ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ບໍລິສັດຜະລິດ ຖົງລົມນິລະໄພ ຕາກາຕາ ຍີ່ປຸ່ນ ຮ່າງເອກະສານ ປົກປ້ອງ ການລົ້ມລະລາຍ


ນັກທ່ອງທ່ຽວ ຍ່າງກາຍໂຕະຂອງບໍລິສັດ Takata ທີ່ຫ້ອງວາງສະແດງລົດ ໃນນະຄອນຫຼວງ ໂຕກຽວ.
ນັກທ່ອງທ່ຽວ ຍ່າງກາຍໂຕະຂອງບໍລິສັດ Takata ທີ່ຫ້ອງວາງສະແດງລົດ ໃນນະຄອນຫຼວງ ໂຕກຽວ.

ໂຮງງານຜະລິດອາໄຫຼ່ລົດ Takata ຂອງ ຍີ່ປຸ່ນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າ
ໄດ້ຮ່າງເອກະສານປົກປ້ອງການລົ້ມລະລາຍຂອງພວກເຂົາເຈົ້າ.

ນອກນີ້ ບໍລິສັດ Takata ຍັງໄດ້ປະກາດວ່າ ບໍລິສັດຄູ່ແຂ່ງ Key Safety Systems ກຳ
ລັງຊື້ບໍລິສັດ Takata ດ້ວຍເງິນ 1.5 ຕື້ໂດລາ.

ບໍລິສັດ Takata ມີຄວາມຮັບຜິດຊອບຢ່າງຖ້ວມລົ້ນຍ້ອນຄ່າໃຊ້ຈ່າຍໃນການຟ້ອງຮ້ອງ
ແລະ ການຮຽກຮ້ອງຕ່າງໆກ່ຽວຂ້ອງກັບຄວາມບົກຜ່ອງຂອງຖົງລົມນິລະໄພ ເຊິ່ງເຊື່ອມ
ໂຍງກັບການຕາຍຂອງປະຊາຊົນ 16 ຄົນ ແລະ ການບາດເຈັບຂອງຄົນຈຳນວນຫຼວງ
ຫຼາຍໃນທົ່ວໂລກ.

ຖົງລົມນິລະໄພທີ່ມີຄວາມບົກຜ່ອງ ໄດ້ນຳໄປສູ່ການເອີ້ນລົດຈຳນວນຫຼາຍສິບລ້ານຄັນ
ໃນທົ່ວໂລກກັບຄືນ. ສານເຄມີທີ່ໃຫ້ກຳລັງແກ່ຖົງລົມນິລະໄພ ຖືກຄົ້ນພົບວ່າ ໄດ້ມີຄວາມເສຍຫາຍດ້ວຍຕົວມັນເອງເມື່ອຖືກອາກາດຊຸ່ມລະດັບສູງເປັນເວລາດົນນານ, ເຮັດໃຫ້ຖົງ
ລົມນິລະໄພຖັ່ງອອກມາແຮງກວ່າປົກກະຕິ ແລະ ສົ່ງຊິ້ນສ່ວນເຫຼັກ ແລະ ຢາງເຂົ້າໃສ່ຄົນ
ຂັບ ແລະ ຜູ້ໂດຍສານ.

ບໍລິສັດ Takata ໄດ້ຕົກລົງທີ່ຈະຈ່າຍເງິນຄ່າປັບໄໝໜຶ່ງພັນລ້ານໂດລາ ໃຫ້ອົງການກົດ
ລະບຽບຄວາມປອດໄພ ສະຫະລັດ ແລ້ວ. ອະດີດລັດຖະມົນຕີກະຊວງຄົມມະນາຄົມ
ສະຫະລັດ ທ່ານ Anthony Foxx ກ່າວວ່າ ບໍລິສັດ Takata ໄດ້ທຳ “ການເລື່ອນເວລາ”
ຫຼາຍຄັ້ງ, ແລະ ໃຫ້ຄຳແນະນຳຜິດ ແລະ ປະຕິເສດທີ່ຈະຍອມຮັບຄວາມຈິງ.

ທ່ານ Jason Luo ປະທານ ແລະ ຜູ້ບໍລິຫານລະດັບສູງຂອງບໍລິສັດ Key Safety
Systems ກ່າວວ່າ “ເຖິງແມ່ນວ່າບໍລິສັດ Takata ຈະໄດ້ຮັບຜົນກະທົບຈາກການເອີ້ນ
ຄືນ ຖົງລົມນິລະໄພໃນທົ່ວໂລກກໍຕາມ, ແຕ່ກຳລັງພື້ນຖານຂອງຖານພະນັກງານທີ່ມີຝີ
ມືຂອງພວກເຂົາເຈົ້າ, ຂອບເຂດທາງພູມສາດ ແລະ ພວງມະໄລລົດ, ເຂັມຂັດນິລະໄພ
ແລະ ຜະລິດຕະພັນຄວາມປອດໄພອື່ນໆຂອງພວກເຂົາເຈົ້ານັ້ນ ກໍແມ່ນບໍ່ໄດ້ຫຼຸດນ້ອຍ
ລົງ.”

ຕະຫຼາດຫຼັກຊັບ ໂຕກຽວ ໄດ້ຢຸດການຊື້ຂາຍຫຸ້ນສ່ວນຂອງບໍລິສັດ Takata ໄວ້ຊົ່ວຄາວ
ໃນວັນຈັນມື້ນີ້ ແລະ ໄດ້ກ່າວວ່າ ພວກເຂົາເຈົ້າຈະເອົາຮຸ້ນສ່ວນຂອງບໍລິສັດ Takata
ອອກຈາກບັນຊີລາຍຊື່ໃນວັນອັງຄານມື້ອື່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG