ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຖານທັບສະຫະລັດຈະບໍ່ຖືກຍ້າຍ ອອກຈາກເກາະໂອກີນາວາ


ເຮືອບິນ ເຮຣີຄອບເຕີ້ ທະຫານ ບິນຜ່ານສະໜາມບິນ ຟູເຕັນມະ ໃນເກາະໂອກີນາວາ
ເຮືອບິນ ເຮຣີຄອບເຕີ້ ທະຫານ ບິນຜ່ານສະໜາມບິນ ຟູເຕັນມະ ໃນເກາະໂອກີນາວາ

ສະຫະລັດ ແລະຍີ່ປຸ່ນ ໄດ້ຕັດສິນໃຈ ທີ່ຈະປະຕິບັດຕາມ ຂໍ້ຕົກລົງ ສະບັບປີ 2006 ກ່ຽວກັບ ການຍົກຍ້າຍ ຄ້າຍທະຫານມາຣີນ ອະເມຣິກັນ ພາຍໃນເກາະ ໂອກີນາວານັ້ນ ທັງໆທີ່ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ໃຫ້ຄຳໝັ້ນສັນຍາ ກ່ອນໜ້ານີ້ວ່າ ຈະຍ້າຍ ຄ້າຍທະຫານມາຣີນ ທັງໝົດ ອອກໄປຈາກເກາະ ໂອກີນາວາ ກໍຕາມ.

ໃນຖະແຫຼງການຮ່ວມ ທີ່ນຳອອກເຜີຍແຜ່ ໃນວັນສຸກມື້ນີ້ ສະຫະລັດ ແລະຍີ່ປຸ່ນ ກ່າວວ່າ ຖານທັບອາກາດ ຟູເຕັນມະ ຈະຖືກຍ້າຍໄປຍັງ ຄ້າຍ SCHWAB ຊຶ່ງຕັ້ງຢູ່ໃນອີກຟາກນຶ່ງ ຂອງເກາະໂອກີນາວາ ທີ່ບໍ່ມີປະຊາຊົນ ອາໄສຢູ່ ຢ່າງໜາແໜ້ນ. ການມີຖານທັບ ຂອງສະຫະລັດ ທີ່ເກາະໂອກີນາວາ ໄດ້ສ້າງຄວາມໂກດແຄ້ນ ມາເປັນເວລາດົນນານແລ້ວ ໃຫ້ແກ່ປະຊາຊົນ ໃນເຂດທ້ອງຖິ່ນ ທີ່ໄດ້ພາກັນຈົ່ມວ່າ ກ່ຽວກັບສຽງລົບກວນ ຈາກເຮືອບິນ ຄວາມເປື້ອນເປິະ ແລະອາຊະຍາກຳ ທີ່ພົວພັນກັບ ທະຫານອະເມລິກັນ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ແລະນາຍົກ ລັດຖະມົນຕີຍີ່ປຸ່ນ ທ່ານຢູກີໂອະ ຮາໂຕຢາມະ ໄດ້ໂອ້ລົມສົນທະນາ ກ່ຽວກັບບັນຫາດັ່ງກ່າວ ໂດຍທາງໂທລະສັບ ບໍ່ທໍ່ໃດຊົ່ວໂມງ ກ່ອນຈະມີການປະກາດ ກ່ຽວກັບເລື່ອງນີ້.

ທຳນຽບຂາວ ກ່າວວ່າ ພວກຜູ້ນຳທັງສອງ ໄດ້ສະແດງ ຄວາມພຶງພໍໃຈ ກ່ຽວກັບຄວາມກ້າວໜ້າ ທີ່ໄດ້ຮັບ ໃນການແກ້ໄຂ ບັນຫາດັ່ງກ່າວ.

XS
SM
MD
LG