ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ຢາກໄດ້ລາຍງານໂປ່ງໃສ ຈາກຍີ່ປຸ່ນ


ໂຮງໄຟຟ້ານິວເຄລຍ Fukushima Dai-ichi ຂອງຍີ່ປຸ່ນ ກ່ອນໄດ້ຮັບຄວາມເສຍຫາຍຈາກໄພແຜ່ນດິນໄຫວ ແລະຟອງຍັກສຸນາມິ
ໂຮງໄຟຟ້ານິວເຄລຍ Fukushima Dai-ichi ຂອງຍີ່ປຸ່ນ ກ່ອນໄດ້ຮັບຄວາມເສຍຫາຍຈາກໄພແຜ່ນດິນໄຫວ ແລະຟອງຍັກສຸນາມິ

ໂທລະພາບແຫ່ງຊາດຂອງຍີ່ປຸ່ນລາຍງານວ່າຮ່າງຖະແຫຼງ
ການສະບັບນຶ່ງ ຂອງອົງການນິວເຄລຍສະຫະປະຊາຊາດ
ຮຽກຮ້ອງໃຫ້ຍີ່ປຸ່ນເຮັດລາຍງານທີ່ມີຄວາມໂປ່ງໃສຫຼາຍຂຶ້ນ
ກ່ຽວກັບວິກິດການ ທີ່ໂຮງໄຟຟ້ານິວເຄລຍ Fukushima
ໃຫ້ແກ່ທາງອົງການດັ່ງກ່າວ.

ໂທລະພາບ NHK ລາຍງານໃນວັນພະຫັດມື້ນີ້ວ່າຖະແຫຼງ
ການທີ່ວ່ານີ້​ແມ່ນໄດ້ຖືກກະກຽມ​ໄວ້ເພື່ອນໍາ​ສະ​ເໜີ​ຕໍ່ກອງປະ
ຊຸມຂອງອົງການພະລັງງານປະຣະມະນູສາກົນ ຊຶ່ງຈະມີຂຶ້ນ
ທີ່ນະຄອນເຈນີວາໃນວັນທີ 20 ມິຖຸນານີ້.

ເມື່ອໄວໆມານີ້ ພວກນັກຊ່ຽວຊານຈຸນຶ່ງ ຂອງອົງການພະລັງງານປະລະມະນູສາກົນໄດ້ເດີນ
ທາງໄປຢ້ຽມຢາມປະເທດຍີ່ປຸ່ນ ເພື່ອສຶກສາເບິ່ງອຸບັດຕິເຫດທາງດ້ານນິວເຄລຍແລະຄາດວ່າ ຈະລາຍງານການພົບເຫັນຂອງຕົນຕໍ່ກອງປະຊຸມດຽວກັນນີ້.

ຕາໜ່າງໂທລະພາບແຫ່ງຊາດຂອງຍີ່ປຸ່ນຍັງແຈ້ງວ່າ ຮ່າງລາຍງານສະບັບດັ່ງກ່າວນີ້ຍັງຮຽກ
ຮ້ອງໃຫ້ຍີ່ປຸ່ນ ລາຍງານຕາມຄວາມເປັນຈິງກ່ຽວກັບວິກິດການນິວເຄລຍທີ່ເກີດຂຶ້ນ ແລະ​ເປີດ​ເຜີຍການຊັ່ງຊາຕີລາຄາຂອງ​ຕົນ ເພື່ອວ່າປະເທດຕ່າງໆ ຈະສາມາດຖອດຖອນບົດຮຽນຈາກ
ອຸບັດຕິເຫດທີ່ວ່ານີ້.

ລັດຖະບານຍີ່ປຸ່ນ ແລະຜູ້ບໍລິຫານງານໂຮງໄຟຟ້ານິວເຄລຍ Fukushima ໄດ້ຖືກຕຳໜິຕິ
ຕຽນຢ່າງໜັກຢູ່ໃນຍີ່ປຸ່ນ ຍ້ອນໄດ້ຊັກຊ້າໃນການຮັບຮູ້ເຖິງຄວາມຮ້າຍແຮງ ຂອງອຸບັດຕິເຫດ ທີ່ເກີດຂຶ້ນເວລາຟອງຍັກສຸນາມິປະ​ທະ​ຍີ່​ປຸ່ນໃນວັນທີ 11 ມີນາເຮັດໃຫ້ລະບົບທຳຄວາມເຢັນ
ຂອງໂຮງໄຟຟ້າດັ່ງກ່າວໄດ້ຮັບເສຍຫາຍນັ້ນ.

XS
SM
MD
LG