ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຂອງຍີ່ປຸ່ນ ຕັດສິນລົງໂທດ ຄາດຕະກອນ ໃຫ້ປະຫານຊີວິດ ດ້ວຍການແຂວນຄໍ


ທ້າວ ຊາໂຕະຊິ ອູມັດຊຸ ຄາດຕະກອນໂຈມຕີແທງຄົນຕາຍ ຢູ່ສະຖານປິ່ນປົວຄົນພິການ, ເຫັນໄດ້ນັ່ງຢູ່ໃນລົດຕຳຫຼວດ ຂະນະທີ່ຖືກນຳໄປໃຫ້ບັນດາໄອຍະການ, ຢູ່ກົມຕຳຫຼວດ ຊຸກກູອີ ໃນເມືອງຊາກາມີຮາຣາ, ເທດສະບານ ຄານາກາວາ ຂອງຍີ່ປຸ່ນ, ພາບນີ້ຖ່າຍໂດຍ ກີໂຍໂດ ໃນວັນທີ 27 ກໍລະກົດ 2016.
ທ້າວ ຊາໂຕະຊິ ອູມັດຊຸ ຄາດຕະກອນໂຈມຕີແທງຄົນຕາຍ ຢູ່ສະຖານປິ່ນປົວຄົນພິການ, ເຫັນໄດ້ນັ່ງຢູ່ໃນລົດຕຳຫຼວດ ຂະນະທີ່ຖືກນຳໄປໃຫ້ບັນດາໄອຍະການ, ຢູ່ກົມຕຳຫຼວດ ຊຸກກູອີ ໃນເມືອງຊາກາມີຮາຣາ, ເທດສະບານ ຄານາກາວາ ຂອງຍີ່ປຸ່ນ, ພາບນີ້ຖ່າຍໂດຍ ກີໂຍໂດ ໃນວັນທີ 27 ກໍລະກົດ 2016.

ຊາຍຍີ່ປຸ່ນຄົນນຶ່ງ ຜູ້ທີ່ໄດ້ຂ້າຄົນປ່ວຍພິການ 19 ຄົນ ໃນການໂຈມຕີໂດຍໃຊ້ມີດແທງ
ຢ່າງໂຫດຮ້າຍໃນປີ 2016 ນັ້ນ ໄດ້ຖືກສານຕັດສິນໃຫ້ປະຫານຊີວິດ ດ້ວຍການແຂວນຄໍ.

ທ້າວ ຊາໂຕະຊິ ອູມັດຊຸ ໄດ້ຖືກພົບເຫັນວ່າມີຄວາມຜິດ ແລະຖືກຕັດສິນລົງໂທດ ເມື່ອວັນ
ຈັນວານນີ້ ໃນສານເມືອງໂຢໂກຮາມາ ກ່ຽວກັບການອາລະວາດທຳຮ້າຍດັ່ງກ່າວທີ່ຍັງໄດ້ ເຮັດໃຫ້ອີກ 26 ຄົນບາດເຈັບ ຊຶ່ງເຮັດໃຫ້ເຫດ ການກາຍເປັນການສັງຫານໝູ່ທີ່ຮ້າຍແຮງ
ສຸດ ໃນຍຸກຫຼັງສົງຄາມໂລກຄັ້ງທີ ສອງຂອງຍີ່ປຸ່ນ.

ທ້າວອູມັດຊຸ ອາຍຸ 30 ປີ ໃນຄັ້ງນຶ່ງເຄີຍເປັນພະນັກງານເບິ່ງແຍງ ຢູ່ສູນບ້ານ ພັກສຳລັບ
ຄົນພິການ ທີ່ຕັ້ງຢູ່ນອກນະຄອນຫຼວງໂຕກຽວ. ພວກທະນາຍຄວາມຂອງຜູ້ກ່ຽວ ໄດ້ໂຕ້
ແຍ້ງວ່າ ການຕັດສິນໃຈຂອງລູກຄວາມລາວນັ້ນ ຖືວ່າບົກພ່ອງ ຍ້ອນການໃຊ້ກັນຊາ ຫຼາຍເກີນໄປ ແຕ່ໃນເວລາລຸນຫລັງ ທ້າວອູມັດຊຸກໍ ໄດ້ອ້າງວ່າ ລາວຮັບຜິດຊອບກ່ຽວກັບ
ການໂຈມຕີນັ້ນ ໂດຍກ່າວບອກສານວ່າ ລາວຢາກຈະກຳຈັດພວກຄົນຜູ້ທີ່ລາວເຊື່ອວ່າ
ເປັນພາລະຕໍ່ສັງຄົມ.

ບັນດາໄອຍະການ ກ່າວວ່າ ທ້າວອູມັສຊຸ ໄດ້ຖືກສົ່ງໄປເຂົ້າໂຮງໝໍໂຣກຈິດ ພາຍຫຼັງຈາກ
ທີ່ຜູ້ກ່ຽວໄດ້ບອກຄູ່ຮ່ວມງານ ກ່ຽວກັບແຜນການຂອງລາວ ແຕ່ຜູ້ກ່ຽວກໍໄດ້ຖືກປົດອອກ
ຈາກໂຮງໝໍ ບໍ່ເຖິງສອງອາທິດ.

ຜູ້ພິພາກສາ ທ່ານ ກີໂອຊິ ອາໂອນູມະ ບໍ່ຮັບຟັງຂໍ້ໂຕ້ແຍ້ງຂອງທະນາຍຈຳເລີຍ ໂດຍເອີ້ນ
ການກະທຳຂອງທ້າວອູມັດຊຸ ນັ້ນ “ເປັນການໄຕ່ຕອງໄວ້ລ່ວງໜ້າ” ແລະ “ຮຸນແຮງເກີນໄປ.”

ການໂຈມຕີດັ່ງກ່າວ ໄດ້ສ້າງຄວາມຕື່ນຕົກໃຈແກ່ປະເທດ ບ່ອນທີ່ອາຊະຍາກຳຮ້າຍແຮງ
ແມ່ນບໍ່ຄ່ອຍເກີດຂຶ້ນ ຫາກແຕ່ເປັນແຫ່ງທີ່ພວກຄົນພິການ ຖືກດູໝິ່ນ ແລະປະເຊີນກັບ
ຄວາມຄຽດຊັງຕະຫຼອດມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG