ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Nagasaki ລະນຶກເຖິງ ວັນຄົບຮອບ ການໂຈມຕີ ດ້ວຍນິວເຄລຍ (ສະໄລດ໌/ວີດີໂອ)


ປະຊາຊົນ ໃນເມືອງ Nagasaki ພວມພາກັນສວດມົນພາວະນາ ທີ່ພະວິຫານ Urakami ໃຫ້ແກ່ພວກເຄາະຮ້າຍ ເນື່ອງໃນໂອກາດ ຄົບຮອບ 68 ປີ ໃນການໂຈມຕີ ດ້ວຍລະເບີດປະລະມານູ ໃນປີ 1945 (9 ສິງຫາ 2013)
ປະຊາຊົນ ໃນເມືອງ Nagasaki ພວມພາກັນສວດມົນພາວະນາ ທີ່ພະວິຫານ Urakami ໃຫ້ແກ່ພວກເຄາະຮ້າຍ ເນື່ອງໃນໂອກາດ ຄົບຮອບ 68 ປີ ໃນການໂຈມຕີ ດ້ວຍລະເບີດປະລະມານູ ໃນປີ 1945 (9 ສິງຫາ 2013)
ເມືອງ Nagasaki ຂອງຍີ່ປຸ່ນ ລະນຶກເຖິງວັນຄົບຮອບ 68 ປີ ໃນ
ການຖິ້ມລະເບີດ ປະລະມານູ ຂອງສະຫະລັດ ລົງໃສ່ ທີ່ເຮັດໃຫ້
ເມືອງ ດັ່ງກ່າວຍັງເຫຼືອແຕ່ຊາກຫັກພັງ ແລະສິ້ນສຸດສົງຄາມໂລກ
ຄັ້ງທີສອງ.

ເຈົ້າຄອງນະຄອນ Nagasaki ທ່ານ Tomihisa Taue ໄດ້ຕຳໜິ
ຕິຕຽນລັດຖະບານຍີ່ປຸ່ນ ໃນພິທີທີ່ຈັດຂຶ້ນໃນວັນສຸກມື້ນີ້ ທີ່ບໍ່ຍອມ
ລົງນາມໃນຖະແຫລງການປະຕິເສດການນຳໃຊ້ອາວຸດນິວເຄຼຍ. ຖະແຫຼງການທີ່ວ່ານີ້ໄດ້ມີການສະເໜີທີ່ກອງປະຊຸມລົດກຳລັງອາ
ວຸດນາໆຊາດ ໃນເດືອນເມສາຜ່ານມາ.


ສະຫະລັດໄດ້ຖິ້ມລະເບີດປະລະມານູລົງໃສ່ນະຄອນ Hiroshima ໃນວັນທີ 6 ສິງຫາ 1945 ຊຶ່ງໄດ້ສັງຫານປະມານ 140,000 ຄົນ. ບໍ່ເທົ່າໃດມື້ຕໍ່ມາໃນວັນທີ 9 ສິງຫາ ເມືອງ Nagasaki ກໍໄດ້ຖືກລະເບີດປະລະມານູລູກທີສອງ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ປະມານ 70,000 ຄົນ.

ນະຄອນ Hiroshima ໄດ້ຈັດພິທີ ລະນຶກເຖິງການຖິ້ມລະເບີດປະລະມະນູລູກທຳອິດໃນວັນ ອັງຄານຜ່ານມາ. ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່າວຕໍ່ຝູງຊົນ ປະມານ 50 ພັນຄົນວ່າຍີ່ປຸ່ນມີຄວາມຮັບຜິດຊອບພິເສດທີ່ຈະຊຸກຍູ້ໃຫ້ຢຸດເຊົາການນຳໃຊ້ອາວຸດນິວເຄຼຍ.

ວີດີໂອ Nagasaki
please wait

No media source currently available

0:00 0:00:46 0:00
XS
SM
MD
LG