ປະຊາຊົນຍີ່ປຸ່ນຫຼາຍພັນຄົນໄດ້ພາກັນເດີນຂະບວນໄປຍັງຕຶກສະພາຍິ່ປຸ່ນ ເພື່ອທວງໃຫ້ສັ່ງຫ້າມການໃຊ້ພະລັງນີວເຄລຍ.
ພວກເດີນຂະບວນປະທ້ວງໄດ້ອ້ອມລ້ອມຕຶກສະພາ Diet ໄວ້ ເມື່ອວັນອາທິດມື້ນີ້ ພ້ອມກັບຖືທຽນໄຂໃນການໂຮມຊຸມນຸມກັນຢ່າງສັນຕິ ເພື່ອທວງໃຫ້ລັດຖະບານຂອງນາຍົກລັດຖະມົນຕີ Yoshihiko Noda ປະຖິ້ມພະລັງນີວເຄລຍນັ້ນເສຍ. ໂຮງໄຟຟ້ານີວເຄລຍສອງແຫ່ງໄດ້ເປີດໃຊ້ການ ຄືນໃໝ່ໃນຕົ້ນເດືອນຜ່ານມານີ້ ເຖິງແມ່ນຈະມີຄວາມເປັນຫ່ວງກັນດ້ານຄວາມປອດໄພກໍຕາມ ຫຼັງຈາກໂຮງໄຟຟ້ານີວເຄລຍ Fukushima-Dai-ichi ພັງທະລາຍ ລົງເມື່ອປີກາຍນີ້.
ໂຮງໄຟຟ້ານີວເຄລຍທີ່ໃຊ້ການໄດ້ທັງໝົດ 50 ແຫ່ງ ໃນຍິ່ປຸ່ນ ໄດ້ຖືກປິດລົງໃນເດືອນພຶດສະພາຜ່ານມາ ເພື່ອທໍາການກວດກາຕາມປົກກະຕິ.
ການໂຮມຊຸມນຸມປະທ້ວງປະຈໍາອາທິດ ຢູ່ບໍລິເວນນອກບ້ານພັກຂອງນາຍົກລັດຖະມົນຕີ Noda ນັ້ນ ໄດ້ດຶງດູດຄວາມສົນໃຈຈາກປະຊາຊົນອີກຫຼາຍສິບພັນຄົນທີ່ຄັດຄ້ານພະລັງນີວເຄລຍ.