ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົບຮອບ 66 ປີ ​ແຫ່ງ​ການ​ຖິ້ມ​ລະ​ເບີດ​ປະລະມະນູ ​ໃສ່​ເມືອງ​ນາ​ກາ​ຊາ​ກິ


ອະນຸສາວະລີ Peace ຫລືສັນຕິພາບທີ່ເມືຶອງນາກາຊາກິ, ຍີ່ປຸ່ນ
ວັນທີ 9 ສິງຫາ 2011
ອະນຸສາວະລີ Peace ຫລືສັນຕິພາບທີ່ເມືຶອງນາກາຊາກິ, ຍີ່ປຸ່ນ ວັນທີ 9 ສິງຫາ 2011
























ບັນດາ​ຜູ້ນໍາຂອງ​ຍີ່ປຸ່ນໄດ້ຮຽກຮ້ອງ​ໃຫ້ຫັນ​ປ່ຽນໂດຍ​ໄວ​ຈາກ​ການ​ໃຊ້​ພະລັງ​ນີວ​ເຄລຍໄປ​ໃຊ້
ພະລັງງານ​ແນວ​ອື່ນ ໃນ​ພິທີ​ອັນເຄັ່ງຂຶມ​ທີ່​ຈັດ​ຂຶ້ນໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ເປັນ​ຂີດ​ໝາຍ​ຄົບ
ຮອບ 66 ປີ​ແຫ່ງ​ການ​ຖິ້ມ​ລະ​ເບີດ​ປະລະມະນູ​ໃສ່​ເມືອງ​ນາ​ກາ​ຊາ​ກິ​.

ປະຊາຊົນ​ປະມານ 6 ພັນ​ຄົນ ​ຮວມທັງນັກ​ການ​ທູດ​ຈາກ 44 ປະ​ເທດ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​
ໃນ​ສວນສາທາລະນະ Peace ຫລື​ສັນຕິພາບ ໃນເມືອງ​ນາ​ກາ​ຊາ​ກິ ເພື່ອ​ຮ່ວມ​ໃນ​ພິທີ​ ຊຶ່ງ
ໄດ້​ມີ​ການຕີລະຄັງຂຶ້ນ​ໃນ​ເວລາ​ທີ່​ກົງກັນ​ກັບ​ເວລາ​ທີ່ລະ​ເບີກ​ປະລະມະ​ນູຕົກລົງ​ໃສ່​ເມືອງ​ດັ່ງ
ກ່າວ​ເມື່ອ 66 ປີຜ່ານມາ​ແລ້ວ​ນັ້ນ. ພິທີ​ດັ່ງກ່າວ​ແມ່ນ​ຮວມທັງ​ການ​ພາວະນາ​ໄຫວ້​ວອນ
ແລະ​ການ​ອ່ານ​ຊື່​ພວກຄົນ​ທີ່​ລອດ​ຊີວິດ​ຈາກ​ລະ​ເບີດ​ດັ່ງກ່າວແຕ່ໄດ້​ເສຍ​ຊີວິດ​ໄປ​ໃນຮອບ​ປີ
ຜ່ານ​ມາ​.

ທ່ານ Tomihisa Taue ​ເຈົ້າ​ຄອງ​ກໍາ​ແພງ​ເມືອງ​ນາ​ກາ​ຊາ​ກິ ​ໄດ້ຮຽກຮ້ອງ​ໃນ​ຖ້ອຍ​ຖະ
ແຫລ​ງຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ ໃຫ້​ຍີ່ປຸ່ນ​ຊອກຫາແຫ​ລ່ງພະລັງງານ​ທີ່ໝຸນໃຊ້​ຄືນ​
ໃໝ່​ໄດ້​ ​ເພື່ອ​ເອົາ​ມາ​ໃຊ້ແທນພະລັງ​ນີວ​ເຄລຍນັ້ນ ​ແລະກ່າວ​ຕື່ມ​ວ່າ ມັນ​ເຖິງ​ເວລາ​ແລ້ວ
ທີ່​ປະຊາຊົນ​ຍີ່ປຸ່ນ​ຈະຕ້ອງອະພິປາຍ​ກັນ​ກ່ຽວ​ກັບ​ວ່າ ພວກ​ເຂົາ​ເຈົ້າ​ຢາກ​ດໍາລົງ​ຊີ​ວິດ​ຢູ່ໃນ
ສັງຄົມແບບໃດ.

ໃນ​ຄໍາ​ຖະ​ແຫລງ​ຂອງ​ທ່ານນັ້ນ ນາຍົກລັດຖະມົນຕີ ນາ​ໂອ​ໂຕ​ ກັນ ​ໄດ້​ສະ​ແດງ​ຄວາມ
ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງນໍາ​ຄວາມ​ລົ້ມ​ແຫລວ​ຂອງນະໂຍ ບາຍພະລັງ​ນີວ​ເຄລຍທີ່ໃຊ້​ກັນ​ຢູ່
ໃນ​ປັດຈຸບັນ​ນີ້​ ທີ່​ບໍ່ສາມາດປົກ​ປ້ອງ​ປະຊາຊົນ​ຈາກອຸບັດ​ເຫດ​ທີ່​ເກີດ​ຂຶ້ນ​ຢູ່​ໂຮງ​ໄຟຟ້າ
ນີວ​ເຄລຍ Fukushima ນັ້ນ. ທ່ານ​ ​ກັນ ກໍ​ໄດ້ເຫັນ​ພ້ອມນໍາ​ທີ່ວ່າ ຍີ່ປຸ່ນ​ຈະ​ຕ້ອງ​ຫັນ
ປ່ຽນ​ຈາກ​ການ​ກາງ​ຕໍ່​ອາ​ໄສ​ພະລັງ​ນີວ​ເຄລຍນັ້ນ.

XS
SM
MD
LG