ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເມືອງ ໃນຍີ່ປຸ່ນ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ YUKIO HATOYAMA ກ່າວວ່າ ທ່ານລາອອກ ຍ້ອນທ່ານບໍ່ສາມາດ ຮັກສາຄຳໝັ້ນສັນຍາ ທີ່ທ່ານໄດ້ໃຫ້ໄວ້ ໃນລະຫວ່າງ ການໂຄສະນາຫາສຽງ ທີ່ຈະຍ້າຍຖານທັບ ສະຫະລັດ ອອກໄປຈາກ ເກາະໂອກີນາວາ.

ພັກປະຊາທິປະໄຕຍີ່ປຸ່ນ ຂອງທ່ານ HATOYAMA ຊຶ່ງໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນ ໃນການເລືອກຕັ້ງ ເມື່ອ 9 ເດືອນກ່ອນ ສາມາດຂັບໄລ່ ພັກເສລີປະຊາທິປັດ ທີ່ໄດ້ຄວບຄຸມລັດຖະບານ ເກືອບວ່າຢ່າງຕໍ່ເນື່ອງ ມາເປັນເວລາ 50 ປີ ນັ້ນ ອອກຈາກອຳນາດ.

ຂ່າວນອງນັນ ກ່ຽວກັບເລື່ອງເງິນ ສະໜັບສະໜຸນຂອງພັກ ແລະຄວາມສົງໄສບໍ່ແນ່ໃຈ ໃນຄວາມສາມາດ ກ່ຽວກັບການນຳພາ ຂອງທ່ານ HATOYAMA ເຮັດໃຫ້ຄວາມນິຍົມ ຂອງປະຊາຊົນ ທີ່ມີຕໍ່ພັກປະຊາທິປະໄຕຍີ່ປຸ່ນ ເຊື່ອມຖອຍ ແລະ ຄະແນນນິຍົມ ຂອງທ່ານ HATOYAMA ໄດ້ຕົກລົງ ຕໍ່າເຖິງ 17 ເປີເຊັນ ຫຼັງຈາກທ່ານ ບໍ່ສາມາດ ຊັກຊວນໃຫ້ ສະຫະລັດ ຕົກລົງຍ້າຍ ຖານທັບອາກາດ ຟູເຕັນມະ ຂອງທະຫານມາຣີນ ອອກໄປຈາກ ເກາະໂອກີນາວາ.

ທ່ານ HATOYAMA ໄດ້ກາຍເປັນ ນາຍົກລັດຖະມົນຕີ ຄົນທີ 4 ລຽນຕິດ ຂອງຍີ່ປຸ່ນ ທີ່ຕ້ອງໄດ້ອອກ ຈາກໜ້າທີ່ ຫລັງຈາກ ເຂົ້າກຳອຳນາດ ໄດ້ພຽງນຶ່ງປີ ຫລືໜ້ອຍກວ່ານັ້ນ.

XS
SM
MD
LG