ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອຊ່ອຍຜູ້ປະສົບໄພ ແຜ່ນດິນໄຫວ ໃນຍີ່ປຸ່ນ


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ

ເກົາຫຼີເໜືອຊຶ່ງເປັນນຶ່ງໃນບັນດາປະເທດທີ່ຕ້ອງການຄວາມ
ຊ່ອຍເຫຼືອຫຼາຍທີ່ສຸດ ໃນໂລກນັ້ນ ກ່າວວ່າຕົນໄດ້ບໍລິຈາກ
ເງິນຫຼາຍກວ່າ 5 ແສນໂດລາເພື່ອນຳໄປຊ່ອຍຜູ້ປະສົບໄພ
ແຜ່ນດິນໄຫວໃນປະເທດຍີ່ປຸ່ນ.

ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ອອກຖະ
ແຫຼງຂ່າວສະບັບນຶ່ງ ໃນວັນພະຫັດມື້ນີ້ ເວົ້າວ່າ ສະພາກາ
ແດງຂອງເກົາຫຼີເໜືອໄດ້ສົ່ງເງິນບັນເທົາທຸກ 1 ແສນໂດລາ
ໄປໃຫ້ສະພາກາແດງຂອງຍີ່ປຸ່ນ ແລະໄດ້ສະແດງຄວາມເສົ້າ
ສະລົດໃຈຢ່າງເລິກເຊິ່ງ ຕໍ່ພວກເຄາະຮ້າຍ ຈາກໄພແຜ່ນດິນ
ໄຫວແລະຟອງຍັກສຸນາມິ​ເມື່ອວັນທີ 11 ມີນາຜ່ານມາ.

ໃນຖະແຫຼງຂ່າວອີກສະບັບນຶ່ງນັ້ນອົງການຂ່າວສູນກາງຂອງເກົາຫຼີເໜືອເວົ້າວ່າ ທ່ານກິມຈົງ
ອິລຜູ້ນຳຂອງເກົາຫຼີເໜືອໄດ້ສົ່ງເງິນສ່ວນໂຕອີກ 5 ແສນໂດລາໄປຊ່ອຍພວກປະຊາຊົນທີ່ນິ
ຍົມເກົາຫຼີເໜືອທີ່ອາໄສຢູ່ໃນປະເທດຍີ່ປຸ່ນ​ແລະໄດ້ຮັບຜົນກະທົບຈາກໄພທຳມະຊາດທັງສອງ
ນີ້.

ຍີ່ປຸ່ນເປັນບ່ອນຢູ່ອາ​ໃສ ຂອງພວກທີ່ສືບເຊື້ອສາຍມາຈາກຊາວເກົາຫຼີ ທີ່ໄດ້ຖືກສົ່ງໄປຍັງປະ
ເທດຍີ່ປຸ່ນ​ໂດຍການບັງຄັບ ໃນລະຫວ່າງທີ່ຍີ່ປຸ່ນເປັນເຈົ້າອານານິຄົມຂອງແຫຼມເກົາຫຼີ ແຕ່ປີ
1910 ຫາ 1945. ປະຊາຄົມເກົາຫຼີໃນຍີ່ປຸ່ນແບ່ງອອກເປັນສອງກຸ່ມດ້ວຍກັນຄືພວກສະໜັບ ສະໜຸນຄອມມູນິສເກົາຫຼີເໜືອ ແລະພວກສະໜັບສະໜຸນເກົາຫຼີໃຕ້ທີ່ເປັນປະຊາທິປະໄຕ.

XS
SM
MD
LG