ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳນັກງານໃຫຍ່​ ບໍລິສັດຜະລິດ​ ເຄຶ່ອງອີ​ເລກ​ໂທຣນິກ Olympus ຖືກບຸກກວດຄົ້ນ


ອະດີດຫົວໜ້າບໍລິຫານບໍລິສັດ Olympus ທ່ານ Michael Woodford
ອະດີດຫົວໜ້າບໍລິຫານບໍລິສັດ Olympus ທ່ານ Michael Woodford

ພວກ​ໄອ​ຍະ​ການ​ຍີ່ປຸ່ນ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ສຳນັກງານໃຫຍ່​ ຂອງ​ບໍລິສັດຜະລິດ​ເຄຶ່ອງອີ​ເລກ​
ໂທຣນິກ Olympus ຂອງ​ຍີ່ປຸ່ນ​ທີ່​ສ້າງ​ຄວາມ​ອັບອາຍ​ຂາຍໜ້າ ອັນ​ເປັນ​ພາກສ່ວນ​ຂອງ​
ການ​ສືບສວນ​ສອບ​ສວນທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້ກ່ຽວ​ກັບ​ບັນ​ຊີຊັບ​ສິນທັງ​ໝົດ​ທີ່
ເປັ​ນຂ່າວ​ນອງ​ນັນນັ້ນ.

ເມື່ອ​ອັນ​ພຸດ​ມື້​ນີ້ໂທລະພາບ​ແຫ່ງ​ຊາດ​ໄດ້​ອອກ​ຂ່າວ​ພວກ​ນັກ​ສືບ​ສວນທີ່​ໃສ່​ຊຸດ​ສີດໍາ​ບຸກ​ເຂົ້າ​
ໄປ​ໃນ​ຕຶກ​ຫ້ອງການທີ່​ກຸງ​ໂຕ​ກຽວຂອງ​ບໍລິສັດຜະລິດ​ກ້ອງຖ່າຍຮູບ​ແລະ​ອຸບປະກອນ​ການ​
ແພດ. ທາງບໍລິສັດກໍ​ໃຫ້ການ​ຢືນຢັນກ່ຽວ ກັບ​ການເຂົ້າ​ໄປ​ຂອງ​ພວກ​ເຈົ້າໜ້າ​ທີ່.

ນອກ​ນີ້​ແລ້ວ​ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ ບ້ານ​ພັກ​ຂອງ​ພວກ​ອະດີດ​ຜູ້​ບໍລິຫານ​ບໍລິສັດ
ໂຮມ​ທັງ​ອະດີດ​ປະທານ​ບໍລິສັດທ່ານ Tsuyoshi Kikukawa ​ໄດ້​ຖືກ​ກວດ​ຄົ້ນ. ທ່ານ
Kikukawa ຖືກ​ສົງໄສ​ວ່າ​ເປັນ​ຜູ້​ມີສ່ວນ​ປົກ​ປິດ ເງິນ​ຫລັກ​ຊັບ​ທີ່​ລຸບທຶນຈໍານວນນຶ່ງ​ພັນ
ຫ້າ​ຮ້ອຍ​ລ້ານ​ໂດ​ລາ ທີ່​ຢ້ອນ​ຫລັງຕັ້ງ​ແຕ່​ຊຸມ​ປີ 1990 ​ເປັນຕົ້ນມາ.

ບໍລິສັດ​ດັ່ງກ່າວ​ທີ່​ມີ​ອາຍຸ​ໄດ້ 92 ປີ ​ແມ່ນ​ຢູ່​ພາຍ​ໃຕ້ການ​ສືບສວນ​ສອບ​ສວນ​ໂດຍ​ພວກຕໍາ
ຫລວດ​ຍີ່ປຸ່ນ ​ເຈົ້າໜ້າ​ທີ່​ຄວບ​ຄຸມ​ການ​ເງິນ ​ແລະພວກ​ໄອຍະ​ການ​ສານ ​ທີ່​ອາດ​ທຳ​ການ​ຟ້ອງ
ຮ້ອງ​ດ້ານ​ອາຍາ​ຕໍ່​ພວກ​ເຈົ້າໜ້າ​ທີ່ ອາວຸ​ໂສຂອງ​ບໍລິສັດ​ດັ່ງກ່າວ.

ຂ່າວ​ນອງ​ນັນ​ເລີ່​ມຮູ້​ກັນ​ເທື່ອ​ທໍາ​ອິດ​ໃນ​ເດືອນ​ຕຸລາ​ຜ່ານ​ມາ ​ຊຶ່ງ​ທ່ານ Michael Wood
ford ຜູ້​ເປັນຫົວໜ້າ​ບໍລິຫານ​ຂອງບໍລິສັດ​ໃນ​ເວລາ​ນັ້ນ​ເກີດ​ມີ​ບັນຫາເລື່ອງ​ບັນຊີທີ່​ຖືກ​ກ່າວ
ຫາ​ວ່າລວມຫົວ​ກັນເຮັດຂຶ້ນມາ​ໂດຍ​ພວກເຈົ້າໜ້າ​ທີ່​ອາວຸ​ໂສ​ກຸ່ມ​ນຶ່ງ.

ທ່ານ Michael Woodford ຖືກ​ໄລ່​ອອກ​ໂດຍ​ຄະນະ​ປົກຄອງ​ບໍລິສັດ ຫລັງ​ຈາກ​ເລຶ່ອງ
ນອງ​ນັນ​ຖືກ​ເປີດ​ເຜີຍ ຊຶ່ງ​ເວລາ​ນີ້​ ຜູ້ກ່ຽວ​ກໍາລັງ​ພະຍາ ຍາມ​ຫາ​ທາງ​ກັບ​ຄືນ​ມາໂດຍຮ້ອງ
ຂໍ​ຕໍ່ພວກ​ເຈົ້າຂອງ​ຮຸ້ນ​ແລະ​ພວກ​ອື່ນໆ ວ່າ​ທ່ານ​ສາມາດ​ຊ່ວຍ​ສະ​ສາງ​ບໍລິສັດ​ໄດ້.

XS
SM
MD
LG