ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ລະນຶກເຖິງ ວັນ​ຄົບ​ຮອບ​ 3 ປີ ໃນການເກີດ ແຜ່ນດິນ​ໄຫວ ຮ້າຍແຮງ (ວີດີໂອ)


ຍາດຕິພີ່ນ້ອງຂອງ ຊາວຍີ່ປຸ່ນ ກຳລັງໄວ້ອາໄລ ແກ່ບັນດາຜູ້ທີ່ໄດ້ຮັບ ເຄາະຮ້າຍຈາກແຜ່ນດິນໄຫວ ແລະຟອງຍັກ tsunami.
ຍາດຕິພີ່ນ້ອງຂອງ ຊາວຍີ່ປຸ່ນ ກຳລັງໄວ້ອາໄລ ແກ່ບັນດາຜູ້ທີ່ໄດ້ຮັບ ເຄາະຮ້າຍຈາກແຜ່ນດິນໄຫວ ແລະຟອງຍັກ tsunami.
ຍີ່ປຸ່ນ ລະນຶກເຖິງວັນ​ຄົບ​ຮອບ​ສາມປີ ໃນໄພພິບັດແຜ່ນດິນ
​ໄຫວ ແລະຟອງ​ຍັກ tsunami ທີ່ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
18,000 ຄົນ ​ແລະ​ກໍ່ໃຫ້ເກີດ​ວິ​ກິດ​ການ​ ດ້ານນິວ​ເຄລຍ ທີ່
ຮ້າຍແຮງ​ທີ່​ສຸດໃນໂລກ ​ໃນ​ຮອບຫລາຍ​ສິບ​ປີ.

ໄດ້​ມີພິທີ​ຢືນສະ​ຫງົບສະຕິອາລົມ ​ໃນ​ເວລາບ່າຍ 2 ​ໂມງ 46
ນາ​ທີ ຕາມເວລາ ທ້ອງຖິ່ນໃນວັນອັງຄານມື້ນີ້ ຊຶ່ງກົງ​ກັບ​ເວ
ລາ​ທີ່ໄດ້ເກີດ​ແຜ່ນດິນ​ໄຫວ ​ເມື່ອ 3 ປີ ກ່ອນ ທີ່​ມີ​ຄວາມ​ແຮງ​
ແທກໄດ້ 9.0 ​ຣິກເຕີ້.

ໃນພິທີດັ່ງກ່າວ ນາ​ຍົກ​ລົດ​ຖະມົນຕີຍີ່​ປຸ່ນ ທ່ານ Shinzo Abe
ໄດ້ຖະແຫຼງເຖິງຄວາມຈຳເປັນໃນການຟື້ນຄືນສູ່ສະພາບປົກກະຕິແລະໃຫ້ຄຳໝັ້ນສັນຍາ
ທີ່ຈະເລັ່ງ ລັດຄວາມພະຍາຍາມໃນການບູລະນະສ້າງສາທີ່ມີຄວາມຕ້ອງການນັ້ນເພີ້ມຕື່ມ.

​ແຜ່ນດິນ​ໄຫວ​ໃຕ້​ພື້ນ​ທະ​ເລ ​ໄດ້​ກໍ່​ໃຫ້​ເກີດ​ຟອງ​ຍັກ tsunami ຮ້າຍແຮງ ຊຶ່ງໄດ້ ຖະຫລົ່ມ​ປະຊາຄົມຕ່າງໆ​ຢູ່​ຕາມເຂດ​ຊາຍ​ຝັ່ງ. ນອກນັ້ນແລ້ວມັນ​ຍັງ​ໄດ້​ຖະຫລົ່ມ ໂຮງໄຟຟ້ານິວ​
ເຄລຍ Fukushima ທີ່​ໄດ້​ພາ​ໃຫ້​ເຕົາແຍກ 3 ໜ່ວຍ ຂອງໂຮງ ໄຟຟ້າດັ່ງກ່າວລະລາຍ
​ແລະ​ຍັງ​ສົ່ງ​ກຳມັນຕະພາບລັງສີ ຂິຶ້ນ​ສູ່​ບັນຍາກາດໃນເວລານີ້.








XS
SM
MD
LG