ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຍີ່ປຸ່ນ ທ່ານກິຊິດະ ຈະເນັ້ນໜັກເຖິງຄວາມເປັນຫ່ວງ ດ້ານຄວາມໝັ້ນຄົງ ໃນການເດີນທາງໄປຍັງ ຢູໂຣບ ແລະ ສະຫະລັດ


ແຟ້ມພາບ - ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ບ້ານພັກນາຍົກລັດຖະມົນຕີ ຂອງທາງການ ໃນນະຄອນຫຼວງໂຕກຽວກ, ວັນທີ 16 ທັນວາ 2022.
ແຟ້ມພາບ - ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ບ້ານພັກນາຍົກລັດຖະມົນຕີ ຂອງທາງການ ໃນນະຄອນຫຼວງໂຕກຽວກ, ວັນທີ 16 ທັນວາ 2022.

ນາຍົກລັດຖະມົນຕີຍີ່ປຸ່ນ ຟູມິໂອະ ກິຊິດະ ເລີ້ມຕົ້ນການເດີນທາງໄລຍະນຶ່ງອາທິດ ໃນວັນຈັນມື້ນີ້ ເພື້ອເພີ້ມທະວີສາຍສຳພັນທາງການທະຫານກັບຢູໂຣບ ແລະອັງກິດ ແລະນຳເອົາທັງຍີ່ປຸ່ນແລະສະຫະລັດ ເຂົ້າມາສຸມໃສ່ເລື້ອງພັນທະມິດ ຢູ່ທີ່ກອງປະຊຸມສຸດຍອດໃນນະຄອນຫຼວງວໍຊິງຕັນ ຂະນະທີ່ຍີ່ປຸ່ນສິ້ນ​ສຸດ ຂໍ້ຈຳກັດຫຼັງສົງຄາມເພື່ອ ທີ່ຈະເອົາບົດທາງດ້ານການບຸກໂຈມຕີຫຼາຍຂຶ້ນ ໂດຍແນໄປຍັງຈີນ.

ການເຈລະຈາຂອງທ່ານກິຊິດະ ກັບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຈະມີຂຶ້ນໃນວັນສຸກນີ້ ຊຶ່ງຈະເນັ້ນໜັກເຖິງການເດີນທາງໄປຍັງຫ້າປະເທດ ທີ່ ລວມມີ ຝຣັ່ງ ອີຕາລີ ອັງກິດແລະການາດາ - ແລະບາງປະເທດຢູ່ໃນກຸ່ມເຈັດປະເທດ ກໍໄດ້ຍົກລະດັບສາຍສຳພັນດ້ານການປ້ອງກັນກັບຍີ່ປຸ່ນ ໃນບໍ່ເທົ່າໃດປີຜ່ານມານີ້. ການຢຸດແວ່ແຫ່ງທຳອິດຂອງທ່ານ ແມ່ນນະຄອນຫຼວງປາຣີ ໃນຕອນແລງວັນຈັນ ມື້ນີ້.

ທ່ານກິຊິດະ ໄດ້ກ່າວວ່າ ກອງປະຊຸມສຸດຍອດຂອງທ່ານກັບ ທ່ານໄບເດັນ ຈະເນັ້ນຢ້ຳເຖິງຄວາມແຂງແກ່ນ ຂອງພັນທະມິດ ລະຫວ່າງຍີ່ປຸ່ນ ແລະສະຫະລັດ ແລະປະເທດທັງສອງສາມາດທຳງານຮ່ວມກັນຢ່າງໃກ້ຊີດຫຼາຍຂຶ້ນແນວໃດພາຍ ໃຕ້ຍຸດທະສາດດ້ານຄວາມໝັ້ນຄົງແລະການປ້ອງກັນປະເທດໃໝ່ນີ້.

ຍີ່ປຸ່ນ ໃນເດືອນທັນວາຜ່ານມານີ້ ໄດ້ຮັບຮອງເອົາການປະຕິຮູບ ໃນດ້ານຄວາມ ໝັ້ນຄົງ ແລະການປ້ອງກັນປະເທດທີ່ສຳຄັນ ທີ່ລວມມີ ຄວາມສາມາດໃນການໂຈມຕີຕອບໂຕ້ ທີ່ຈະແຍກໂຕອອກຈາກຫຼັກການຫຼັງສົງຄາມ ທີ່ສະເພາະເຈາະຈົງຕໍ່ປະເທດຂອງຕົນ ຊຶ່ງອະນຸຍາດໃຫ້ປະເທດ ມີພຽງແຕ່ກອງກຳລັງປ້ອງກັນໂຕເທົ່ານັ້ນ. ຍີ່ປຸ່ນກ່າວວ່າ ການປະຈຳການຂອງລະບົບລູກສອນໄຟສະກັດກັ້ນ ແມ່ນບໍ່ພຽງພໍ ເພື່ອຈະປ້ອງກັນຕົນໄດ້ ຈາກອາວຸດທີ່ລ້ຳໜ້າຢ່າງວ່ອງໄວ ໃນຈີນ ແລະເກົາຫຼີເໜືອ.

ທ່ານກິຊິດະ ໄດ້ກ່າວວ່າ ທ່ານຈະອະທິບາຍໃຫ້ທ່ານໄບເດັນ ເຖິງຍຸດທະສາດໃໝ່ດັ່ງກ່າວ ພາຍໃຕ້ອັນນັ້ນ ຍີ່ປຸ່ນ ຍັງຈະເສີມກຳລັງດ້ານການປ້ອງກັນ ຢູ່ໃນໝູ່ເກາະທາງພາກຕາເວັນຕົກສຽງໃຕ້ຂອງຕົນ ທີ່ຕັ້ງຢູ່ໃກ້ກັບໄຕ້ຫວັນ ທີ່ລວມທັງ ເກາະ ໂຍນາກູນິ ແລະອິຊິກາກິ ບ່ອນທີ່ຖານທັບໃໝ່ໆ ໄດ້ເລີ້ມກໍ່ສ້າງຂຶ້ນ.

“ຈະ ຈະປຶກສາຫາລື ຕື່ມອີກເຖິງການເພີ້ມຄວາມແຂງແກ່ນຂອງພັນທະມິດລະຫວ່າງຍີ່ປຸ່ນ ແລະສະຫະລັດ ແລະວິທີທີ່ພວກເຮົາເຮັດວຽກ ຮ່ວມກັນ ເພື່ອໃຫ້ບັນລຸ ເຂດອິນໂດ-ປາຊີຟິກ ເປັນ​ເຂດທີ່ເສລີແລະເປີດກວ້າງ” ທ່ານກິຊິດະ ໄດ້ກ່າວຕໍ່ອົງການໂທລະພາບແຫ່ງຊາດ NHK ໃນລາຍການສົນທະນາ ເມື່ອວັນອາທິດວານນີ້ ໂດຍກ່າວອ້າງເຖິງວິໄສທັດກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງແລະເສດຖະກິດລະຫວ່າງສອງປະເທດ ແລະສົ່ງເສີມການຕ້ານຢັນອິດທິພົນທາງການທະຫານ ແລະເສດຖະກິດທີ່ເພີ້ມຂຶ້ນນັບມື້ຂອງຈີນ.

ພາຍໃຕ້ຍຸດທະສາດໃໝ່ດັ່ງກ່າວ ຍີ່​ປຸ່ນວາງແຜນ ທີ່ຈະເລີ້ມຕິດຕັ້ງລະບົບລູກສອນໄຟນຳວິຖີລັດສະໝີໄກ ພາຍໃນປີ 2026 ທີ່ສາມາດບິນໄປເຖິງເປົ້າໝາຍທີ່ອາດເປັນໄດ້ຕ່າງໆຢູ່ໃນຈີນ ຊຶ່ງເພີ້ມງົບປະມານດ້ານການປ້ອງກັນປະເທດຂອງຕົນເກືອບສອງເທົ່າ ພາຍໃນຫ້າປີ ເທົ່າກັບມາດຕະຖານ ອົງການເນໂຕ້ ປະມານ 2 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ ຫຼື GDP ຈາກປັດຈຸບັນນີ້ ແມ່ນ 1 ເປີເຊັນ ແລະຈະປັບປຸງຄວາມອາດສາມາດທາງດ້ານໄຊເບີ ແລະດ້ານສືບລັບນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG