ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງ ໃນ ຍີ່ປຸ່ນ


ສະພາຕໍ່າ ຫຼືສະພາແຫ່ງຊາດ ຂອງຍີ່ປຸ່ນ ໄດ້ເລືອກເອົາ ລັດຖະມົນຕີການເງິນ ທ່ານ NAOTO KAN ເປັນນາຍົກ ລັດຖະມົນຕີ ຄົນໃໝ່ຂອງປະເທດ ຫຼັງຈາກ ອະດີດນາຍົກ ລັດຖະມົນຕີ ຢູກີໂອ ຮາໂຕຢາມະ ແລະ ຄະນະລັດຖະ ບານຂອງທ່ານ ໄດ້ລາອອກ ຢ່າງເປັນທາງການ.

ທ່ານ KAN ໄດ້ຮັບຄະແນນສຽງ ສະໜັບສະໜຸນ 313 ສຽງ ໃນສະພາຕໍ່າ ທີ່ມີອິດທິພົນ ບ່ອນທີ່ ພັກປະຊາທິປະໄຕ ຍີ່ປຸ່ນ ຂອງທ່ານ ຄວບຄຸມຢູ່ນັ້ນ. ຜູ້ທ້າທາຍ ທີ່ມີຄະແນນສຽງ ໃກ້ຄຽງທ່ານທີ່ສຸດ ກໍຄືທ່ານ SADAKAZU TANIGAKI ຈາກພັກ ເສລີປະຊາທິປັດ ຊຶ່ງເປັນພັກຝ່າຍຄ້ານ ທີ່ໄດ້ຮັບຄະແນນ ແຕ່ພຽງ 116 ສຽງທໍ່ນັ້ນ.

ໃນຕອນເຊົ້າ ຂອງວັນສຸກ ມື້ນີ້ ທ່ານ KAN ໄດ້ຖືກເລືອກ ໃຫ້ເປັນຜູ້ນຳ ຂອງພັກ ປະຊາທິປະໄຕຍີ່ປຸ່ນ.

ທ່ານ KAN ອະດີດນັກເຄື່ອນໄຫວ ຂັ້ນຮາກຫຍ້າ ຂອງພັກ ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນການ ເພື່ອເຮັດໃຫ້ ເສດຖະກິດຍີ່ປຸ່ນ ເຕີບໃຫຍ່ຂະຫຍາຍໂຕ ແລະ ດຳເນີນງານ ຮ່ວມກັບທະນາຄານກາງ ເພື່ອທັບມ້າງ ສະພາບເງິນຝືດ.

ໃນຄຳປາໄສ ກ່ອນຈະມີການ ລົງຄະແນນສຽງ ຢູ່ໃນສະພາຕໍ່ານັ້ນ ທ່ານ KAN ກ່າວຕໍ່ ບັນດາສະມາຊິກສະພາ ສັງກັດພັກ ຂອງທ່ານວ່າ ທ່ານຕ້ອງການ ຢາກໃຫ້ມີການ ກຳນົດນະໂຍບາຍ ທີ່ໜັກແໜ້ນ ເພື່ອພັດທະນາ ສ້າງສາປະເທດ ຍີ່ປຸ່ນຄືນໃໝ່.

ອະດີດ ນາຍົກລັດຖະມົນຕີ ຮາໂຕຢາມະ ໄດ້ປະກາດ ໃນມື້ວັນພຸດ ຜ່ານມານີ້ວ່າ ທ່ານຈະ ລາອອກຍ້ອນທ່ານບໍ່ສາມາດ ຮັກສາຄຳໝັ້ນສັນຍາ ທີ່ທ່ານໄດ້ໃຫ້ໄວ້ ໃນລະຫວ່າງ ການໂຄສະນາຫາສຽງ ທີ່ຈະຍົກຍ້າຍ ຖານທັບອາກາດ ທະຫານມາຣີນ ອອກໄປຈາກ ເກາະໂອກີນາວາ.

ທ່ານເປັນ ນາຍົກລັດຖະມົນຕີ ຄົນທີ 4 ຂອງຍີ່ປຸ່ນ ທີ່ໄດ້ລາອອກ ນັບແຕ່ ປີ 2007 ເປັນຕົ້ນມາ.

XS
SM
MD
LG