ຍີ່ປຸ່ນກ່າວວ່າ ຕົນຈະເປີດການເຈລະຈາລະດັບລັດຖະບານກັບເກົາຫລີເໜືອ ໃນເດືອນນີ້
ຊຶ່ງເປັນຄັ້ງທໍາອິດ ໃນຮອບສີ່ປີ.
ລັດຖະບານຍີ່ປຸ່ນ ກ່າວວ່າ ການເຈລະຈາທີ່ວ່ານີ້ ຈະກວມເອົາຫລາຍໆບັນຫາ ລະຫວ່າງ
ສອງປະເທດ ແລະຈະມີຂື້ນທີ່ກຸງປັກກິ່ງ ໃນວັນທີ່ 29 ສິງຫານີ້.
ການປະກາດໃນວັນອັງຄານມື້ນີ້ ໄດ້ມີຂື້ນເກືອບແປດເດືອນຫລັງຈາກຜູ້ນໍາເກົາ ຫລີເໜືອ
ທ່ານ Kim Jong Un ໄດ້ເຂົ້າກໍາອໍານາດ ຫຼັງຈາກການເຖິງແກ່ອະ ສັນຍະກຳຂອງມື້ລາງ
ບິດາທ່ານ ຄື ທ່ານ Kim Jong II.
ການເຈລະຈາລະຫວ່າງລັດຖະບານຂອງປະເທດທັງສອງ ອາດເປັນສັນຍານ ສະແດງໃຫ້ເຫັນ
ເຖິງຄວາມຄືບໜ້າ ໃນການພະຍາຍາມທີ່ຈະສ້າງຕັ້ງສາຍພົວພັນຢ່າງເປັນປົກກະຕິ ລະຫວ່າງ
ປະເທດເພື່ອນບ້ານເອເຊຍທັງສອງ.
ຄວາມສໍາພັນລະຫວ່າງປະເທດທັງສອງ ໄດ້ຊຸດໂຊມມາເປັນເວລາດົນນານແລ້ວ ໂດຍທີ່
ໂຕກຽວກ່າວອ້າງວ່າ ພຽງຢາງໄດ້ລັກພາໂຕຊາວຍີ່ປຸ່ນ ຊຶ່ງສ່ວນໃຫຍ່ຢູ່ໃນສະໄໝສົງ
ຄາມເຢັນ.
ເກົາຫລີເໜືອຍອມຮັບວ່າ ໄດ້ລັກພາໂຕຄົນສັນຊາດຍີ່ປຸ່ນ 13 ຄົນ ໃນຊຸມປີ 1970 ແລະ
1980 ແຕ່ກໍກ່າວວ່າ ບັນຫາໄດ້ຖືກແກ້ໄຂໄປແລ້ວ ນັບຕັ້ງແຕ່ຕົນໄດ້ອະນຸຍາດໃຫ້ພວກຖືກ
ລັກພາໂຕຫ້າຄົນ ກັບໄປຍັງຍີ່ປຸ່ນ.
ຍີ່ປຸ່ນສົງໄສວ່າ ເກົາຫລີເໜືອຍັງເຊື່ອງພວກທີ່ລອດຊີວິດໄວ້ຈຳນວນນຶ່ງ ແລະໄດ້ລັກພາໂຕ
ຜູ້ຄົນຫລາຍກວ່າທີ່ໄດ້ຍອມຮັບໄປນັ້ນ.