ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ຍີ່ປຸ່ນ ໄປຢ້ຽມຢາມ ວັດຊິນໂຕ ທີ່ເປັນບັນຫາ ໂຕ້ແຍ້ງ


ຄະນະລັດຖະມົນຕີຍີ່ປຸ່ນ ສອງທ່ານ ຢ້ຽມຢາມວັດຊິນໂຕ ທີ່ສ້າງຄວາມ ໂກດແຄ້ນແກ່ປະເທດເພື່ອນບ້ານ
ຄະນະລັດຖະມົນຕີຍີ່ປຸ່ນ ສອງທ່ານ ຢ້ຽມຢາມວັດຊິນໂຕ ທີ່ສ້າງຄວາມ ໂກດແຄ້ນແກ່ປະເທດເພື່ອນບ້ານ

ລັດຖະມົນຕີ​ໃນ​ຄະນະ​ລັດຖະບານຍີ່​ປຸ່ນສອງ​ທ່ານ ​ໄດ້ໄປ​ຢ້ຽມຢາມວັດທີ່​ເປັນ​ບັນ ຫາ​ໂຕ
​ແຍ້​ງຂອງ​ສາສະໜາຊິນ​ໂຕ​ແຫ່ງ​ນຶ່ງ​ອຸທິດ​ໃຫ້​ແກ່​ພວກທະຫານ​ທີ່​ເສຍ​ຊີວິດ​ໃນ​ປາງສົງຄາມ
ຊຶ່ງ​ຫຼາຍໆ​ຄົນມອງ​ເຫັນ​ວ່າ​ ເປັນສັນຍາ​ລັກ​ຂອງຈັກກະພັດ​ຍີ່ປຸ່ນ ​ໃນ​ອະດີດ ອັນ​ເປັນ​ການ​
ເຄື່ອນ​ໄຫວ​ທີ່ມີ​ທ່າ​ທາງ​ວ່າຈະ​ກໍ່​ໃຫ້​ເກີດ​ຄວາມ​ໂກດ​ແຄ້ນ​ຂຶ້ນແກ່​ປະ​ເທດເພື່ອ​ນບ້ານ ຄື ຈີນ ​
ແລະ​ເກົາຫລີ​ໃຕ້.

ໃນ​ວັນ​ພຸດວານນີ້ ປະທານ​ກໍາມາທິການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ Jin
Mutsubara ​ແລະລັດຖະມົນຕີ​ທີ່​ດິນ ທ່ານ Yuichiro Hata ​ໄດ້​ໄປ​ສະ ​ແດງ​ຄວາມ​ສັກກາ
ລະຢູ່​ວັດ Yasukuni ທີ່​ໄວ້ອາ​ໄລ​ໃຫ້​ແກ່​ທະຫານຍີ່​ປຸ່ນທີ່ໄດ້ ເສຍ​ຊີວິດ​ໃນປາງ​ສົງຄາມຮວມ
​ທັງພວກ​ທີ່​ຖືກ​ຕັດສິນ​ວ່າ​ເປັນ​ອາ​ຊະ​ຍາກອນ​ສົງ ຄາມ​ນຳ​ດ້ວຍ.

ການ​ຢ້ຽມຢາມ​ ຊຶ່ງມີ​ຂື້ນ​ໃນໂອກາດຄົບຮອບ 67 ປີ ທີ່​ຍີ່ປຸ່ນ​ໄດ້​ຍອມແພ້​ໃນ​ສົງ​ຄາມ​ໂລກ​ຄັ້ງ
​ທີ່​ສອງ ​ແມ່ນ​ເປັນ​ຄັ້ງ​ທໍາ​ອິດ​ໂດຍ​ລັດຖະມົນ​ຕີ​ໃນ​ຄະນລັດຖະບານ ນັບ​ຕັ້ງ​ແຕ່​ພັກ​ປະຊາທິປະ​ໄຕ​
ໄດ້​ເຂົ້າກໍາ​ອໍານາດ​ໃນ​ປີ 2009 ​ໂດຍໃຫ້​ຄໍາ​ໝັ້ນ​ສັນຍາ​ ທີ່ຈະປັບ​ປຸງ​ຄວາມ​ສຳພັນ​ຂອງ​ຍີ່ປຸ່ນ​ກັບ
ບັນດາປະ​ເທດເພື່ອນ​ບ້ານ​ຂອງ ຍີ່ປຸ່ນ​ນັ້ນ.

​ເຖິງ​ແມ່ນ​ວ່າ ຄວາມສໍາພັນ​ດ້ານ​ເສດຖະກິດ ລະ​ຫວ່າງຍີ່ປຸ່ນ ​ແລະ​ເກົາຫລີ​ໃຕ້ ມີ​ຄວາມ​ແຂງ
​ແຮງ​ກໍ​ຕາມ ​ແຕ່​ຄວາມ​ຮູ້ສຶກ​ຕໍ່ຕ້ານຍີ່ປຸ່ນ ແມ່ນ​ມີ​ຢູ່ຢ່າງ​ແຜ່​ກວ້າງ​ໃນ​ເກົາຫລີ​ໃຕ້. ຍີ່​ປຸ່ນ​ໄດ້
ທຳການ​ປົກຄອງ​ແບບ​ອານາ​ນິຄົມ​ຢ່າງ​ໂຫດ​ຫ້ຽມຕໍ່​ເກົາ ຫຼີ​ໃຕ້ ​ແລະບາງ​ເຂດຂອງ​ຈີນ ​ໃນ​
ລະຍະ​ເຄິ່ງທຳ​ອິດ ຂອງ​ສັດຕະວັດທີ່ແລ້ວ​ນີ້.

ຄວາມສໍາພັນ​ລະຫວ່າງ​ເກົາຫລີ​ໃຕ້ ​ແລະ​ຍີ່​ປຸ່ນ ​ໄ​ດ້​ຊຸມ​ໂຊມ​ລົງ​ໃນ​ອາທິດ​ແລ້ວ​ນີ້ ຫລັງ​ຈາກ
ປະທານາທິບໍດີ Lee Myuang-bak ​ໄດ້ໄປ​ຢ້ຽມຢາ​ມ​ໂດຍ​ບໍ່​ມີ​ການ ປະກາດ​ລ່ວງ​ໜ້າຕໍ່ໝູ່​
ເກາະ​ຫີນປະ​ກາ​ລັງ​ແຫ່ງ​ນຶ່ງ ທີ່​ທັງ​ສອງ​ປະ​ເທດ​ຕ່າງ​ກໍ​ພາ ກັນອ້າງ​ເອົາ​ກຳມະສິດ​ນັ້ນ. ​ເປັນ​
ທີ່​ເຊື່ອ​ກັນ​ວ່າ ໝູ່​ເກາະ​ທີ່ຮ້ອງ​ໂດຍ​ເກົາຫລີ​ໃຕ້​ວ່າ Dokdo ​ແລະ​ຮ້ອງ​ໂດຍ​ຍີ່ປຸ່ນ​ວ່າ
Takeshima ນັ້ນ ອາດ​ຈະອຸດົມສົມບູນໄປ​ດ້ວຍພະລັງງານ. ຫລັງ​ຈາກ​ການ​ຢ້ຽມຢາມ​ຂອງ​
ທ່ານ Lee ​ແລ້ວ​ໂຕ​ກຽວ​ໄດ້​ຮ້ອງ​ເອກ​ອັກ​ຄະ​ລັດຖະທູດ​ຂອງ​ຕົນ ກັບ​ຄືນປະ​ເທດຈາກ​ກຸງໂຊ​ລ.

XS
SM
MD
LG