ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມຜູ້ໄດ້ຮັບລາງວັນໂນແບລ


ອົງດາໄລລາມະ ສະເດັດໄປຮ່ວມກອງປະຊຸມ ຜູ້ທີ່ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ທີ່ປະເທດຍີ່ປຸ່ນ
ອົງດາໄລລາມະ ສະເດັດໄປຮ່ວມກອງປະຊຸມ ຜູ້ທີ່ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ທີ່ປະເທດຍີ່ປຸ່ນ

ອົງດາໄລລາມະແລະຜູ້ທີ່ເຄີຍໄດ້
ຮັບ ລາງວັນໂນແບລ ຂະແໜງ
ສັນຕິພາບຄົນອື່ນໆໄດ້ພົບປະກັນ
ໃນກອງປະຊຸມສຸດຍອດເພື່ອລຶບລ້າງອາວຸດນິວເຄລຍ ທີ່ນະຄອນຮີໂຣຊີມາຫົວເມືອງຂອງຍີ່
ປຸ່ນທີ່ໄດ້ຖືກທຳລາຍໂດຍອາວຸດນິວເຄລຍຂອງສະຫະລັດນັ້ນ.

ກອງປະຊຸມສຸດຍອດປະຈຳປີຂອງພວກທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບຂອງ
ໂລກແມ່ນນຳເອົາພວກທີ່ເຄີຍໄດ້ຮັບລາງວັນດັ່ງກ່າວມາພົບປະກັນ ເພື່ອດຶງດູດເອົາຄວາມ
ສົນໃຈໄປຍັງຜົນງານແລະວຽກການຂອງພວກເຂົາເຈົ້າ ຕະຫຼອດທັງຊຸກຍູ້ໃຫ້ຜູ້ຄົນຮູ້ເຖິງ
ຈຸດໝາຍໂດຍທົ່ວໄປຂອງລາງວັນທີ່ໄດ້ເນັ້ນໜັກໃສ່ເລື່ອງສິດທິມະນຸດແລະການບໍ່ໃຊ້ຄວາມ
ຮຸນແຮງ.

ຜູ້ທີ່ບໍ່ສາມາດໄປຮ່ວມໄດ້ກໍແມ່ນນາຍ Liu Xiaobo ນັກເຄື່ອນໄຫວຈີນທີ່ພວມຖືກຄຸມຂັງຢູ່
ໃນເວລານີ້ ແລະຜູ້ນຳປະຊາທິປະໄຕຂອງມຽນມາ ທ່ານນາງອອງ ຊານຊູຈີທີ່ໄດ້ຖືກຄຸມຂັງ
ບໍ່ໃນຮູບໃດກໍໃນຮູບນຶ່ງເປັນເວລາ 15 ປີຂອງໄລຍະ 20 ປີທີ່ຜ່ານມານີ້.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິ
ພາບໃນປີ 2009 ນັ້ນ ບໍ່ໄດ້ໄປຮ່ວມກອງປະຊຸມໃນຄັ້ງນີ້ ຍ້ອນຄາ ວຽກ ໄປຮ່ວມກອງປະ
ຊຸມສຸດຍອດຂອງກຸ່ມຈີ 20 ທີ່ກຸງໂຊລ ແລະກອງປະຊຸມ APEC ທີ່ນະຄອນໂຢໂກຮາມາ.

XS
SM
MD
LG