ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານບໍລິສັດໄຟຟ້າໂຕກຽວ ລາອອກ


ປະທານບໍລິສັດໄຟຟ້າໂຕກຽວ ທ່ານ Masataka Shimizu (ຊ້າຍ) ທີ່ກອງປະຊຸມຖະແຫຼງຂ່າວ ຮ່ວມກັບທ່ານ Toshio Nishizawa (ກາງ) ຜູ້ອຳນວຍການບໍລິຫານຂອງບໍລິສັດ (20 ພຶດສະພາ 2011)
ປະທານບໍລິສັດໄຟຟ້າໂຕກຽວ ທ່ານ Masataka Shimizu (ຊ້າຍ) ທີ່ກອງປະຊຸມຖະແຫຼງຂ່າວ ຮ່ວມກັບທ່ານ Toshio Nishizawa (ກາງ) ຜູ້ອຳນວຍການບໍລິຫານຂອງບໍລິສັດ (20 ພຶດສະພາ 2011)

ປະທານບໍລິສັດໄຟຟ້າໂຕກຽວຫຼື TEPCO ຂອງຍີ່ປຸ່ນ
ກ່າວໃນວັນສຸກມື້ນີ້ວ່າ ທ່ານຈະລາອອກຫຼັງຈາກມີລາຍ
ງານວ່າ ທາງບໍລິສັດໄດ້ຫຼຸບທຶນຫຼາຍທີ່ສຸດເປັນປະວັດ
ການ.

ບໍລິສັດ TEPCO ແຈ້ງວ່າ ຕົນໄດ້ຂາດທຶນສຸດທິປະ
ຈຳປີ 15 ພັນລ້ານໂດລາໃນວັນສຸກມື້ນີ້ ທ່າມກາງທີ່
ໄດ້ມີການຕຳໜິຕິຕຽນກ່ຽວກັບການຮັບມືຂອງບໍລິສັດ
ຕໍ່ໄພພິບັດນິວເຄລຍ ທີ່ຮ້າຍແຮງສຸດ ໃນປະວັດສາດ
ຂອງຍີ່ປຸ່ນນັ້ນ.

ທ່ານ Masataka Shimizu ປະທານທີ່ກຳລັງຈະ
ພົ້ນຈາກຕຳແໜ່ງຂອງບໍລິສັດ ໄດ້ກ່າວຂໍຂະມາໂທດ
ທີ່ກອງປະຊຸມຖະແຫຼງຂ່າວ ຈັດຂຶ້ນຢູ່ສຳນັກງານໃຫຍ່
ຂອງ TEPCO ໃນກຸງໂຕກຽວໃນວັນສຸກມື້ນີ້ ກ່ຽວ
ກັບວິກິດການ ທີ່ຍັງດຳເນີນຢູ່ຕໍ່ມາທີ່ ໂຮງໄຟຟ້ານິວ
ເຄລຍ Fukushima ຫຼັງຈາກທີ່ໄດ້ເກີດແຜ່ນດິນໄຫວຂະໜາດແຮງແລະຟອງຍັກສຸນາມິ
ໃນເດືອນມີນາຜ່ານມາ.

ບໍລິສັດ TEPCO ກ່າວວ່າ ທ່ານ Toshio Mishizawa ຜູ້ອຳນວຍການບໍລິຫານຂອງ
ບໍລິສັດຈະເຂົ້າຮັບໜ້າທີ່ແທນທ່ານ Shimizu.

XS
SM
MD
LG