ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີ້ນງົວທີ່ຍີ່ປຸ່ນ ມີກໍາມັນຕະພາບລັງສີ ແປດເປື້ອນຫລາຍຂຶ້ນ


ຊີ້ນງົວທີ່ຍີ່ປຸ່ນ
ວັນທີ 17 ກໍລະກົດ2011
ຊີ້ນງົວທີ່ຍີ່ປຸ່ນ ວັນທີ 17 ກໍລະກົດ2011



















ຄວາມ​ແຕກ​ຕື່ນ​ຢ້ານ​ກົວກ່ຽວ​ກັບ​ອັນຕະລາຍ​ຈາກ​ຊີ້ນ​ງົວ​ທີ່​ເຈືອປົນ​ດ້ວຍ​ກໍາ​ມັນ​ຕະພາບ​
ລັງສີນີວ​ເຄລຍ​ໃນ​ຍີ່ປຸ່ນ ​ໄດ້​ແຜ່​ລາມອອກ​ໄປໃນ​ວັນ​ອາທິດ​ມື້​ນີ້ ພ້ອມ​ກັບ​ທີ່​ມີ​ຫລາຍຂົງ​
ເຂດໃນ​ປະ​ເທດຕື່ມ​ອີກ ​ແຈ້ງ​ໃຫ້​ຊາບ​ວ່າ ພົບ​ເຫັນ​ຊີ້ນ​ງົວ​ທີ່​ເຈືອ​ປົນ​ດ້ວຍ​ກໍາ​ມັນຕະພາບ​
ລັງສີ​ທີ່​ເປັນ​ພິດ​ນັ້ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ກ່າວ​ວ່າ ຊີ້ນ​ຈາກ​ງົວ 132 ​ໂຕ ​ທີ່​ກິນເຟືອ​ງທີ່ມີ​ກໍາ​ມັນ​ຕະພາບ​ລັງສີ​ນີວ
​ເຄລຍ cesium ​ໃນ​ລະດັບ​ສູງ​ສຸດ​ນັ້ນ ​ໄດ້​ຖືກ​ສົ່ງ​ໄປ​ຂາຍໃນ​ທົ່ວ​ປະ​ເທດ.

ຄາດ​ກັນວ່າ​ ​ໃນ​ວັນ​ອັງຄານ​ສັບປະດາ​ນີ້ ລັດຖະບານ​ຈະ​ທໍາ​ການ​ຫ້າມ​ສົ່ງອອກ​ຊີ້ນທັງ​
ໝົດ​ຈາກແຂວງ Fukushima ບ່ອນ​ທີ່​ໂຮງປັ່ນ​ໄຟຟ້າ​ນໍ້າ​ເບີ​ນຶ່ງຂອງ​ໂຮງ​ໄຟຟ້າ​ນີວ​
ເຄລຍ Fukushima ຍັງ​ສົ່ງ​ກໍາ​ມັນ​ຕະພາບ​ລົງ​ສີ​ອອກ​ມາຢູ່​ນັ້ນ.

ລັດຖະບານ​ກ່າວ​ວ່າ ບໍ່​ມີໄພ​ຂົ່ມ​ຂູ່​ຕໍ່​ຊີວິດ​ຂອງ​ຜູ້​ຄົນ​ໃນ​ເວລາ​ນີ້​ຈາກ​ການກິນ​ຊີ້ນ​ງົວ​ ​ໃນ
ອັດຕາ​ຕາມມາດ​ຕະຖານນັ້ນ.

XS
SM
MD
LG