ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ເລືອກຕັ້ງໃນໂອກິນາວາ ເລືອກເອົາ ຜູ້ປົກຄອງລັດ ທີ່ຕໍ່ຕ້ານ ຖານທັບຂອງ ສະຫະລັດ


JAPAN US SOTVO
please wait
Embed

No media source currently available

0:00 0:01:36 0:00

ທ່ານ Takishi Onaga ຜູ້ລົງສະໝັກຝ່າຍຄ້ານ ທີ່ໄດ້ຖືກເລືອກ ເປັນຜູ້ປົກຄອງຄົນໃໝ່ ຂອງເກາະ ໂອກິນາວາ.

ການລົງຄະແນນສຽງຮອບສຸດທ້າຍຂອງພວກປ່ອນບັດເລືອກຕັ້ງ
​ ຢູ່ເກາະ Okinawa ພາກໃຕ້ຂອງຍີ່ປຸ່ນ ໄດ້ເລືອກເອົາຜູ້ຄອງລັດ
ຄົນໃໝ່ ທີ່ປະຕິເສດຕໍ່ການວາງແຜນທີ່ຈະຍົກຍ້າຍຖານທັບ
ສຳຄັນຂອງສະຫະລັດ ໃຫ້ໄປຕັ້ງຢູ່ເຂດທີ່ມີພົນລະເມືອງໜ້ອຍນັ້ນ.

ທ່ານ Takishi Onaga ຜູ້ລົງສະໝັກຝ່າຍຄ້ານທີ່ໄດ້ຮັບໄຊຊະນະ
ຢາກໃຫ້ຖານທັບອາກາດສະຫະລັດ Marine Futenma ຍົກຍ້າຍ
ອອກໄປໃຫ້ໝົດກ້ຽງເລີຍ.

ຄວາມຄາດຫວັງທີ່ຈະໄຊນະຂອງທ່ານ Onaga ໄດ້ເປັນໄພຂົ່ມຂູ່
ຕໍ່ຄວາມພະຍາຍາມຂອງວໍຊີງຕັນ ແລະໂຕກຽວ ຈະແກ້ໄຂຄວາມ
ຂັດແຍ້ງກັນທີ່ດຳເນີນມາເປັນເວລາດົນນານ ກ່ຽວກັບການມີໜ້າຂອງຖານທັບຂອງສະຫະ ລັດ ໃນເກາະນີ້ ຊຶ່ງມີຂຶ້ນໃນຂະນະທີ່ຍີ່ປຸ່ນ ຊອກຫາການຮັກສາຄວາມປອດໄພທີ່ຮັດກຸມ
ກວ່າເກົ່າ ຊຶ່ງຈະໃກ້ຊິດຂຶ້ນກັບສະຫະລັດ ຍ້ອນການທ້າທາຍຈາກການອ້າງເອົາກຳມະສິດ
ໃນທີ່ດິນຂອງຈີນ ນັ້ນ.

ອົງການຂ່າວ Kyodo ຂອງຍີ່ປຸ່ນ ໄດ້ລາຍງານໃນທັນທີ ຫຼັງຈາກການລົງຄະແນນສຽງປິດລົງ
ນັ້ນ ຊຶ່ງໄດ້ເວົ້າວ່າ ທ່ານ Onaga ແມ່ນຈະຊະນະ ທ່ານຜູ້ຄອງຄົນເດີມຄື ທ່ານ Hirokazu Nakaima ຜູ້ຊຶ່ງຖືກໜູນຫຼັງໂດຍພັກຂອງນາຍົກລັດຖະມົນຕີ ທ່ານ Shinzo Abe.
ທ່ານ Nakaima ຕ້ອງການທີ່ຈະຍ້າຍຖານທັບສະຫະລັດ ອອກຈາກເຂດຕົວເມືອງທີ່ມີ​ປະຊາ
ກອນອາໄສຢູ່ຢ່າງໜາແໜ້ນນັ້ນ ອອກໄປຍັງເຂດຝັ່ງທະເລທີ່ມີຜູ້ຄົນໜ້ອຍນັ້ນ.

XS
SM
MD
LG