ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ​ຜະລິດ​ເຄຶ່ອງ ອີ​ເລກ​ໂທຣນິກ OLYMPUS ກໍາລັງ​ຖືກສືບສວນ​


ອະດີດປະທານ ແລະຫົວໜ້າບໍລິຫານງານຂອງບໍລິສັດຜະລິດເຄຶ່ອງ ອີເລກໂທຣນິກ OLYMPUS ທ່ານ Michael Woodford ກ່າວຕໍ່ນັກຂ່າວທີ່ກຸງໂຕກຽວ ຂອງຍີ່ປຸ່ນ ໃນວັນທີ 25 ພະຈິກ, 2011
ອະດີດປະທານ ແລະຫົວໜ້າບໍລິຫານງານຂອງບໍລິສັດຜະລິດເຄຶ່ອງ ອີເລກໂທຣນິກ OLYMPUS ທ່ານ Michael Woodford ກ່າວຕໍ່ນັກຂ່າວທີ່ກຸງໂຕກຽວ ຂອງຍີ່ປຸ່ນ ໃນວັນທີ 25 ພະຈິກ, 2011

ຄະນະ​ກໍາມະການ​ຊຸດ​ນຶ່ງ​ກໍາລັງ​ສືບສວນ​ສອບ​ສວນ ບໍລິສັດ​ຜະລິດ​ເຄຶ່ອງ ອີ​ເລກ​ໂທຣນິກ OLYMPUS ທີ່​ໄດ້​ສ້າງ​ຄວາມ​ອັບອາຍ​ຂາຍໜ້າ​ນັ້ນ ​ໄດ້ຖິ້ມ​ໂທດ​ໃສ່​ໃນ​ອັນ​ທີ່​ຄະນະ​ກໍາມະການ​ເອີ້ນ​ວ່າ ​ການ​ບໍລິຫານ​ລະດັບ​ສູງ ທີ່​ເໜົ່າ​ເໝັນ​ຂອງ​ບໍລິສັດ ​ແລະ​ພວກ​ຫົວໜ້າ​ບໍລິ​ຫານ​ທີ່ເປື້ອນ​ເປິະທັງຫລາຍ ທີ່​ຮັບຜິດ​ຊອບ​ກ່ຽວກັບ​ເລຶ່ອງນອງ​ນັນ ທີ່​ສັ່ນ​ສະ​ເທືອ​ນ​ໄປ​ທົ່ວ​ບໍລິສັດ​ນັ້ນ.

ລາຍ​ງານ​ຂອງ​ຄະນະ​ກໍາມະການ​ສອບ​ສວນ ​ເມື່ອ​ວັນ​ອັງຄານ​ນີ້ ​ເວົ້າວ່າ ພວກ​ເຈົ້າໜ້າ​ທີ​ອາວຸ​ໂສ​ ​ກຸ່ມນ້ອຍ​ໆກຸ່ມ​ນຶ່ງແມ່ນ​ເປັນ​ຜູ້​ຮັບຜິດຊອ​ບ ສໍາລັບ ການວາງ​ແຜນ​ສະ​ລັບ​ຊັບຊ້ອນ ເພື່ອ​ໃຊ້​ຂໍ້​ຕົກລົງ​ດ້ານ​ທຸລະ​ກິດ​ທີ່​ສົງ​ໄສ ຫລາຍໆ​ບັ້ນ​ ​ສຳລັບປົກປິດ​ການ​ສູ​ນ​ເສຍ​ດ້ານການ​ເງິນ ​ໃນການລົງທຶນຢູ່ ໃນຕະຫຼາດ​ຫລັກ​ຊັບ ຈໍາ​ນວນສູງ ເຖິງນຶ່ງ​ພັນ​ເຈັດ​ຮ້ອຍ​ສາມ​ສິບ​ລ້ານ​ໂດ​ລາ ຍ້ອນ​ຫລັງ​ໄປເຖິງ​ຊຸມ​ປີ 1990 ພຸ້ນ.

ແຕ່​ທ່ານ Tatsuo Kainaka ປະທານ​ກໍາມະການ​ສອບ​ສວນ ກ່າວ​ວ່າ ຍັງ​ບໍ່​ມີ​ຫລັກ​ຖານ​ພຽງພໍ​ທີ່​ຈະ​ສະໜັບສະໜຸນ​ຂ່າວ​ລື​ທີ່​ກະ​ຕຸ້ນ​ໂດຍ​ສື່​ມວນ​ຊົນ ທີ່​ວ່າ​ກຸ່ມ​ອາດຊະຍາ​ກໍາ yakuza ມີ​ສ່ວນ​ພົວພັນ​ໃນ​ການ​ປົກປິດ​ນີ້.

ນອກ​ນີ້​ແລ້ວ​ຄະນະ​ກໍາມະການ​ສອບ​ສວນ ​ໄດ້​ຍັງ​ຍ້ອງ​ຍໍ​ທ່ານ Michael Woodford ອະດີດ​ຫົວໜ້າ​ບໍລິຫານ​ຂອງ​ບໍລິສັດ ຜູ້​ທີ່​ຖືກໄລ່​ອອກ​ໃນ​ເດືອນຕຸລາ​ຜ່ານ​ມາ ຍ້ອນ​ໄດ້ນຳເອົາຂ່າວນອງ​ນັນ​ດັ່ງກ່າວມາເປີດເຜີຍໃຫ້ຮູ້.

ເຖິງ​ແມ່ນ​ລາຍ​ງານ ບໍ່​ໄດ້​ມີ​ຫລັກ​ຖານ​ອັນ​ສໍາຄັນທີ່​ຄາດ​ບໍ່​ເຖິງກໍ​ຕາມ ​ແຕ່​ບໍລິສັດທີ່​ຜະລິດ​ກ້ອງຖ່າຍຮູບ​ແລະ​ເຄຶ່ອງອຸບປະກອນ​ການ​ແພດ ຍັງ​ຈະ ປະ​ເຊີນ​ກັບ​ການ​ຖືກ​ຕັດ​ອອກ​ຈາກ​ບັນຊີ​ຕະຫລາດ​ຮຸ້ນ​ໂຕ​ກຽວ ຖ້າ​ຫາກ​ວ່າ ບໍລິສັດ​ບໍ່​ຍື່ນ​ສະ​ເໜີ​ລາຍງານ​ກ່ຽວກັບລາຍ​ໄດ້​ທີ່​ຖືກ​ທົບທວນ​ແກ້​ໄຂ ​ໃຫ້​ທັນ ວັນ​ທີ່ 14 ​ເດືອນ​ທັນວາ​ນີ້.

XS
SM
MD
LG