ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຍານລົງຈອດ ເທິງດວງເດືອນ ຂອງຍີ່ປຸ່ນ ບິນເຂົ້າສູ່ວົງໂຄຈອນ ຂອງດວງເດືອນແລ້ວ


ແຟ້ມຮູບ-ໃນຮູບແຕ້ມທີ່ໄດ້ເຜີຍແຜ່ອອກມາໂດຍອົງການ ການສໍາຫຼໍາຫຼວດອະວະກາດຂອງຍີ່ປຸ່ນ ຫຼື JAXA, ວັນທີ 20 ເມສາ 2015, ເຄື່ອງສໍາຫຼວດດັ່ງກ່າວມີຊື່ວ່າ SLIM (Smart Lander for Investigating Moon) ລົງຈອດເທິອງພື້ນຜິວຂອງດວງເດືອນ.
ແຟ້ມຮູບ-ໃນຮູບແຕ້ມທີ່ໄດ້ເຜີຍແຜ່ອອກມາໂດຍອົງການ ການສໍາຫຼໍາຫຼວດອະວະກາດຂອງຍີ່ປຸ່ນ ຫຼື JAXA, ວັນທີ 20 ເມສາ 2015, ເຄື່ອງສໍາຫຼວດດັ່ງກ່າວມີຊື່ວ່າ SLIM (Smart Lander for Investigating Moon) ລົງຈອດເທິອງພື້ນຜິວຂອງດວງເດືອນ.

ຍານສຳຫຼວດອະວະກາດ SLIM ຂອງຍີ່ປຸ່ນ ໄດ້ເຂົ້າສູ່ວົງໂຄຈອນ ຂອງດວງເດືອນແລ້ວ ໃນວັນຈັນວານນີ້ ອັນເປັນບາດກ້າວທີ່ສຳຄັນ ໄປສູ່ການລົງຈອດ ເທິງດວງເດືອນຄັ້ງທຳອິດທີ່ປະສົບຜົນສຳເລັດຂອງປະເທດ ໂດຍຄາດວ່າ ຈະມີຂຶ້ນໃນເດືອນໜ້ານີ້, ອີງຕາມລາຍງານຂອງອົງການຂ່າວ AFP.

ຍານອະວະກາດ ການລົງຈອດທີ່ສະຫຼາດ ເພື່ອສໍາຫຼວດດວງເດືອນ ຫຼື SLIM ເຊິ່ງມີຊື່ຫຼິ້ນວ່າ "Moon Sniper" ເນື່ອງຈາກວ່າມັນໄດ້ຖືກອອກແບບມາເພື່ອລົງຈອດພາຍໃນລັດ​ສະ​ໝີ 100 ແມັດຂອງເປົ້າຫມາຍທີ່ສະເພາະເຈາະຈົງຢູ່ເທິງພື້ນດວງເດືອນ.

ຖ້າ​ຫາກ​ປະສົບ​ຜົນສຳ​ເລັດ, ການ​ລົງຈອດເທິງພື້ນດວງເດືອນຄັ້ງນີ້ ​ຈະ​ເຮັດ​ໃຫ້​ຍີ່​ປຸ່ນ​ເປັນ​ປະ​ເທດ​ທີ 5 ທີ່​ປະສົບຄວາມສໍາເລັດໃນການ​ສຳ​ຫຼວດດວງ​ເດືອນ ຮອງ​ຈາກ​ສະຫະລັດ, ຣັດ​ເຊຍ, ຈີນ ​ແລະ ອິນ​ເດຍ.

ໃນວັນຈັນວານນີ້, ຍານອະວະກາດ SLIM "ປະສົບຜົນສໍາເລັດໃນການເຂົ້າສູ່ວົງໂຄຈອນຂອງດວງເດືອນ ໃນເວລາ 04:51 ໂມງແລງຕາມເວລາຂອງຍີ່ປຸ່ນ,” ອົງການສໍາຫຼວດຍານອະວະກາດຍີ່ປຸ່ນ ຫຼື JAXA ກ່າວໃນຖະແຫຼງການສະບັບນຶ່ງ ທີ່ນຳເຜີຍແຜ່ອອກ ໃນຕອນແລງຂອງມື້ວັນຈັນວານນີ້.

ອົງການດັ່ງກ່າວຍັງ​ເວົ້າວ່າ "ການປ່ຽນແປງເສັ້ນທາງຂອງມັນແມ່ນບັນລຸໄປຕາມແຜນການທີ່ວາງໄວ້, ແລະບໍ່ມີຫຍັງຜິດປົກກະຕິ ກ່ຽວກັບສະພາບການຕ່າງໆຂອງຍານ."

ອົງການ JAXA ກ່າວ​ວ່າ ມີການຄາດການວ່າການ​ບິນ​ລົງ​ໄປຈອດຢູ່ດວງ​ເດືອນຈະ​ເລີ້​ມຂຶ້ນ​ໃນ​ເວລາ 12:00 ​ໂມງ ​ໃນ​ວັນ​ທີ 20 ມັງກອນ​ນີ້ ຕາມເວລາທ້ອງ ຖິ່ນຂອງຍີ່ປຸ່ນ ເຊິ່ງການ​ລົງ​ຈອດ​ເທິງ​ພື້ນດວງເດືອນ​ນັ້ນ ມີ​ກຳນົດ​ໃນເວລາ 20 ນາທີ​ຕໍ່​ມາ.

ຈະ​ຫຼວດ H-IIA ​ໄດ້ຖືກ​ຍິງ​ຂຶ້ນ​ໃນ​ເດືອນ​ກັນຍາທີ່​ຜ່ານ​ມາ​ຈາກ​ເກາະ ທາເນກະຊິມະ (Tanegashima) ທີ່ຕັ້ງຢູ່ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ ໂດຍບັນຈຸ​ເຄື່ອງ​ລົງ​ຈອດ ລຸນຫລັງທີ່ໄດ້ເລື່ອນ​ເວລາມາ 3 ຄັ້ງ ​ເນື່ອງຈາກ​ສະພາບ​ອາກາດທີ່​ບໍ່​ດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG