ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໃນວັນອາທິດ
ມື້ນີ້ ໄດ້ສິ້ນສຸດ ການເດີນທາງຢ້ຽມຢາມປະເທດອິນເດຍ ໄລ
ຍະສາມມື້ ບ່ອນທີ່ທ່ານໄດ້ລົງນາມຂໍ້ຕົກລົງຈຳນວນນຶ່ງ ໃນ
ຫຼາຍດ້ານທີ່ສຳຄັນ.
ທັງສອງປະເທດ ເມື່ອວັນເສົາຜ່ານມາ ໄດ້ຮັດແໜັ້ນສາຍສຳ
ພັນອັນອົບອຸ່ນ ດ້ວຍຂໍ້ຕົກລົງ ທີ່ໃຫ້ໂຕກຽວ ກໍ່ສ້າງລົດໄຟ
ຄວາມໄວສູງຄັນທຳອິດ ໃຫ້ແກ່ອິນເດຍ, ຂໍ້ສັນຍາປ້ອງກັນ
ປະເທດ ທີ່ຈະເປີດທາງໃຫ້ຍີ່ປຸ່ນ ຂາຍອາວຸດຕ່າງໃຫ້ແກ່
ອິນເດຍ ແລະ ຄວາມກ້າວໜ້າກ່ຽວກັບ ຂໍ້ຕົກລົງນິວເຄລຍ
ທາງດ້ານພົນລະເຮືອນ.
ຂໍ້ຕົກລົງເຫຼົ່ານັ້ນ ໄດ້ຖືກປະກາດອອກມາ ຫຼັງຈາກກອງປະຊຸມລະຫວ່າງ ທ່ານ Abe
ແລະ ນາຍົກລັດຖະມົນຕີ ອິນເດຍ ທ່ານNarendra Modi ໃນນະຄອນຫລວງ New
Delhi.
ຜູ້ນຳຊາດນິຍົມ ຂອງທັງສອງປະເທດ ມີຄວາມສະໜິດສະໜົມຢ່າງໃກ້ຊິດຮ່ວມກັນ
ແລະ ເປັນພາຄີທາງດ້ານເສດຖະກິດ ແລະ ຄວາມໝັ້ນຄົງ ລະຫວ່າງສອງປະເທດນັ້ນ
ແມ່ນໄດ້ຜັນຂະຫຍາຍຂຶ້ນ ນັບຕັ້ງແຕ່ ທ່ານ Modi ໄດ້ເຂົ້າກຳອຳນາດເມື່ອປີແລ້ວນີ້.
ທ່ານ Abe ໄດ້ອະທິບາຍຕໍ່ຂໍ້ຕົກລົງດັ່ງກ່າວນັ້ນ ວ່າເປັນການປະກາດຍຸກສະໄໝອັນໃໝ່
ຂອງການຮ່ວມມື ລະຫວ່າງສອງປະເທດ. ທ່ານເວົ້າວ່າ “ອິນເດຍທີ່ແຂງແກ່ນ ຖືວ່າ ເປັນສິ່ງທີ່ດີສຳລັບຍີ່ປຸ່ນ ແລະ ຍີ່ປຸ່ນທີ່ແຂງແກ່ນເປັນສິ່ງທີ່ດີສຳລັບອິນເດຍ ອັນນີ້ແມ່ນ
ຄຳເຫັນພື້ນຖານຂອງຂ້າພະເຈົ້າ.”
ຍີ່ປຸ່ນ ຈະສະໜອງ ທຶນມູນຄ່າ 12 ຕື້ໂດລາ ເພື່ອສ້າງລົດໄຟຄວາມໄວສູງ ທີ່ຈະແລ່ນ
ລະຫວ່າງ ນະຄອນ Mumbai ແລະ ນະຄອນ Ahmedabad ທາງພາກຕາເວັນຕົກ.
ທ່ານ Modi ຜູ້ທີ່ໄດ້ຫັນໄປຫາໂຕກຽວ ເພື່ອເຂົ້າມາປັບປຸງ ລະບົບພື້ນຖານໂຄງລ່າງ
ໃນນະຄອນຫຼວງຂອງປະເທດ ໂດຍກ່າວວ່າ “ວິສາຫະກິດນີ້ ຈະເລີ້ມຕົ້ນ ວິວັດທະ
ນາການລາງລົດໄຟ ໃນອິນເດຍ ແລະ ເພີ້ມຄວາມໄວໃນການເດີນທາງ ໄປສູ່
ອະນາຄົດ.”