ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ລະນຶກເຖິງ ວັນຄົບ​ຮອບ ​ສີ່​ປີ ຂອງ​ແຜ່ນດິນ​ໄຫວ ​ແລະ​ໄພພິບັດ ສຸນາມິ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe (ຊ້າຍ) ກົ້ມຄຳນັບ ພະຈັກກະພັດ Akihito Akihito ແລະພະມະເຫສີ Michiko.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe (ຊ້າຍ) ກົ້ມຄຳນັບ ພະຈັກກະພັດ Akihito Akihito ແລະພະມະເຫສີ Michiko.

ຍີ່ປຸ່ນ ລະນຶກເຖິງວັນຄົບ​ຮອບ​ສີ່​ປີ ຂອງ​ແຜ່ນດິນ​ໄຫວ ​ແລະ​
ໄພພິບັດ tsunami ທີ່​ເຮັດ​ໃຫ້ 19,000 ຄົນ​ເສຍ​ຊີວິດ ຫລື​ຫາຍ​
ສາບ​ສູນ ​ແລະເຕົາແຍກເກີດຄວາມ ຮ້ອນຢ່າງຮ້າຍແຮງ ​ທີ່ໂຮ​ງ​
ໄຟຟ້າ​ນິວເຄລຍ Fukushima.

ຢູ່ໃນ​ພິທີ ​ຊຶ່ງຈັດຂຶ້ນຢູ່ນະຄອນຫຼວງ​ໂຕ​ກຽວ ​ໂດຍມີພະເຈົ້າຈັກ
ກະພັດ Akihito ສະເດັດໄປຮ່ວມນັ້ນມີການ​ຢູ່​ໃນ​ຄວາ​ມສະຫງົບ​
ນຶ່ງ​ນາ​ທີ ກົງ​ກັບ​ເວລາທີ່​ເກີດ​ແຜ່ນ ດິນ​ໄຫວຂະໜາດແຮງ ເມື່ອ​
ສີ່​ປີ​ກ່ອນ.

ນາຍົກລັດຖະມົນຕີ Shinzo Abe ກ່່າວ​ຊົມເຊີຍ ຕໍ່ການດຳເນີນ
ຄວາມພະຍາ ຍາມຂອງລັດຖະບານ ໃນການບູລະນະສ້າງສາຄືນໃໝ່.

ທ່ານ Abe ກ່່າວ​ວ່າ “​ເຖິງບັນດາ​ຜູ້​ລອດ​ຊີວິດ​ທັງຫລາຍ ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ທີ່​ສຸດ. ທຸກໆ​ຄັ້ງ​ທີ່ຂ້າພະ​ເຈົ້າ ໄປຢ້ຽມຢາມ​ເຂດ​ທີ່​ໄດ້​ຮັບ​ຄວາມເສຍ​ຫາຍ ຂ້າ
ພະ​ເຈົ້າຮູ້ສຶກການເອົາບາດກ້າວ ໃນການບູລະນະສ້າງສາ ເພື່ອໃຫ້ມີຄວາມແຂງແຮງຂຶ້ນ ກວ່າເກົ່າ. ການ​ຍົກຍ້າຍ​ໄປ​ຢູ່​ບ່ອນທີ່​ສູງ ​ແລະ​ສະພາບການ​ກ່ຽວກັບບ່ອນ​ຢູ່​ອາ​ໄສ ​ສຳ
ຫລັບບັນດາ​ຜູ້​ລອດ​ຊີວິດ ກຳລັງ​ດຳ​ເນີນການ ໄປໜ້າຢ່າງໜັກແໜ້ນ. ການບູລະນະສ້າງ
ສາ​ຄືນໃໝ່​ກຳລັງ​ກ້າວ​ເຂົ້າ​ສູ່​ຂັ້ນຕອນໃໝ່.”

ຢູ່​ບ່ອນ​ໄວ້ອາ​ໄລ​ໃກ້​ກັບຈຸດສູນກາງ​ແຜ່ນດິນ​ໄຫວນັ້ນ ບັນດາ​ຄູບາ​ສາສະໜາ​ພຸດ ພາກັນ​
ສູດ​ມົນ​ຕາມ​ປະ​ເພນີ.

ແຜ່ນດິນໄຫວທີ່ມີຄວາມ​ແຮງ​ 9.0 ຊຶ່ງຮ້າຍ​ແຮ​ງສຸດ ໃນ​ປະຫວັດ​ແຜ່ນດິນ​ໄຫວ ຂອງ​ຍີ່ປຸ່ນ
​ໄດ້ເກີດຂຶ້ນໃນ​ເວລາບ່າຍ 2 ​ໂມງ 46 ນາ​ທີ​ຂອງ​ວັນ​ທີ 11 ​ເດືອນ​ມີນາ ປີ 2011. ​ແຜ່ນດິນ
​ໄຫວ​ຢູ່ໃຕ້​ພື້ນ​ທະ​ເລດັ່ງກ່າວ​ໄດ້​ເຮັດ​ໃຫ້​ເກີດຄື້ນຟອງ ຂະໜາດໃຫຍ່ ​ແລະພັດເອົາບັນດາ
ໝູ່​ບ້ານຕ່າງໆໄປ.

Japan Tsunami anniversary
please wait

No media source currently available

0:00 0:02:30 0:00

XS
SM
MD
LG