ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນປົດພວກເຈົ້າໜ້າທີ່ ທີ່ກໍາກັບນໍາການແກ້ໄຂ​ ວິກິດການໂຮງງານໄຟຟ້ານີວເຄລຍ


ໂຮງງານໄຟຟ້ານີວເຄລຍ Fukushima Daichi
ໂຮງງານໄຟຟ້ານີວເຄລຍ Fukushima Daichi

ລັດຖະບານຍີ່ປຸ່ນກ່າວວ່າ ຕົນຈະ​ປົດເຈົ້າໜ້າທີ່ລະດັບສູງສາມຄົນອອກ ຈາກຕໍາແໜ່ງ ທີ່ພົວພັນກັບການແກ້ໄຂວິກິດການໂຮງງານໄຟຟ້ານີວເຄລຍ Fukushima Daichi ນັ້ນ.

ທ່ານ Banri Kaieda ລັດຖະມົນຕີການຄ້າແລະອຸດສາຫະກໍາກ່າວ​ໃນ ວັນພະຫັດມື້ນີ້ວ່າ
ທ່ານຈະແຕ່ງຕັ້ງຜູ້​ໃໝ່​ຂຶ້ນແທນ ຫົວໜ້າອົງການຄວາມປອດໄພນີວເຄລຍຂອງຍີ່ປຸ່ນ ຫົວ
ໜ້າອົງການພະລັງງານ ແລະຮອງລັດຖະມົນຕີ​ຄົນ​ນຶ່ງໃນກະຊວງຂອງທ່ານເອງ. ທ່ານ
Kaieda ​ເອງ ເຄີຍໄດ້ກ່າວໄວ້ວ່າ ທ່ານຕັ້ງໃຈທີ່ລາອອກໃນອະນາຄົດອັນ​ໃກ້ນີ້ ເພື່ອຮັບເອົາ ຄວາມຮັບຜິດຊອບຕໍ່ຄວາມຜິດພາດຕ່າງໆໃນການແກ້ໄຂບັນຫາວິກິດການໂຮງໄຟຟ້ານີວ
ເຄລຍ ດັ່ງກ່າວນັ້ນ

ການໄລ່ພວກເຈົ້າໜ້າທີ່ດັ່ງກ່າວອອກຈາກຕໍາແໜ່ງ ມີ​ຂຶ້ນພາຍຫລັງມີການເປີດເຜີຍວ່າ ພວກ
ເຈົ້າໜ້າທີ່ລັດຖະບານ ໄດ້ພະຍາຍາມຢ່າງລັບໆ ​ເພື່ອປ່ຽນແປງຄວາມຄິດເຫັນຂອງມະຫາຊົນ
ຢູ່​ໃນ​ກອງປະຊຸມສໍາມະນາປະຊາຊົນ ຫລາຍໆບັ້ນ ເພື່ອໃຫ້ໄດ້ຮັບການສະໜັບສະໜຸນສືບ​ຕໍ່​
ມາ​ກ່ຽວ​ກັບການຊົມໃຊ້ພະລັງນີວເຄລຍນັ້ນ. ຫລາຍໆອົງການຂອງລັດຖະບານຖືກກ່າວຫາ
ວ່າ ມີຄວາມສໍາພັນທີ່​ໃກ້ຊິດເກີນໄປກັບວົງ​ການອຸດສາຫະກໍາພະລັງນີວເຄລຍ.

XS
SM
MD
LG