທີ່ຕອບຄຳ ຖາມ ແມ່ນຄັດຄ້ານຕໍ່ຮ່າງກົດໝາຍນີ້ ໃນຂະນະທີ່ມີພຽງແຕ່ 29 ເປີເຊັນເທົ່ານັ້ນ ໃຫ້ການ ສະໜັບສະໜຸນ. ແຕ່ສ່ວນໃຫຍ່ຂອງສະມາຊິກສະພາແລະປະຊາຊົນໃນພາກສ່ວນຫລວງ
ຫຼາຍ ແມ່ນໃຫ້ການສະໜັບສະໜຸນ ຕໍ່ການປ່ຽນແປງ ທີ່ເຂົາເຈົ້າກ່າວວ່າ ຈະປັບປຸງຄວາມ ປອດໄພຂອງປະເທດ ໂດຍເຮັດໃຫ້ກອງທັບມີຄວາມຮັບຜິດຊອບຫຼາຍຂຶ້ນ ໃນການແບກ ຫາບພາລະກິດໃນດ້ານປ້ອງກັນປະ ເທດ.

ຢູ່ໃນສະພາແຫ່ງຊາດ ບັນດາສະມາຊິກຂອງພັກປະຊາທິປະໄຕ ຊຶ່ງເປັນພັກຝ່າຍຄ້ານໄດ້ ພະຍາຍາມ ທີ່ຈະເຮັດໃຫ້ການລົງຄະແນນສຽງຊັກຊ້າ ຊຶ່ງໃນວັນສຸກວານນີ້ ພັກຝ່າຍຄ້ານ ໄດ້ພະຍາຍາມນຳສະເໜີຮ່າງກົດໝາຍສະບັບນຶ່ງເພື່ອຕິຕຽນນາຍົກລັດຖະມົນຕີ Abe ແຕ່ ຍັດຕິດັ່ງກ່າວ ດັ່ງທີ່ໄດ້ຄາດໝາຍໄວ້ ໄດ້ຮັບຄວາມປະລາໄຊ.

ສະມາຊິກພັກຝ່າຍຄ້ານຄົນນຶ່ງ ໄດ້ພະຍາຍາມທີ່ຈະຍ່າງຊ້າໆ ໄປລົງຄະແນນສຽງ ແຕ່ໄດ້ ຖືກສັ່ງໂດຍປະທານກອງປະຊຸມ ໃຫ້ຍ່າງໄວຂຶ້ນ.

ໃນຕົ້ນອາທິດນີ້ ພວກຄັດຄ້ານຕໍ່ຮ່າງກົດໝາຍດັ່ງກ່າວ ໄດ້ຕໍ່ສູ້ກັບບັນດາສະມາຊິກ ຂອງ ພັກເສລີປະຊາທິປັດ ກ່ຽວກັບບັນຫາເລື້ອງຂັ້ນຕອນ ທີ່ຈະຍຸດຕິການອະພິປາຍໃດໆຕື່ມ ອີກ.

Japan Security Bill
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG