ສະພາຕ່ຳຂອງຍີ່ປຸ່ນ ໄດ້ຮັບຜ່ານຮ່າງກົດໝາຍ ທີ່ຈະຜ່ອນຜັນ
ການຈຳກັດຮັດແຄບຕໍ່ກອງທັບ ຊຶ່ງເປັນບາດກ້າວປະຫວັດສາດ
ອີກບາດກ້າວນຶ່ງ ໄປຈາກນະໂຍບາຍຮັກສັນຕິ ຂອງປະເທດ ໃນຍຸກຫລັງຈາກສົງຄາມໂລກຄັ້ງທີສອງ.
ຮ່າງກົດໝາຍທີ່ເປັນບັນຫາໂຕ້ແຍ້ງດັ່ງກ່າວ ໄດ້ມີການຮັບຮອງ
ເອົາ ໃນວັນພະຫັດມື້ນີ້ ດ້ວຍການສະໜັບສະໜຸນຂອງພັກລັດ
ຖະບານປະສົມຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ທີ່ປົກຄອງປະເທດຢູ່ໃນຂະນະນີ້ ເຖິງແມ່ນວ່າ ໄດ້ມີການປະທ້ວງຢ່າງໃຫຍ່ ແລະການບອຍຄອດ ຈາກພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດກໍຕາມ.
ທ່ານ Abe ໄດ້ກ່າວ ຫຼັງຈາກການລົງຄະແນນແລ້ວວ່າ “ການຮັກສາຄວາປອດໄພອ້ອມຮອບຍີ່ປຸ່ນ ໃນຂະນະນີ້ແມ່ນເຂັ້ມແຂງຂຶ້ນ. ຮ່າງກົດໝາຍເຫຼົ່ານີ້ແມ່ນສຳຄັນທີ່ຈະປົກປ້ອງຊີວິດຊາວຍີ່ປຸ່ນແລະປ້ອງກັນບໍ່ໃຫ້ເກີດສົງຄາມ.”
ບັນດາສະມາຊິກສະພາພັກຝ່າຍຄ້ານ ແມ່ນບໍ່ພໍໃຈຕໍ່ການທີ່ພັກເສລີປະຊາທິປັດຂອງທ່ານ Shinzo Abe ສົ່ງຮ່າງກົດໝາຍສະບັບນີ້ ໃຫ້ຄະນະກຳມະການຂອງລັດຖະສະພາ ໂດຍບໍ່ໄດ້ດຳເນີນການໃນອັນທີ່ພວກເຂົາເຈົ້າເອີ້ນວ່າ ການອະພິປາຍຢ່າງພຽງພໍນັ້ນ.
ທ່ານ Abe ໄດ້ປະຕິຍານທີ່ເສີມຂະຫຍາຍກຳລັງປ້ອງກັນໂຕຂອງຍີ່ປຸ່ນ ທີ່ມີການຈຳກັດຮັດ ແຄບຢ່າງເຄັ່ງຄັດ ສ່ວນນຶ່ງກໍແມ່ນເພື່ອຕອບໂຕ້ຕໍ່ການມີອິດທິພົນເພີ້ມຂຶ້ນແລະການເອົາທ່າ ທີແຂງຂັນຫຼາຍຂຶ້ນຂອງຈີນ ຊຶ່ງພົວພັນກັບການຂັດແຍ້ງເລື້ອງເຂດນ້ຳແດນດິນກັບໂຕກຽວນັ້ນ.
ກະຊວງການຕ່າງປະເທດຂອງຈີນ ທີ່ປັກກິ່ງ ໄດ້ອອກຄວາມເຫັນກ່ຽວກັບການຮັບຜ່ານຮ່າງກົດໝາຍດັ່ງກ່າວ ໃນວັນພະຫັດມື້ນີ້ ໂດຍກ່າວວ່າ ມັນຮຽກຮ້ອງໃຫ້ມີຄຳຖາມທີ່ວ່າ ຍີ່ປຸ່ນຍັງຈະສືບຕໍ່ໃນນະໂຍບາຍຂອງຕົນ ທີ່ໄດ້ຮັບຜ່ານຫຼັງຈາກສົງຄາມໂລກຄັ້ງທີ 2 ທີ່ວ່າ ເນັ້ນ ໜັກໄປໃນດ້ານປ້ອງກັນປະເທດນັ້ນຫລືບໍ່.