ກໍາມະການສະພາຍີ່ປຸ່ນຄະນະນຶ່ງ ໄດ້ສະລຸບຜົນການສືບສວນສອບສວນ ກ່ຽວກັບໄພພິບັດນີວເຄລຍທີ່ໂຮງໄຟຟ້າ Fukushima ເມື່ອປີຜ່ານມານີ້ວ່າ ເຮັດຂຶ້ນໂດຍມະນຸດ ໃນຂະນະທີ່ບັນດາເຈົ້າໜ້າທີ່ໄດ້ປະກາດການໃຊ້ງານໄຟຟ້ານີວເຄຼຍທີ່ຍັງເປັນບັນຫາໂຕ້ແຍ້ງ ຄືນໃໝ່ອີກເປັນເທື່ອທໍາອິດ ຫຼັງຈາກໄດ້ເກີດວິກິດການ.
ລາຍງານ ອີງຕາມການສືບສວນສອບສວນເປັນເວລາຫົກເດືອນ ພົບວ່າ ເປັນຄວາມຜິດໂດຍທັງຝ່າຍລັດຖະບານ ແລະບໍລິສັດໄຟຟ້າໂຕກຽວ ຫຼື Tokyo Electric Power Company ຜູ້ບໍລິຫານໂຮງໄຟຟ້ານີວເຄຼຍ Fukushima ທີ່ບໍ່ໄດ້ມອງເຫັນສະພາບການລ່ວງໜ້າ ຫຼືວາງແຜນປ້ອງກັນອຸບັດເຫດນີວເຄຼຍຄັ້ງຮ້າຍແຮງທີ່ສຸດ ນັບຕັ້ງແຕ່ເກີດໄພພິບັດທີ່ໂຮງໄຟຟ້ານີວເຄຼຍ Chernobyl ໃນປີ 1986 ທີ່ປະເທດຢູເຄຣນທາງພາກ
ຕາເວັນອອກຂອງຢູໂຣບນັ້ນ.
ຄະນະກໍາມະການສອບສວນ ພົບວ່າບັນດາເຈົ້າໜ້າທີ່ກ່ຽວຂ້ອງໃນເວລານັ້ນ ມີເຈຕະນາຖ່ວງເວລາການຕັດສິນໃຈ ທີ່ອາດສາມາດປ້ອງກັນໂຮງ ໄຟຟ້ານີວເຄຼຍຟູກູຊິມະ ຈາກໄພແຜ່ນດິນໄຫວ ແລະສຸນາມິຄັ້ງຮ້າຍແຮງທີ່ຖະຫຼົ່ມຍີ່ປຸ່ນເມື່ອເດືອນມີນາປີຜ່ານມາໄວ້ໄດ້.
ໃນລາຍງານທີ່ເອົາຈິງເອົາຈັງດັ່ງກ່າວ ຄະນະກໍາມະການສອບສວນ ກ່າວວ່າ ອຸບັດເຫດນີ້ ບໍ່ໃຫ້ຄຶດວ່າເປັນໄພພິບັດທໍາມະຊາດ ແລະວ່າຜົນກະທົບຂອງມັນນັ້ນອາດສາມາດເຮັດໃຫ້ເບົາບາງລົງໄດ້ຈາກການຮັບມືຢ່າງມີປະ ສິດທິຜົນຂອງມະນຸດນັ້ນຫຼາຍກວ່າ.
ໃນຂະນະນີ້ ຈັກຫຼືປະຕິກອນນິວເຄຼຍແຫ່ງນຶ່ງ ທາງພາກຕາເວັນຕົກຂອງ ຍີ່ປຸ່ນ ໄດ້ເລີ່ມຜະລິດກະແສໄຟຟ້າທີ່ຕ້ອງການທີ່ສຸດນັ້ນ ເປັນເທື່ອທໍາອິດນັບຕັ້ງແຕ່ການປິດໂຮງງານໄຟຟ້າທົ່ວປະເທດ ໄດ້ມີການຈັດຕັ້ງປະຕິບັດຫຼັງຈາກໄດ້ເກີດໄພພິບັດນັ້ນ.
ປະຕິກອນນີວເຄຼຍໜ່ວຍທີສາມ ທີ່ໂຮງງານໄຟຟ້ານີວເຄຼຍ Ohi ກໍເປີດໃຊ້ ການຄືນແລ້ວເມື່ອວັນພະຫັດມື້ນີ້ ເຖິງແມ່ນຈະມີການຄັດຄ້ານຈາກມະຫາ ຊົນຢ່າງກວ້າງຂວາງ ເພື່ອຜະລິດກະແສໄຟຟ້າພະລັງນີວເຄຼຍຄືນໃໝ່ນັ້ນ ກໍຕາມ.