ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະທົດສອບເບິ່ງ ເຄື່ອງປະຕິກອນນີວເຄລຍ


ຄະນະກວດກາພະລັງປະລະມະນູສາກົນ ທໍາການສໍາຫລວດເບິ່ງ
ເຕົາແຍກນີວເຄລຍໜ່ວຍທີ 3 ທີ່ໂຮງໄຟຟ້າ ນີວເຄລຍ
Fukushima Daiichi
ວັນທີ 1 ກໍລະກົດ 2011
ຄະນະກວດກາພະລັງປະລະມະນູສາກົນ ທໍາການສໍາຫລວດເບິ່ງ ເຕົາແຍກນີວເຄລຍໜ່ວຍທີ 3 ທີ່ໂຮງໄຟຟ້າ ນີວເຄລຍ Fukushima Daiichi ວັນທີ 1 ກໍລະກົດ 2011

ລັດຖະບານ​ຍີ່ປຸ່ນ​ກ່າວ​ວ່າ ຕົນ​ຈະ​ດໍາ​ເນີນ​ການ​ທົດ​ສອບ​ເບິ່ງຄວາມທົນທານຂອງ​ເຄື່ອງ​ປະ
ຕິກອນ​ຫຼືເຕົາແຍກນີວ​ເຄລຍຂອງ​ຕົນ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຊັ່ງຊາ​ເບິ່ງ​ວ່າ ​ເຄື່ອງ​ປະ
ຕິ​ກອນ​ນີວ​ເຄລຍ​ເຫລົ່າ​ນີ້​ຕ້ານ​ທານກັບ​ໄພພິບັດ​ທໍາ​ມະ​ຊາດ​ໄດ້​ຫລື​ບໍ.

ທ່ານ Banri Kaieda ລັດຖະມົນຕີ​ການ​ຄ້າ​ຍີ່ປຸ່ນ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ
ການ​ທົດ​ສອບ​ດັ່ງກ່າວ​ຈະ​ດຳ​ເນີນ​ໄປ​ກັບເຕົາແຍກທຸກ​ໆ​ໜ່ວຍ​ທັງ​ໝົດ 54 ໜ່ວຍ​ທີ່​ກໍາລັງ​
ໃຊ້​ການ​ຢູ່​ໃນ​ເວລາ​ນີ້ ​ເພື່ອ​ຮັບປະກັນ​ວ່າ ຈະ​ບໍ່ມີ​ບັນຫາ​ໃດໆ​ກັບ​ສະໜອງໄຟຟ້າ​ນັ້ນ.

ການ​ຕັດສິນ​ໃຈ​ດັ່ງກ່າວ​ນີ້​ມີ​ຂຶ້ນ​ຫລັງ​ຈາກ​ເກີດ​ໄພພິບັດທໍາ​ມະ​ຊາດທີ່​ໂຮງໄຟຟ້ານີວ​ເຄລຍ
Fukushima Daiichi ຊຶ່ງ​ໄດ້​ເຮັດ​ກໍາ​ມັນ​ຕະພາບ​ລັງສີ​ນີວ​ເຄລຍຮົ່ວ​ໄຫລ​ອອກ​ມາສູ່​ອາ
ກາດຕະຫລອດ​ທັງ​ພາກ​ພື້ນ​ດິນ​ແລະ​ທະ​ເລ​ນັບ​ແຕ່​ເກີດ​ໄພ​ແຜ່ນດິນ​ໄຫວ​ ແລະ​ຄື້ນຟອງ
ຍັກຊຸ​ນະ​ມິ ໃນ​ວັນ​ທີ 11 ມີນາ​ແລ້ວ​ນີ້. ​ໄພ​ຫາຍຍະນະ​ດັ່ງກ່າວ​ໄດ້​ທໍາລາຍ​ລະບົບທໍາ​ຄວາມ
ເຢັນ​ທີ່​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ຊຶ່ງ​ໄດ້​ເຮັດໃຫ້ເຄື່ອງ​ປະຕິ​ ກອນ​ນີວ​ເຄລຍ 3
ໜ່ວຍ​ໃນ​ໂຮງ​ໄຟຟ້ານີວ​ເຄລຍດັ່ງກ່າວລະລາຍນັ້ນ.

ອຸບັດ​ເຫດ​ຄັ້ງ​ນີ້ ນັບ​ວ່າ​ເປັນ​ວິ​ກິ​ດການ​ນີວ​ເຄລຍຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ໂລກ​ນັບ​ແຕ່​ເກີດ
ໄພພິບັດ​ທີ່​ໂຮງໄຟຟ້າ​ນີວ​ເຄລຍ Chernobyl ​ໃນ​ປີ 1986 ​ເປັນ​ຕົ້ນ​ມາ.

XS
SM
MD
LG