ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນປະເມີນການຜິດ ກ່ຽວກັບຟອງຍັກສຸນາມິ


ໂຮງໄຟຟ້ານີວເຄລຍ Fukushima ກ່ອນເຫດການຄື້ນຟອງສຸນາມິ
ໂຮງໄຟຟ້ານີວເຄລຍ Fukushima ກ່ອນເຫດການຄື້ນຟອງສຸນາມິ

ທີມພວກຊ່ຽວຊານຂອງລະຫວ່າງຊາດທີມນຶ່ງ ທີ່ກໍາລັງທໍາ ການສອບສວນອຸບັດເຫດຢູ່ໂຮງໄຟຟ້ານີວເຄລຍ Fukushima ນັ້ນ ກ່າວວ່າ ຍີ່ປຸ່ນໄດ້ປະ ເມີນການທີ່ຜິດ ພາດເຖິງຄວາມສ່ຽງຈາກຄື້ນຟອງສຸນາມິ ຕໍ່ໂຮງໄຟຟ້ານີວ ເຄລຍຂອງຕົນນັ້ນ.

ການຄົ້ນພົບທີ່ວ່ານີ້ບັນຈຸຢູ່ໃນລາຍງານເບື້ອງຕົ້ນສະບັບນຶ່ງ ທີ່ກະກຽມເພື່ອ ນໍາສະເໜີຕໍ່ລັດຖະບານຍີ່ປຸ່ນໃນວັນພຸດມື້ນີ້ ລາຍງານໂດຍລະອຽດຂອງພວກນັກຊ່ຽວຊານ 18 ຄົນ ແມ່ນຈະນໍາໄປມອບໃຫ້ແກ່ກອງປະຊຸມອົງການພະລັງງານ ປະລະມະນູສາກົນ ທີ່ຈະເລີ່ມຂຶ້ນວັນທີ່ 20 ເດືອນມິຖຸນານີ້ ທີ່ນະຄອນວຽນນາ ປະເທດ ອອສເຕຣຍ.

ລາຍງານໃນວັນພຸດມື້ນີ້ ເວົ້າວ່າ ພວກເຈົ້າໜ້າທີ່ຍີ່ປຸ່ນໄດ້ກະທໍາທຸກຢ່າງ ທີ່ເປັນໄປໄດ້ລຸນ ຫລັງເຫດການຄື້ນຟອງສຸນາມິເມື່ອວັນທີ່ 11 ເດືອນມີນາຜ່ານມາ ທີ່ໄດ້ຕັດຂາດການສົ່ງ ກະແສໄຟຟ້າເຂົ້າໄປໃນໂຮງງານ ແລະ ລະບົບທໍາຄວາມເຢັນ ທີ່ເປັນເຫດໃຫ້ແກນຂອງ ເຕົາແຍກນິວເຄລຍ 3 ໜ່ວຍຂອງຈຳນວນທັງໝົດ 6 ໜ່ວຍ ທີ່ໂຮງໄຟຟ້າ Fukishima ນັ້ນ ລະລາຍ.

ແຕ່ລາຍງານເວົ້າອີກວ່າ ອຸບັດເຫດດັ່ງກ່າວນີ້ສະແດງໃຫ້ເຫັນວ່າ ພວກອອກແບບໂຮງໄຟຟ້າ ນີວເຄລຍໃນຍີ່ປຸ່ນ ແລະໃນທົ່ວໂລກນັ້ນ ແມ່ນຈະ ຕ້ອງມີຄວາມພະຍາຍາມເພີ່ມຂຶ້ນກວ່າ ເກົ່າໃນຄວາມຫວັງແລະກະຕຽມ ຮັບມືກັບໄພພິບັດທໍາມະຊາດຕ່າງໆ.

XS
SM
MD
LG