ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນຮັບປາກ ຈະຊ່ວຍເຫລືອ 7,400 ລ້ານໂດລາ ແກ່ເຂດລຸ່ມແມ່ນໍ້າຂອງ


Typhoon survivors hang signs from their necks as they line up to try to board a C-130 military transport plane in Tacloban, Nov. 12, 2013.
Typhoon survivors hang signs from their necks as they line up to try to board a C-130 military transport plane in Tacloban, Nov. 12, 2013.

ໃນ​​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ຍີ່ປຸ່ນ​ໄດ້​ຮັບປາກ ​ທີ່​ຈະ​ໃຫ້​ການຊ່ວຍ​ເຫລືອ​ດ້ານ​ການ​ພັດທະນາ ມູນ​ຄ່າ​ 7400 ​ລ້ານ​ໂດ​ລາ ​ໃນ​ໄລຍະ​ສາມ​ປີ​ຕໍ່ໜ້າ​ນີ້ ແກ່​ກໍາປູ​ເຈ​ຍ ລາວ ມຽນມາ ​ໄທ ​ແລະ​ຫວຽດ ນາມ. ນອກນີ້​ແລ້ວ​ ຍີ່ປຸ່ນ​ຍັງຈະລົບ​ລ້າງເງິນ​ກູ້​ຢືມ ຫລາຍ​ພັນ​ລ້ານ​ໂດ​ລາໃຫ້ແກ່​ມຽນມານໍາ. Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອທີ່​ບາງກອກ ສົ່ງລາຍ​ງານມາ​ກ່ຽວ​ກັບ​ຄວາມ​ໝາຍແລະ​ກໍລະນີ ແວດ​ລ້ອມ ການຊ່ວຍ​ເຫລືອຈໍານວນ​ມະຫາສານ​ນີ້ ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ.

ການຊ່ວຍ​ເຫລືອ​ມູນ​ຄ່າ​ 7400 ລ້ານ​ໂດ​ລາ ທີ່ຍີ່ປຸ່ນ​ໄດ້​ຮັບປາກ​ວ່າ ຈະ​ມອບ​ໃຫ້ບັນດາ​ປະ​ເທດ​ໃນເຂດ​ລຸ່ມແມ່​ນໍ້າຂອງນັ້ນ ​ແມ່ນ​ແນ​ເປົ້າ ໝາຍໃສ່​ການສົ່ງ​ເສີມ​ການສ້າງສາ​ດ້ານ​ໂຄງ​ລ່າງ​ພື້ນຖານ ຢູ່​ໃນ​ໄທ ມຽນມາ ກໍາປູ​ເຈ​ຍ ຫວຽດນາມ ​ແລະ​ລາວ ​ແລະ​ເລຶ່ອງນີ້​ແມ່ນ​ມີ​ຂຶ້ນ​ໃນ​ລະຫວ່າງ​ກອງ​ປະຊຸມທີ່​ໂຕ​ກຽວ ​ກັບ​ບັນດາ​ນາ​ຍົກ​ລັດຖະມົນຕີ​ຂອງ​ຫ້າ​ປະ​ເທດ​ເຂດແມ່​ນໍ້າ ຂອງ​ດັ່ງກ່າວ.

ຍີ່ປຸ່ນ​ໄດ້​ຕັ້ງ​ໂຄງການສໍາຄັນ​ໄວ້ 57 ​ໂຄງການ​ທີ່​ສຸມ​ໃສ່​ການ​ພັດທະນາໂຄງ​ ລ່າງ​ພື້ນຖານ​ໃນ​ພາກສ່ວນ​ຕ່າງໆ​ເຊັ່ນ ທ່າ​ເຮືອ ທາງ​ຫລວງ ​ໂຮງງານຜະ ລິດກະ​ແສໄຟຟ້າ ​ແລະ​ລົດ​ໄຟ​ຄວາມ​ໄວ​ສູງ ທີ່​ມີ​ມູນ​ຄ່າ​ປະ​ມານ 28 ພັນ ລ້ານ​ໂດ​ລາ.

ທ່ານ Ian Storey ປະ​ຈໍາ​ສະ​ຖາ​ບັນການ​ສຶກສາ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກ່າວ​ວ່າ ​ໂຄງການຊ່ວຍ​ເຫລືອ​ຂອງ​ຍີ່ປຸ່ນ​ໃນ​ຄັ້ງ​ນີ້​ແມ່ນ​ເນັ້ນ​ໃຫ້​ເຫັນ​ເຖິງ ການ​ແຂ່ງຂັນທີ່​ເພິ່ມທະວີ​ຂຶ້ນ​ນັບ​ມື້ ໃນ​ການ​ໃຊ້​ຈ່າຍເພື່ອ​ການ​ພັດທະນາໃນ​ຂົງ​ເຂດ​ດັ່ງກ່າວ.

"ມັນ​ເປັນ​ສ່ວນ​ນຶ່ງ​ຂອງແນວ​ໂນ້ມອັນ​ນັ້ນ ສ່ວນນຶ່ງ​ຂອງ​ປະວັດສາດ​ທີ່​ຍີ່ປຸ່ນ​ເຄີຍ​ມີ​ໃນ​ຂົງ​ເຂດ​ນີ້. ​ແນ່ນອນ​ຢູ່​ແລ້ວ​ວ່າ​ ມີ​ໂຄງການ​ພັດທະນາຢູ່ສາມ​ໂຄງ ການ​ທີ່​ກໍາລັງ​ດໍາ​ເນີນ​ໄປ​ໃນ​ເວລາ​ດຽວ​ກັນ ຄື​ຂອງຈີນ ຂອງຍີ່ປຸ່ນ​ແລະ​ໂຄງ ການ​ລິ​ເລີມ​ແມ່​ນໍ້າຂອງ​ຊຶ່ງສະຫະລັດ​ເປັນ​ຜູ້​ໃຫ້ທຶນ​ນັ້ນ ດັ່ງ​ນັ້ນ​ມັນ​ກໍເບິ່ງ​ຄື​ວ່າ​ມີ​ການ​ແຂ່ງຂັນ​ກັນ​ບາງ​ປະການ ໃນ​ລະຫວ່າງ​ສາມ​ປະ​ເທດ ມະຫາ​ອໍານາດ​ໃນ​ຂົງ​ເຂດ​ດັ່ງກ່າວ"

ທ່ານ​ນາງ ຢິ່ງລັກ ຊິນ​ນະວັດ ນາຍົກລັດຖະມົນຕີ​ໄທ ​ໄດ້​ຮຽກຮ້ອ​ງ​ຂໍ​ການ​ສະໜັບສະໜຸນ​ຈາກ​ຍີ່ປຸ່ນ ຕໍ່ການ​ພັດທະນາ​ທ່າ​ເຮືອ​ທະ​ເລ​ເລິກ ​ແລະ​ພື້ນ​ທີ່​ອຸດສາຫະກໍາ​ ມູນ​ຄ່າ ​8600 ລ້ານ​ໂດ​ລາ ໃນ​ເຂດ Dawei ທາງ​ພາກ​ໃຕ້​ຂອງ​ມຽນມາ ຊຶ່ງ​ໂຄງການ​ດັ່ງກ່າວ​ນີ້​ແມ່ນ​ນໍາ​ພາໂດຍ​ພວກ​ບໍລິສັດ​ພັດທະ ນາ​ແລະກໍ່ສ້າງ​ຂອງ​ໄທ.

ສໍາລັບ​ມຽນມາ​ເອງ​ນັ້ນ ຍີ່ປຸ່ນກໍ​ໄດ້​ໃຫ້ການ​ສົ່ງ​ເສີມ​ທີ່​ສໍາຄັນ​ ແກ່​ລັດຖະບານ​ພົນລະ​ເຮືອນ​ທີ່​ໜຸນ​ຫລັງ​ໂດຍ​ຝ່າຍ​ທະຫານ​ຂອງ​ປະທານາທິບໍດີ ທຽນ ​ເຊ​ນ ​ໂດຍການ​ລົບ​ລ້າງເງິນ​ກູ້​ຢືມ ຈໍານວນ 3700 ​ລ້ານ​ໂດ​ລາ ຂອງ​ໜີ້​ສິນທີ່​ຍັງ​ຄ້າງ​ຄາຢູ່​ຂອງປະ​ເທດ. ນອກ​ນີ້ ​ຍີ່ປຸ່ນ​ຍັງ​ເວົ້າອີກ​ວ່າ ຕົນ​ພ້ອມທີ່ຈະຮື້​ຟືນ ການ​ຊ່ວຍ​ເຫລືອທີ່​ໄດ້ໂຈະ​ໄວ້ນັ້ນ ໂດຍ​ມີເງື່ອນໄຂ​ວ່າມຽນມາຕ້ອງ​ເຄື່ອນ​ໄຫວ​ໄປ​ໜ້າ​ ໃນ​ການ​ປະຕິ​ຮູບທາງ​ການ​ເມືອງ​ນັ້ນ

ທ່ານນາງ Kanae Doi ຜູ້​ອໍານວຍ​ການ​ກຸ່ມ​ສິ້ງ​ຊອມ​ສິດ​ທິມະນຸດ Human Rights Watch ປະ​ຈໍາ​ຍີ່ປຸ່ນ ກ່າວ​ວ່າ ຍີ່ປຸ່ນ​ຕ້ອງ​ນໍາ​ໃຊ້​ການໂຈະ​ການ ລົບ​ລ້າງໜີ້​ສິນ ​ເພື່ອສືບ​ຕໍ່ກົດ​ດັນ​ມຽນມາ​ ​ໃຫ້​ທໍາ​ການ​ປະຕິ​ຮູບທາງ​ການ​ເມືອງຕໍ່​ໄປ.

ທ່ານນາງ Kanae Doi ​ເວົ້າ​ວ່າ​: ລັດຖະບານ​ຍີ່ປຸ່ນຄວນ​ຈະ​ຮັກສາ​ອໍານາດ​ງັດ​ງ້າງ​ຂອງ​ຕົນ​ໄວ້ ​ສໍາລັບ​ໄລຍະສາມປີ​ຕໍ່ໜ້າ​ ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ປີ 2015 ​ແລະ​ ​ຍີ່ປຸ່ນຄວນ​ຈະ​ມອບ​ລາງວັນ​ໃຫ້ມຽນມາ​ ​ເວລາ​ໃດ​ທີ່​ມຽນມາລົງມືເອົາ​ບາດກ້າວ​ແທ້ໆ​ແລ້ວ ​ແລະ​ເພື່ອ​ຈະໃຊ້​ອໍານາດ​ງັດ​ງ້າງ​ອັນ​ນີ້ ​ທີ່​ພວກ​ເຂົາ​ເຈົ້າໄດ້​ປະກາດ​ອອກ​ໄປ​ເມື່ອທ້າຍ​ອາທິດຜ່ານ​ມາ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງການ​ລົບ​ລ້າງ​ໜີ້​ສິນ ສໍາລັບ​ປີ​ນຶ່ງ​ຕໍ່​ໄປ​ນັ້ນ ກໍ​ຄວນ​ຈະນໍາ​ໃຊ້​ມັນຢ່າງ​ລອບ​ຄອບ"

ທ່ານ​ນາງ Doi ກ່າວ​ອີກ​ວ່າ ພວກນະ​ໂຍບາຍທີ່ເອື້ອ​ອໍານວຍຂອງ​ຍີ່ປຸ່ນ​ຕໍ່​ມຽນມານັ້ນ ​ເບິ່ງ​ຊົງ​ວ່າ​ ຈະ​ນໍາ​ໄປ​ສູ່​ການເສີມ​ຂະຫຍາຍ​ການ​ລົງທຶນ​ຂອງ​ຍີ່ປຸ່ນ​ໃນ​ມຽນມາ ​ໃຫ້ຫລາຍ​ຂຶ້ນ.

ທ່ານ​ນາງ Doi ​ເວົ້າ​ວ່າ: ວົງ​ການ​ທຸລະ​ກິດ​ຂອງ​ຍີ່ປຸ່ນ​ຈະ​ເລັ່ງລັດ​ການ​ເຄຶ່ອນ​ໄຫວ​ຂອງ​ຕົນ​ໄປ​ຍັງ​ມຽນມາ ​ແລະ​ເພາະສະ​ນັ້ນ ​ໃນ​ຖານະ​ເປັນກຸ່ມ​ສັງຄົມ​ພົນລະ​ເມື​ອງຂອງ​ຍີ່ປຸ່ນ​ນັ້ນ​ ພວກ​ເຮົາ​ຈຶ່ງຢາກເຮັດໃຫ້ເປັນ​ທີ່​ແນ່​ໃຈ​ວ່າ ​ໂອກາດ​ດີ​ດີ​ເ​ຫລົ່ານີ້​ ​ໄດ້​ຖືກ​ຊົມ​ໃຊ້ໃຫ້​ໄດ້​ປະ​ໂຫຍ​ດຢ່າງ​ເຕັມທີ່​ນັ້ນ​ເອງ."

ໃນ​ຂະນະ​ດຽວ​ກັນ​ ຄື​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້ ສະຫະພາບ​ຢູ​ໂຣບກໍ​ໄດ້ປະກາດ​ໂຈະ​ການ​ລົງ​ໂທດ​ຕ່າງໆ​ຕໍ່​ມຽນມາໄວ້ເປັນ​ເວລາ​ນຶ່ງ​ປີ. ບັນດາ​ເຈົ້າໜ້າ​ທີ່ອີ​ຢູ ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ຮັກສາ​ການ​ຫ້າມ​ຂາຍ​ອາວຸດ​ນັ້ນ​ໄວ້​ຢູ່ ​ແລະ​ໄດ້ ຮຽກຮ້ອງ​ໃຫ້​ມີ ​ການ​ທໍາຄວາມ​ກ້າວໜ້າ​ຕໍ່​ໄປ​ໃນ​ການ​ປະຕິ​ຮູບທາງ​ການ​ເມືອງ​ຂອງ​ປະ​ເທດນັ້ນ ​ພ້ອມ​ທັງ​ການ​ຍຸດຕິ​ການ​ຂັດ​ແຍ້​ງລະຫວ່າງ​ກຸ່ມ​ຊົນ​ເຜົ່າ ​ແລະ​ການ​ປ່ອຍ​ຕົວ​ບັນດານັກ​ໂທດ​ການ​ເມືອງ​ທີ່​ຍັງ​ເຫລືອ​ທັງ​ໝົດນັ້ນ.

XS
SM
MD
LG