ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງ ໃນ ຍີ່ປຸ່ນ


ນາຍົກ ລັດຖະມົນຕີ ເຂົ້າຮັບຕຳ ແໜ່ງໃໝ່ ຂອງຍີ່ປຸ່ນ ທ່ານ NAOTO KAN ໄດ້ນຳສະເໜີ ຄະນະລັດຖະບານ ຂອງທ່ານ ລ່ວງໜ້າພິທີສາບານໂຕ ເຂົ້າຮັບ ຕຳແໜ່ງ ຢ່າງເປັນທາງການ ໂດຍພະເຈົ້າ ຈັກກະພັດ AKIHITO ໃນວັນອັງຄານ ມື້ນີ້.

ທ່ານ KAN ​ໄດ້​ຮັກສາ ລັດຖະມົນຕີ 11 ທ່ານ ໃນຈຳນວນທັງໝົດ 17 ທ່ານ ຂອງລັດ ຖະບານ ອະດີດ ນາຍົກລັດຖະມົນຕີ YUKIO HATOYAMA ​ໄວ້ ຮວມທັງ ລັດຖະມົນຕີ ການຕ່າງປະເທດ ທ່ານ KATSUYA OKADA ແລະ ລັດຖະມົນຕີ ປ້ອງກັນປະເທດ ທ່ານ TOSHIMI KITAZAWA. ໃນບັນດາ ລັດຖະມົນຕີໃໝ່ ທີ່ເຂົ້າຮັບໜ້າທີ່ນັ້ນ ກໍມີທ່ານ YOSHIHIKO NODA ຊຶ່ງມີທ່າທາງວ່າ ຈະເຂົ້າຮັບຕຳແໜ່ງ ລັດຖະມົນຕີ ການເງິນ ແທນທ່ານ KAN.

ທ່ານ NODA ເຄີຍຮັບໜ້າທີ່ ເປັນຮອງທ່ານ KAN ໃນ​ກະຊວງ​ການ​ເງິນ ບ່ອນ​ທີ່ ບຸກຄົນ ທັງສອງໄດ້ຮັບຊື່ສຽງວ່າເຄັ່ງຄັດໃນເລື່ອງງົບປະມານ.
ທ່ານ YOSHITO SENGOKU ຜູ້ທີ່ທ່ານ KAN ເລືອກໃຫ້ ດຳລົງຕຳແໜ່ງ ເປັນຫົວໜ້າ​ຫ້ອງການ ສຳນັກງານນາຍົກ ກ່າວວ່າ ເປົ້າໝາຍ ຂອງນາຍົກ ລັດຖະມົນຕີຄົນໃໝ່ ຂອງ ຍີ່ປຸ່ນ ກໍຄືນຳເອົາ ລັດຖະມົນຕີໜ້າໃໝ່ ມືສະອາດ ແລະມືອາຊີບ ທີ່ສາມາດ ບໍລິຫານງານ ຢ່າງມີປະສິດທິພາບ ໄດ້ນັ້ນ ເຂົ້າມາຮັບໜ້າທີ່. ທ່ານ HATOYAMA ນາຍົກລັດຖະມົນຕີ ຄົນກ່ອນ ໄດ້ປະກາດ ລາອອກ ໃນສັບປະດາແລ້ວ ຊຶ່ງເຮັດໃຫ້ທ່ານ ກາຍເປັນ ນາຍົກລັດຖະມົນຕີ ຄົນທີ 4 ຂອງຍີ່ປຸ່ນ ທີ່ໄດ້ລາອອກ ນັບແຕ່ປີ 2007 ເປັນຕົ້ນມາ.

ທ່ານ HATOYAMA ໄດ້ລາອອກ ຫຼັງຈາກ ເຂົ້າຮັບໜ້າທີ່ ໄດ້ແຕ່ພຽງ 8 ເດືອນທໍ່ນັ້ນ. ຄະແນນນິຍົມຂອງທ່ານ ໄດ້ຕົກຮວບລົງ ລຸນຫຼັງທີ່ໄດ້ ມີການສັງເກດເຫັນ ຄວາມລັງເລໃຈ ກ່ຽວກັບ ການຕັດສິນໃຈ ຂອງທ່ານ ແລະຂ່າວນອງນັນ ກ່ຽວກັບ ການຫາລາຍໄດ້ ຂອງພັກ ປະຊາທິປະໄຕ ແຫ່ງຍີ່ປຸ່ນ ຂອງທ່ານ ​ແລະ​ການ​ທີ່​ທ່ານ​ ບໍ່​ສາມາດ​ເຮັດ​ໃຫ້ ສະຫະລັດ ​ຍ້າຍ​ຖານ​ທັບ ​ອອກ​ໄປ​ຈາກ ​ເກາະ​ໂອ​ກີນາວາ​ໄດ້ ຕາມ​ຄຳ​ໝັ້ນ​ສັນຍາ​ ທີ່​ໄດ້​ໃຫ້​ໄວ້ ​ໃນ​ຕອນ​ ໂຄສະນາ​ຫາ​ ສຽງ​ເລືອກຕັ້ງ.

XS
SM
MD
LG