ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ເປີດໂຮງງານໄຟຟ້ານິວເຄລຍທີ່ມອດໄວ້ຢູ່ນັ້ນຄືນ
ໃໝ່ ໂດຍກ່າວວ່າ ຍີ່ປຸ່ນຈະດຳລົງຄົງຢູ່ບໍ່ໄດ້ ໂດຍປາສຈາກພະລັງງານນິວເຄລຍ.
ໃນກອງປະຊຸມຖະແຫຼງຂ່າວໃນວັນສຸກມື້ນີ້ນາຍົກລົດຖະມົນຕີ Yoshihiko Noda ໄດ້ຮຽກ
ຮ້ອງໃຫ້ເລີ່ມການປະຕິບັດງານທັງໝົດຄືນໃໝ່ທີ່ໂຮງໄຟຟ້ານິວເຄລຍ Ohi ໃນພາກຕາເວັນ
ຕົກຂອງຍີ່ປຸ່ນ. ທ່ານກ່າວວ່າຈັກໄຟຟ້ານິວເຄລຍສອງໜ່ວຍທີ່ນັ້ນຄວນຈະເລີ້ມແລ່ນຄືນອີກ
ເພື່ອໃຫ້ການສະໜັບສະໜຸນແກ່ການດໍາລົງຊີວິດຂອງປະຊາຊົນແຕ່ກໍບໍ່ເຖິງກັບຂັ້ນເປັນການ
ອອກຄຳສັ່ງ.
ລັດຖະບານຂອງທ່ານ Noda ກໍາລັງດີ້ນຮົນ ຊອກຫາການສະໜັບສະໜຸນ ຈາກປະຊາຊົນ
ເພື່ອເລີ້ມທໍາການແລ່ນຈັກໄຟຟ້ານິວເຄລຍຄືນໃໝ່ສຳຫຼັບຊົດຊ່ວຍການຂາດແຄນພະລັງໄຟ
ຟ້າໃນລະດູຮ້ອນ. ປັດຈຸບັນນີ້ ບັນດາໂຮງໄຟຟ້ານິວເຄລຍທັງໝົດຂອງຍີ່ປຸ່ນ ໄດ້ພາກັນຢຸດ
ແລ່ນ.
ຜູ້ອໍານວຍການກຸ່ມ Grennpeace ຂອງຍີ່ປຸ່ນທ່ານ Junichi Sato ກ່າວໃນຖະແຫລງຂ່າວ
ສະບັບນຶ່ງວ່າ ພວກນັກຊ່ຽວຊານ ບໍ່ແມ່ນນັກການເມືອງ ຄວນຕັດສິນກ່ຽວກັບເລື່ອງຄວາມ
ປອດໄພ. ທ່ານກ່າວວ່າ ໂຮງໄຟຟ້າ Ohi ບໍ່ມີຄວາມປອດໄພ ເພາະວ່າ ການປັບປຸງທາງດ້ານ
ເທັກນິກຫລາຍຢ່າງທີ່ຈຳເປັນ ຍັງບໍ່ທັນມີຂຶ້ນເທື່ອ.