ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາຮຸ້ນຍີ່ປຸ່ນ ຖີບໂຕສູງສຸດ ໃນຮອບ 4 ທົດສະວັດ


ຊາຍຄົນນຶ່ງ ກຳລັງໃຫ້ສັນຍານ ຢູ່ຕໍ່ໜ້າ ຕະຫຼາດຂາຍຮຸ້ນ ໃນກຸງໂຕກຽວ.
ຊາຍຄົນນຶ່ງ ກຳລັງໃຫ້ສັນຍານ ຢູ່ຕໍ່ໜ້າ ຕະຫຼາດຂາຍຮຸ້ນ ໃນກຸງໂຕກຽວ.
​ການ​ຄ້າຂາຍຮຸ້ນ​ໃນ​ມື້​ສຸດ​ທ້າຍ​ຂອງ​ປີ 2013 ​ໄດ້​ອັດ​ລົງ ພ້ອມ
​ກັບລາຄາ​ຮຸ້ນ​ຍີ່ປຸ່ນ​ທີ່ໄດ້​ເພີ່ມ​ຂຶ້ນ 57 ​ເປີ​ເຊັນ​ຕໍ່​ປີ ຊຶ່ງ​ເປັນ​ອັດ
ຕາ​ການ​ຖີບ​ຂຶ້ນປະຈຳ​ປີ​ທີ່ດີ​ທີ່​ສຸດ ນັບ​ແຕ່​ປີ 1972 ເປັນ​ຕົ້ນ​ມາ.

ບັນດາ​ນັກວິ​ເຄາະ​ໃຫ້​ເຫດຜົນ​ວ່າ​ ​ແມ່ນເປັນ​ຍ້ອນ​ພວກ​ນັກ​ລົງທຶນ
​ຕ່າງປະ​ເທດ​ໄດ້​ພາກັນ​ກະ​ໂດດ ​ເຂົ້າ​ມາ​ລົງທຶນໃນ​ຕະຫຼາດ​ຂອງ​
ຍີ່ປຸ່ນ ​ຫຼັງ​ຈາກ​ລັດຖະບານ​ແລະ​ທະນາຄານ​ກາງ​ໄດ້​ລິເລີ້ມ​ນະ​ໂຍ
ບ​າຍຕ່າງໆ ທີ່​ເຮັດໃຫ້ຄ່າ​ຂອງ​ເງິນ​ເຢັນ​ຍີ່ປຸ່ນ​ຕົກ​ຕໍ່າລົງ​ຢ່າງ​ໃຫຍ່
​ໃນ​ການ ແລກປ່ຽນກັບ​ເງິນ​ດອນ​ລາ​ສະຫະລັດ ​ເຮັດ​ໃຫ້ສິນ​ຄ້າສົ່ງ​
ອອກ​ຂອງ​ຍີ່ປຸ່ນເປັນ​ທີ່ນິຍົມຫຼາຍ ຂຶ້ນ. ລາຄາເງິນຕາ​ຂອງ​ຍີ່ປຸ່ນ​
ໄດ້​ຕົກລົງ​ປະມານນຶ່ງ​ສ່ວນ​ຫ້າ​ຂອງອັດຕາ​ແລກປ່ຽນ​ກັບ​ເງິນ​ດອນ
​ລາ​ສະຫະລັດ ​ເມື່ອ​ຕອນ​ເລີ້ມ​ຕົ້ນ​ປີ​ນີ້.

ລາຄາ​ຮຸ້ນ​ Nikkei ​ຂອງ​ຍີ່ປຸ່ນ ໄດ້​ເພີ້ມ​ຂຶ້ນ​ເປັນ​ມື້​ທີ​ເກົ້າ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ໄລຍະ​ເວລາ ເພີ້ມ​ຂຶ້ນຕິດ​ຕໍ່​ກັນ ​ດົນ​ທີ່​ສຸດ​ນັບ​ແຕ່ໃນ​ເດືອນ​ກໍລະກົດ​ປີ 2009 ​ເປັນ​ຕົ້ນ​ມາ.

ການ​ເພີ່ມ​ຂຶ້ນ​ຢ່າງ​ໃຫຍ່​ຂອງ​ລາຄາ​ຮຸ້ນ ມີ​ຂຶ້ນ​ຫຼັງ​ຈາກ​ມີ​ການ​ຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ
ຊຸກ​ຍູ້​ເສດຖະກິດ​ຢ່າງ​ແຂງ​ຂັນຂອງ​ນາຍົກລັດຖະມຸນຕີ Shinzo Abe.

ຍີ່ປຸ່ນ​ເປັນ​ປະ​ເທດ​ທີ່​ມີເສດຖະກິດ​ໃຫຍ່ອັນ​ດັບ 3 ຂອງ​ໂລກ ຮອງ​ຈາກ​ສະຫະລັດ​ແລະ​ຈີນ.
XS
SM
MD
LG