ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ອະນຸມັດ ການໃຫ້ເງິນຊ່ອຍເຫຼືອ ແກ່ບໍລິສັດ TEPCO


ຮູບທີ່ບໍ່ໄດ້ລະບຸວ່າຖ່າຍຍາມໃດຂອງໂຮງໄຟຟ້າ Fukushima Daiichiທີ່ນຳອອກເຜີຍແຜ່ໂດຍບໍລິສັດໄຟຟ້າ ໂຕກຽວ ຊຶ່ງທາງອົງການຂ່າວໄດ້ຮັບເມື່ອວັນທີ 2 ພະຈິກ 2011.
ຮູບທີ່ບໍ່ໄດ້ລະບຸວ່າຖ່າຍຍາມໃດຂອງໂຮງໄຟຟ້າ Fukushima Daiichiທີ່ນຳອອກເຜີຍແຜ່ໂດຍບໍລິສັດໄຟຟ້າ ໂຕກຽວ ຊຶ່ງທາງອົງການຂ່າວໄດ້ຮັບເມື່ອວັນທີ 2 ພະຈິກ 2011.

ລັດຖະບານຍີ່ປຸ່ນໄດ້ຮັບເອົາຂໍ້ຕົກລົງໃນວັນສຸກມື້ນີ້ທີ່ຈະມອບເງິນ 11 ພັນ 500 ລ້ານໂດລາ
ຈາກກອງທຶນຫຼວງໃຫ້ແກ່ບໍລິສັດໄຟຟ້າໂຕກຽວ ຫຼື TEPCO ເພື່ອຊົດເຊີຍຄ່າໃຊ້ຈ່າຍຕ່າງໆ
ອັນເປັນຜົນເນື່ອງມາຈາກແຜ່ນດິນໄຫວແລະຟອງຍັກສຸນາມິໃນວັນທີ 11 ມີນາປີນີ້ທີ່ໄດ້ສ້າງ ຄວາມເສຍຫາຍໃຫ້ແກ່ໂຮງໄຟຟ້ານິວເຄລຍ Fukushima ນັ້ນ.

ລັດຖະບານຍີ່ປຸ່ນເວົ້າວ່າ ເງິນກ້ອນນີ້ ອາດຈະຊ່ອຍບໍລິສັດ TEPCO ໃນການທຳຄວາມສະ
ອາດມ້ຽນມັດແລະມ້າງໂຮງໄຟຟ້ານິວເຄລຍດັ່ງກ່າວ ຕະຫຼອດທັງຈ່າຍເງິນຊົດເຊີຍໃຫ້ແກ່ປະ
ຊາຊົນທີ່ອາໄສຢູ່ໃນບໍລິເວນອ້ອມແອ້ມ.

ເງິນກ້ອນນີ້ແມ່ນມາຈາກກອງທຶນທີ່ເກັບສະສົມຈາກບັນດາບໍລິສັດທີ່ບໍລິຫານງານໂຮງໄຟຟ້າ
ນິວເຄລຍໃນຍີ່ປຸ່ນທັງໝົດແລະລັດຖະບານ.

ຂະນະດຽວກັນພວກນັກວິສາວະກອນທີ່ໂຮງໄຟຟ້ານິວເຄລຍ Fukushima ຍັງສືບຕໍ່ພະຍາ
ຍາຍາມຊອກຫາຊ່ອງທາງ ເພື່ອຈະເຮັດໃຫ້ເຕົາແຍກນິວເຄລຍທັງໝົດ ສາມາດມອດລົງດ້ວຍ
ຄວາມເຢັນແບບທຳມະດາໆພາຍໃນທ້າຍປີນີ້.

XS
SM
MD
LG