ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນຕັດສິນໂທດ ນັກເຄື່ອນໄຫວ ຊາວນິວຊີແລນ


ກຳປັ່ນ Shonan Maru 2 ຂອງຍີ່ປຸ່ນ
ກຳປັ່ນ Shonan Maru 2 ຂອງຍີ່ປຸ່ນ

ນັກເຄື່ອນໄຫວ ຕໍ່ຕ້ານການລ່າ ປາບາແລນ ຊາວນິວຊີແລນ ຄົນນຶ່ງ ໄດ້ຖືກຕັດສິນວ່າ ມີຄວາມຜິດ ໃນຂໍ້ຫາ ພະຍາຍາມ ລົບກວນ ເຮືອລ່າປາບາແລນ ຂອງຍີ່ປຸ່ນ ໃນເຂດມະຫາສະມຸດ​ ແອນຕາກຕິກ ທີ່​ຂວັ້ນ​ໂລກ​ໃຕ້.

ສານແຫ່ງນຶ່ງ ທີ່ກຸງໂຕກຽວ ໄດ້ຕັດສິນໂທດ ນາຍ PETER BETHUNE ໃຫ້ຈຳຄຸກ ເປັນເວລາ 2 ປີ ແຕ່ໄດ້ຝາກໂທດໄວ້ ເປັນເວລາ 5 ປີ.

ນາຍ BETHUNE ໄດ້ຖືກຟ້ອງ ໃນຂໍ້ຫາ ແກວ່ງລະເບີດ ທີ່ມີກິ່ນເໝັນ ເຮັດຈາກ ນໍ້າມັນເບີເນົ່າ ຂຶ້ນໄປເທິງກຳປັ່ນ SHONAN MARU 2 ຂອງຍີ່ປຸ່ນ ໃນລະຫວ່າງ ການລ່າປາບາແລນ ​ເມື່ອເດືອນກຸມພາ ປີນີ້ ທີ່ເຮັດໃຫ້ລູກເຮືອ ຂອງກຳປັ່ນ ຍີ່ປຸ່ນ ຢ່າງນ້ອຍນຶ່ງຄົນ ຖືກສານເຄມີໃໝ້.

ກ່ອນໜ້ານີ້ ລາວ​ໄດ້ຍອມຮັບຜິດ ຕໍ່ສານ ໃນຂໍ້ຫາອື່ນໆ​ ອີກຫຼາຍໆຢ່າງ ຮວມທັງ ການລ່ວງລໍ້າ ທຳລາຍຊັບສິນ ຂັດຂວາງ ການເຮັດທຸລະກິດ ແລະລະເມີດກົດໝາຍ ຄວບຄຸມອາວຸດ ຂອງຍີ່ປຸ່ນ ຊຶ່ງ​ຂໍ້​ຫາ​ເຫລົ່າ​ນີ້ ແມ່ນສືບ​ເນື່ອງ ​ມາ​ຈາກການທີ່ ນາຍ BETHUNE ໄດ້ຂຶ້ນໄປ ເທິງກຳປັ່ນ SHONAN MARU 2 ​ໃນຫຼາຍໆມື້ຕໍ່ມາ ​ແລະປະກາດວ່າ ລາວຈະຈັບ ກັບຕັນ ຂອງກຳປັ່ນລຳນີ້ ໃນນາມ ຂອງປະຊາຊົນ ຍ້ອນໄດ້ຈົມ ກຳປັ່ນຂອງພວກປະທ້ວງ ເມື່ອນຶ່ງເດືອນກ່ອນນັ້ນ.

XS
SM
MD
LG