ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ກຽມພ້ອມ ເພື່ອຮັບມື ກັບການຍິງ ລູກສອນໄຟ ຂອງເກົາຫຼີເໜືອ (ເບິ່ງສະໄລດ໌ກັບວີດີໂອ)


ຍີ່ປຸ່ນຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟ Patriot ທີ່ກ້າວໜ້າທັນສະໄໝ (PAC-3) ຢູ່ທີ່ກະຊວງປ້ອງກັນປະເທດ ໃນກຸງໂຕກຽວ (7 ເມສາ 2012)
ຍີ່ປຸ່ນຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟ Patriot ທີ່ກ້າວໜ້າທັນສະໄໝ (PAC-3) ຢູ່ທີ່ກະຊວງປ້ອງກັນປະເທດ ໃນກຸງໂຕກຽວ (7 ເມສາ 2012)

ແຜນການຂອງເກົາຫຼີເໜືອ ໃນການດຳເນີນຄວາມພະຍາຍາມ ເທື່ອທີ 3 ທີ່ຈະສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນນັ້ນ ໄດ້ພາໃຫ້ມີການກຽມພ້ອມທາງທະຫານຢູ່ ທີ່ປະເທດຍີ່ປຸ່ນ. ເຈົ້າໜ້າທີ່ ຂອງຍີ່ປຸ່ນແລະເຈົ້າໜ້າທີ່ໃນປະເທດອື່ນໆກ່າວວ່າ ການຍິງຈະຫຼວດເພື່ອສົ່ງດາວທຽມຊຶ່ງຄາດ ວ່າ ຈະມີຂຶ້ນໃນກາງເດືອນເມສານີ້ ຈະເປັນການລ່ວງລະເມີດ ຕໍ່ມະຕິຂອງອົງການສະຫະປະ ຊາຊາດ ທີ່ຫ້າມບໍ່ໃຫ້ເກົາຫຼີເໜືອ ນຳໃຊ້ເທັກໂນໂລຈີ ລູກສອນໄຟຂີປະນາວຸດນັ້ນ. Steve Herman ຜູ້ສື່ຂ່າວຂອງວີໂອເອ ມີລາຍງານກ່ຽວກັບເລື່ອງນີ້ ຈາກກຸງໂຕກຽວ

ບາງທີ ມັນ​ອາດ​ຈະ​ເປັນ​ການ​ກຽມພ້ອມ​ທາງ​ທະຫານ​ໃນ​ລະດັບ​ສູງ​ສຸດ​ ສຳຫຼັບກອງທັບ​ຍີ່ປຸ່ນ
ນັບ​ແຕ່​ສົງຄາມ​ໂລກ​ຄັ້ງທີ 2 ​ເປັນຕົ້ນມາ​ ກໍ​ເປັນ​ໄດ້.

ຍີ່ປຸ່ນ​ໄດ້​ສົ່ງ​ກຳ​ປັ່ນ​ລົບ​ຈຳນວນ​ນຶ່ງທີ່​ມີ​ຄວາມ​ສາມາດ​ໃນ​ການ​ຍິງ​ທຳລາຍ​ລູກ​ສອນໄຟອອກ​ໄປ
ປະຈຳ​ໜ້າ​ທີ່ຢູ່ກາງທະເລ ​ແລະ​ໄດ້​ຕິດຕັ້ງລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟຢູ່​ຕາມ​ເກາະດອນຕ່າງໆ​
ທີ່ຢູ່​ເຂດ​ນອກແລະ​ແມ່ນ​ກະ​ທັງ​ໃນ​ເຂດ​ໃຈກາງ​ກຸງ​ໂຕ​ກຽວ​ກໍ​ມີ​ການຕັ້ງລະບົບ​ດັ່ງກ່າວເຊັ່ນ​ກັນ.

ກຳລັງ​ທະຫານ​ຂອງ​ສະຫະລັດ​ໃນ​ປະ​ເທດ​ຍີ່ປຸ່ນກໍ​ໄດ້​ຮັບ​ຄຳ​ສັ່ງ​ທີ່​ຄ້າຍຄື​ກັນ ​ໃຫ້​ຢູ່​ໃນ​ທ່າ​ກຽມ​
ພ້ອມ.

ທີ່​ເກາະ Ishigaki ຊຶ່ງ​ເປັນ​ເກາະ​ດອນ​ທີ່​ສອກຫຼີກຫ່າງ​ໄກຂອງ​ຍີ່ປຸ່ນ​ນັ້ນ ປະຊາຊົນ​ບາງ​ຄົນ​
ເວົ້າວ່າ ການ​ກະກຽມ​ຂອງ​ພວກ​ທະຫານ​ເຮັດ​ໃຫ້​ເຂົາ​ເຈົ້າຮູ້ສຶກ​ບໍ່​ສະບາຍໃຈແຕ່ປະຊາຊົນ​ຄົນ​
ນຶ່ງ​ອາ​ໄສ​ຢູ່ທີ່​ເກາະດັ່ງກ່າວ​ເວົ້າວ່າ.

ຊາຍ​ຄົນ​ນີ້​ເວົ້າວ່າ “ຂ້ອຍ​ບໍ່​ເຊື່ອ​ເລີຍ​ວ່າ ​ແມ່ນ​ຫຍັງ​ຄື​ມາ​ໃຫ້​ຄວາມສຳຄັນ​ພິລຶກແທ້ໆ
ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຊື່ໆ.”

ແຕ່ທ່ານ​ Noriyuki Shikata ໂຄສົກຂອງ​ທຳນຽບນາຍົກລັດຖະມົນຕີຍີ່ປຸ່ນກ່າວ​ວ່າ ມັນ​ບໍ່​
ແມ່ນ​ການສະ​ແດງປະຕິກິລິຍາ ​ເກີນຂອບ​ເຂດ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ Shikata ​ເວົ້າວ່າ “ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​
ເກົາຫຼີ​ເໜືອ ​ທີ່​ຈິງແລ້ວ​ ເປັນ​ການ​ຂົ່ມຂູ່​ໂດຍ​ກົງຕໍ່​ຄວາມ​ໝັ້ນຄົງ​ຂອງ​ຍີ່ປຸ່ນແລະມັນ​
ກໍເປັນ​ເລື່ອງ​ທຳ​ມະດາ​ ສຳ​ຫຼັບພວກ​ເຮົາ​ ທີ່​ຈະ​ຕ້ອງ​ກະກຽມ ​ໂດຍການ​ຮ່ວມ​ມື​ກັນ​
ແບບ​ໃກ້ຊິດ ​ໂດຍສະ​ເພາະ​ແລ້ວ​ ແມ່ນ​ກັບ​ກອງທັບ​ຂອງ​ສະຫະລັດ.”

ກຣາຟິກລັດສະໝີລູກສອນໄຟ UNHA ຂອງເກົາຫຼີເໜືອ
ກຣາຟິກລັດສະໝີລູກສອນໄຟ UNHA ຂອງເກົາຫຼີເໜືອ

ການ​ກະກຽມ​ຂອງ​ຍີ່ປຸ່ນ​ແລະ​ເກົາ
ຫຼີ​ໃຕ້ ​ທີ່​ຈະ​ຍິງ​ທຳລາຍ​ລູກ​ສອນ​
ໄຟ​ຂອງ​ເກົາຫຼີ​ເໜືອ​ຖ້າ​ລູກ​ສອນ
ໄຟ​ດັ່ງກ່າວ ​ຫາກ​ອອກ​ຈາກ​ທິດ​
ທາງ​ແລະ​ບິນ​ຂ້າມ​ດິນ​ແດນ​ຂອງ
ພວກ​ເຂົາ​ເຈົ້ານັ້ນໄດ້​ພາ​ໃຫ້​ມີ​ການ
ຂົ່ມຂູ່ຄັ້ງ​ໃໝ່​ຈາກ​ພຽງ​ຢາງ ​ໂດຍ​
ທີ່ເກົາຫຼີ​ເໜືອ​ເວົ້າວ່າການ​ກະທຳ
ແບບ​ນີ້​ອາດ​ຈະ​ໝາຍ​ເຖິງ​ສົງຄາມ
ແລະ ​ຕົນກໍຈະ​ທຳ​ການ​ຕອບ​ໂຕ້​
ທາງ​ທະຫານ​ໃນ​ທັນທີ.

ໂຄສົກ​ຍິງ​ຂອງ​ໂທລະພາບ​ເກົາຫຼີ​
ເໜືອ​ປະກາດ​ວ່າ “ຜູ້​ໃດ​ກໍ​ຕາມ​
ທີ່ຍິງ​ທຳລາຍ​ ລູກສອນ​ໄຟ
ຂອງ​ພວກ​ເຮົາ ຫຼື​ເກັບ​ເອົາ​
ຊາກ​ຂອງ​ລູກ​ສອນ​ໄຟ​ນີ້​ແລ້ວແມ່ນ​ຈະ​ໄດ້ຮັບ​ການ​ລົງ​ໂທດ​ໃນ​ທັນທີ ຢ່າງ​ເດັດດ່ຽວ​
ແລະ​ໄຮ້​ຄວາມ​ປານີ.”

ຖ້າເຈົ້າໜ້າທີ່ຍີ່ປຸ່ນແນມ​ເຫັນ​ວ່າ​ ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ເໜືອຢູ່​ໃນ​ເສັ້ນທາງ​ທີ່​ຈະ​ຕົກ​ໃສ່​ປະ
ເທດ​ຍີ່ປຸ່ນ​ແລ້ວ ຍີ່ປຸ່ນກໍ​ຈະ​ອອກ​ຄຳ​ເຕືອນຜ່ານ​ລະບົບ​ເຕືອນ​ໄພ​ສຸກ​ເສີນເພື່ອ​ແຈ້ງ​ໃຫ້​ປະຊາ
ຊົນ​ຊາບ​ໃນ​ທັນທີ. ທ່ານ Shikata ຮອງ​ຫົວໜ້າ​ຝ່າຍ​ປະຊາສຳພັນຂອງ​ຄະນະ​ລັດຖະບານ
ຍີ່ປຸ່ນ​ເວົ້າວ່າ ຍີ່ປຸ່ນແມ່ນ​ຈະ​ກຽມພ້ອມ ບໍ່​ວ່າ​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ.

ທ່ານ Shikata ​ເວົ້າວ່າ “ທ່າ​ທີ​ຂອງ​ພວກ​ເຮົາ​ກໍ​ຄື​ ພວກ​ເຮົາ​ຈະຕັ້ງຢູ່​ໃນ​ຄວາມສະ
ຫງົບ ​ແຕ່​ໃນ​ຂະ​ນະ​ດຽວ​ກັນ ພວກ​ເຮົາ​ກໍ​ຈະ​ມີ​ຄວາມ​ລະມັດ​ລະວັງ​ ເພື່ອຮັບ​ມືກັບ
ເຫດການ​ສຸ​ກ​ເສີນ​ຕ່າງໆ.”

ສ່ວນ​ສະມາ​ຊິກສະພາ Ichiro Aisawa ຊຶ່​ງ​ເປັນ​ປະທານ​ຄະນະ​ກຳມະການ​ກິດຈະ​ການ​ຕ່າງ
ປະ​ເທດ​ຢູ່​ໃນ​ສະພາ​ຂອງ​ພັກ​ຝ່າຍ​ຄ້ານກ່າວ​ວ່າ.

ທ່ານ Aisawa ​ເວົ້າວ່າ “ຖ້າ​ຍີ່ປຸ່ນ​ຫາກ​ພົບ​ວ່າ​ ຕົນ​ໄດ້​ຕົກ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ
ຂອງ​ລູກ​ສອນ​ໄຟ ມັນ​ກໍ​ຈະ​ທໍ່​ກັບ​ເປັນ​ການ​ຮຸກ​ຮານ ​ແລະ​ພວກ​ເຮົາ ​ກໍ​ຈະ​ບໍ່​ມີ​ທາງ
ເລືອກ​ທາງ​ອື່ນ ນອກ​ເໜືອ​ໄປ​ຈາກ ​ຖືກ​ແກ່​ດຶງ​ເຂົ້າສູ່​ການ​ເລີ່​ມ​ເຮັດ​ສົງຄາມ. ​ແຕ່​
ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ພະຍາຍາມ ​ຮັກສາ​ອາລົມ​ໃຫ້​ເຢັນ​ໄວ້ ແລະ​ທຳການ​ຕັດ
ສິນ​ໃຈ​ທີ່​ຖືກຕ້ອງ.”

ຖ້າ​ການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ ຫາກ​ດຳ​ເນີນ​ໄປ​ຕາມ​ກຳນົດ​ການ​ແລ້ວ ​ເຈົ້າໜ້າ​ທີ່ຍີ່ປຸ່ນກ່າວ​
ວ່າ ຕົນ​ຈະ​ຊຸກຍູ້​ໃຫ້​ມີ​ການ​ລົງ​ໂທດ​ໜັກ​ຂຶ້ນຕື່ມ​ຕໍ່​ເກົາຫຼີ​ເໜືອແລະ​ຜູ້ນຳຄົນໃໝ່ທີ່​ຍັງ​ໜຸ່ມ​ນ້ອຍ
ທ່ານ​ກິມຈົງ​ອຸນນັ້ນ.

XS
SM
MD
LG