ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Abe ໃຫ້ສັນຍານ ໃນການປ່ຽນແປງ ນະໂຍບາຍ ດ້ານນິວເຄລຍ


ນາຍົກລັດຖະມົນຕີ ຍີ່ປຸ່ນຄົນໃໝ່ ທ່ານ Shinzo Abe ຖະແຫລງຂ່າວ ທີ່ບ້ານພັກຂອງທ່ານ ໃນກຸງໂຕກຽວ
ນາຍົກລັດຖະມົນຕີ ຍີ່ປຸ່ນຄົນໃໝ່ ທ່ານ Shinzo Abe ຖະແຫລງຂ່າວ ທີ່ບ້ານພັກຂອງທ່ານ ໃນກຸງໂຕກຽວ
ນາ​ຍົກ​ລັດຖະມົນຕີ​ຄົນ​ໃໝ່​ຂອງ​ຍີ່​ປຸ່ນກ່າວ​ວ່າ ການ​ທໍາ​ຄວາມ
​ສະອາດ ມ້ຽນ​ມັດ ​ໂຮງ​ໄຟຟ້າ​ນິວ​ເຄລຍ​ Fukushima ບ່ອນ
​ທີ່ເຕົາ​ແຍກ​ປະຕິ ກອນ 3 ໜ່ວຍ ​ໄດ້ລະລາຍ ຫຼັງຈາ​ກ​ເກີດ
ແຜ່ນດິນ​ໄຫວ​ແລະ​ຄື້ນຟອງສຸ​ນາ​ມິ ​ໃນປີ​ກາຍ​ນີ້ “​ແມ່ນ​ການ​
ທ້າ​ທາຍ​ ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ໃນ​ປະ ຫວັດ​ສາດ​ມະນຸດຊາດ.”

ນາຍົກລັດຖະມົນຕີ Shinzo Abe ທີ່ນຸ່ງຊຸດ​ປ້ອງ​ກັນແລະ​ໃສ່​ໜ້າ​ກາກ ໄດ້​ທ່ຽວຊົມ​ເບິ່ງ​ໂຮງ​ໄຟຟ້າ​ຂອງ​ບໍລິ​ສັດ​ໄຟຟ້າ​ໂຕ​ກຽວ ​ໃນ​ວັນ​ເສົາມື້ນີ້ ​ແລະ​ຂອບ​ໃຈ​ຕໍ່ບັນດາພະນັກງານ ທີ່​ເຮັດ​ວຽກ​ໜັກ ຮວມທັງ​ການປົດ​ປະຈຳ​ການ​ເຕົາ​ປະຕິ​ກອນ​ເຫຼົ່ານີ້.

ນາຍົກລັດຖະມົນຕີ Abe ກ່າວ​ເພີ້​ມ​ເຕີມວ່າ ລັດຖະບານ​ຂອງ​ທ່ານ ຈະ​ໃຫ້​ການ​ສະໜັບສະໜຸນ​ແກ່ພະນັກ ງາ​ນຢ່າງ​ເຕັມທີ່.

ທ່ານ Abe ຍັງ​ກ່າວເປັນ​ທີ່​ຈະ​ແຈ້ງ​ວ່າ ທ່ານຈະ​ພິຈາລະນາ ​ແຜນ​ຂອງ​ລັດຖະບານຊຸດ
ກ່ອນ ​ເພື່ອ​ຄ່ອຍ​ໆ​ຢຸດ​ເຊົາ​ໃນ​ການ​ໃຊ້ພະລັງງານ​ນິວ​ເຄຍ ແລະ​ກ່າວ​ເຖິງ​ຄວາມຈຳ​ເປັນ ​ໃນ​ການ​ມີ “ນະ​ໂຍບາຍພະລັງງານ ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ.”

ກ່ຽວຂ້ອງກັນ

XS
SM
MD
LG