ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຍີ່ປຸ່ນ ບໍ່ແນ່ໃຈ ກ່ຽວກັບ ກິດຈະກຳ ຂອງ ເຮືອບິນຮົບ ຈີນ


ແຜນທີ່ ເກາະ Senkaku/Diaoyu Islands
ແຜນທີ່ ເກາະ Senkaku/Diaoyu Islands

ຍີ່ປຸ່ນ ໄດ້ເຕືອນ ຈີນ ໃນວັນຈັນມື້ນີ້ ກ່ຽວກັບ ການສົ່ງເຮືອບິນຮົບອາຍພົ່ນຂ້າມເຂດແດນ ທີ່ມີຄວາມຂັດແຍ້ງກັນ ທີ່ທັງສອງປະເທດໄດ້ອ້າງສິດເປັນເຈົ້າຂອງໃນທະເລ ຈີນ ຕາເວັນ ອອກນັ້ນ.

ໃນວັນອາທິດວານນີ້, ຈີນ ໄດ້ສົ່ງເຮືອບິນຮົບຂ້າມໜ່ານຟ້າຂອງຊ່ອງແຄບ Miyako ທາງ ພາກຕາເວັນອອກຂອງເກາະ Senkaku ທີ່ຖືກຄວບຄຸມໂດຍ ຍີ່ປຸ່ນ, ເຊິ່ງ ຈີນ ກໍອ້າງເອົາ ເປັນເຈົ້າຂອງເຊັ່ນກັນ ແລະ ໄດ້ເອີ້ນເກາະນັ້ນວ່າ Diaoyu. ພວກເຈົ້າໜ້າທີ່ ຈີນ ກ່າວວ່າ ເຮືອບິນປະມານ 40 ລຳໄດ້ເຂົ້າຮ່ວມໃນການບິນຄັ້ງນີ້.

ອົງການຂ່າວ AP ໄດ້ລາຍງານວ່າ ຍີ່ປຸ່ນ ໄດ້ເຂົ້າສະກັດຢ່າງໜ້ອຍເຮືອບິນຮົບລຳໜຶ່ງ ຫຼັງ ຈາກເຮືອບິນຂອງ ຈີນ ໄດ້ບິນຂ້າມບໍລິເວນດັ່ງກ່າວ.

ຍີ່ປຸ່ນ ໄດ້ກ່າວວ່າ ເຮືອບິນພວກນັ້ນບໍ່ໄດ້ລ່ວງລະເມີດໜ່ານຟ້າຂອງ ຍີ່ປຸ່ນ, ແຕ່ວ່າມັນເປັນ ຄັ້ງທຳອິດທີ່ເຮືອບິນຮົບຂອງ ຈີນ ໄດ້ບິນຂ້າມຊ່ອງແຄບນັ້ນ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄດ້ກ່າວຕໍ່ສະພາແຫ່ງຊາດໃນວັນຈັນມື້ນີ້ ວ່າ ຍີ່ປຸ່ນ ຈະ “ບໍ່ມີວັນຍອມໃຫ້ການພະຍາມຕ່າງໆເພື່ອປ່ຽນແປງສະຖານະພາບທີ່ເປັນ ຢູ່ໂດຍຝ່າຍດຽວ” ໃນໜ່ານນ້ຳທີ່ມີຄວາມຂັດແຍ້ງກັນ ຫຼື “ບ່ອນໃດກໍຕາມຢູ່ໃນໂລກ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG