ເຈົ້າໜ້າທີ່ຈາກ ຍີ່ປຸ່ນ ແລະເກົາຫລີເໜືອ ກໍາລັງສົນທະນາຫາລືກັນ ໃນກອງປະຊຸມລະດັບລັດຖະບານຄັ້ງທໍາອິດຂອງເຂົາເຈົ້າ ໃນລະຍະສີ່ປີ.
ການປະຊຸມກັນໃນວັນພຸດມື້ນີ້ ຢູ່ທີ່ ສະຖານທູດ ຍີ່ປຸ່ນ ປະຈໍາກຸງປັກກິ່ງ ໄດ້ຖືກບັນລະຍາຍວ່າ ເປັນການສົນທະນາຂັ້ນເລີ້ມຕົ້ນ ລະຫວ່າງສອງປະເທດ ທີ່ບໍ່ມີຄວາມສໍາພັນທາງການທູດກັນຢ່າງເປັນທາງການ.
ຍີ່ປຸ່ນ ແລະເກົາຫລີເໜືອ ໄດ້ພົບປະກັນຄັ້ງສຸດທ້າຍໃນປີ 2008. ສໍາພັນທະໄມຕີລະຫວ່າງປະເທດທັງສອງໄດ້ຕົກຢູ່ໃນສະພາບເຄ່ງຕຶງ ຍ້ອນການຜິດຖຽງກັນກ່ຽວກັບ ໂຄງການນິວເຄລຍຂອງເກົາຫລີເໜືອ ແລະການກ່າວອ້າງຂອງຍີ່ປຸ່ນ ທີ່ວ່າ ເກົາຫລີ
ເໜືອ ໄດ້ລັກພາໂຕຄົນສັນຊາດຍີ່ປຸນໄປຫລາຍຄົນ ໃນຊຸມປີ 1970 ແລະ 1980 ນັ້ນ.
ເກົາຫລີເໜືອ ໄດ້ສາລະພາບວ່າ ຕົນໄດ້ລັກພາໂຕຊາວຍີ່ປຸ່ນໄປ 13 ຄົນ ແຕ່ກໍເວົ້າວ່າ ບັນຫາດັ່ງກ່າວໄດ້ຖືກແກ້ໄຂໄປແລ້ວ ເນື່ອງຈາກວ່າ ຕົນໄດ້ປ່ອຍພວກຖືກລັກພາໂຕ ຫ້າຄົນ ກັບຄືນເມືອບ້ານ ໃນເວລາຕໍ່ມາ.
ຍີ່ປຸ່ນ ສົງໄສວ່າ ເກົາຫລີເໜືອ ຍັງຊຸກເຊື່ອງພວກທີ່ຍັງລອດຊີວິດຢູ່ໄວ້ ແລະໄດ້ລັກພາໂຕໄປ ຫລາຍຄົນກວ່າທີ່ໄດ້ຍອມຮັບ.