ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນຂໍຂະມາໂທດ ຕໍ່ເກົາຫຼີ


ຍີ່ປຸ່ນໄດ້ທຳການຂໍຂະມາໂທດ ໂດຍກົງແລະລະອຽດທີ່ສຸດ ໃນວັນອັງຄານມື້ນີ້ ສໍາລັບການຢຶດຄອງເກົາຫຼີ ເປັນເວລາ 36 ປີ ຊຶ່ງເລີ້ມຂຶ້ນ ໃນເດືອນສິງຫາ ເມື່ອ 100 ປີກ່ອນ.

ນາຍົກລັດຖະມົນຕີ NATO KAN ໄດ້ອອກຖະແຫຼງຂ່າວ ສະບັບນຶ່ງ ເອີ້ນການປົກຄອງ ສະໄໝອານານິຄົມ ຂອງ ຍີ່ປຸ່ນ ແຕ່ປີ 1910 ຫາ 1945 ນັ້ນວ່າ ເປັນການສ້າງ ຄວາມເສຍຫາຍ ຢ່າງເລິກເຊິ່ງ ຕໍ່ຄວາມພາກພູມທະນົງໃຈ ຂອງຊາວເກົາຫຼີ.

ທ່ານໄດ້ສະແດງ ຄວາມ “ເສົ້າເສຍໃຈເປັນທີ່ສຸດ” ແລະ “ຂໍຂະມາໂທດດ້ວຍຄວາມຈິງໃຈ” ໃນນາມຂອງຍີ່ປຸ່ນ ທີ່ໄດ້ສ້າງ “ຄວາມເສຍຫາຍ ແລະຄວາມທຸກທໍລະມານ ຢ່າງຮ້າຍແຮງ” ນັ້ນ.

ທ່ານ KAN ກ່າວຕໍ່ພວກນັກຂ່າວວ່າ ທ່ານໄດ້ໂທລະສັບ ໄປຫາປະທານາທິບໍດີເກົາຫຼີໃຕ້ ທ່ານ LEE MYUNG BAK ໃນວັນອັງຄານມື້ນີ້ ເພື່ອໃຫ້ການອະທິບາຍ ກ່ຽວກັບຖະ ແຫຼງຂ່າວຂອງທ່ານ.

ອົງການຂ່າວຢອນຮັບ ຂອງເກົາຫຼີໃຕ້ ໄດ້ອ້າງຄຳເວົ້າຂອງທ່ານ LEE ທີ່ກ່າວຕໍ່ຜູ້ນຳ ຂອງຍີ່ປຸ່ນວ່າ ຍີ່ປຸ່ນ ຄວນຫັນປ່ຽນຄຳເວົ້າຂອງຕົນ ໃຫ້ກາຍເປັນ ການປະຕິບັດໂຕຈິງ.

XS
SM
MD
LG