ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຍີ່ປຸ່ນ​ ​ເພີ່ມການ ​ລາດຕະ​ເວນ ໃນເຂດໝູ່ເກາະ ທີ່ເປັນ ບັນຫາ (ວີດີໂອ)


ຍີ່ປຸ່ນທໍາການລາດຕະ​ເວນໃນໝູ່ເກາະ ໃນເຂດທະ​ເລ​ຈີນ​ຕາ​ເວັນ​ອອກ
ຍີ່ປຸ່ນທໍາການລາດຕະ​ເວນໃນໝູ່ເກາະ ໃນເຂດທະ​ເລ​ຈີນ​ຕາ​ເວັນ​ອອກ
ຍີ່ປຸ່ນ​ໄດ້​ເພີ່ມການ​ລາດຕະ​ເວນຢູ່ໃນເຂດທະ​ເລ​ຈີນ​ຕາ​ເວັນ​ອອກ
​ໃນ​ວັນ​ພຸດ​ມື້ນີ້ ຊຶ່ງ​ເປັນ​ວັນ​ຄົບ ຮອບນຶ່ງ​ປີ ​ໃນ​ການ​ຊື້ເອົາ​ໝູ່​ເກາະ
ດັ່ງກ່າວ​ ຊຶ່ງ​ຈີນ​ກໍ​ໄດ້ອ້າງ​ເອົາ​ກຳມະສິດ​ເຊັ່ນກັນ.

ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ ​ທີ່​ມີເສດຖະກິດ​ໃຫຍ່​ສຸດຂອງ
​ເອ​ເຊຍ​ນັ້ນ​ແມ່ນ​ໄດ້​ຊຸດ​ໂຊມ​ລົງ ສູ່​ລະດັບ​ຕໍ່າ​ສຸດ​ໃນ​ຮອ​ບຫຼາຍໆ​ປີ
ຫຼັງ​ຈາກ​ທີ່ຍີ່​ປຸ່ນ​ໄດ້​ຊື້ເອົາ​ໝູ່​ເກາະທີ່​ວ່າ​ນີ້ ຈາກ​ເຈົ້າ​ຂອງ​ເອກ​
ກະ​ຊົນ​ຊາວ​ຍີ່ປຸ່ນ ເມື່ອ 12 ​ເດື​ອນແລ້ວ​ນີ້.

ຈີນ​ ​ແມ່ນ​ປະຕິ​ເສດ​ບໍ່​ຍອມຮັບ​ເຖິງ​ການ​ຊື້​ຂາຍ​ທີ່​ວ່າ​ນີ້ ຊຶ່ງ​ຈີນ
​ ໄດ້​ທໍາ​ການ​ຕອບໂຕ້​ດ້ວຍທຳ​ການ​ລາດຕະ​ເວນ​ເພີ່ມຂຶ້ນ
ທັງທາງ​ອາກາດ ​ແລະ​ທາງ​ທະ​ເລ​ ໄປ​ຍັງ​ໝູ່​ເກາະ​ດັ່ງກ່າວ ​
ໃນ​ອັນ​ທີ່​ເອີ້ນ​ວ່າ ເປັນຄວາມ​ພະຍາຍາມເພື່ອ​ເນັ້ນຢໍ້າ​ເຖິງ​
ການ​ອ້າງ​ກຳມະສິດ​ຂອງກຸງ​ປັກ​ກິ່ງຕໍ່​ໝູ່​ເກາະ​ຍຸດທະ ສາດ​ດັ່ງກ່າວ​ນີ້.

ຮອງ​ຫົວໜ້າ​ກອງ​ເລຂາ​ປະຈຳ​ຄະນະ​ລັດຖະບານຍີ່ປຸ່ນ ທ່ານ
Katsunobu Kato ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ກຸງ​ໂຕກ​ຽວ
ຈະ​ຢືນ​ຢັດ​ຢ່າງ​ໝັ້ນຄົງ​ໃນ​ທ່າ​ທີ​ຂອງ​ຕົນ ກ່ຽວ​ກັບ​ໝູ່​ເກາະ
ດັ່ງກ່າວ​ນີ້ ​ແລະ​ກໍຫວັງວ່າ​ຈະ​ມີ​ການ​ແກ້​ໄຂ​ທາງ​ດ້ານ​ການ​ທູດ
​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ນີ້.

ໂຄສົກ​ລັດຖະບານຍີ່ປຸ່ນໄດ້ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຍີ່ປຸ່ນຍັງ​ບໍ່​ໄດ້​
ປະຕິ​ເສດ​ຕໍ່​ຄວາມ​ເປັນ​ໄປ ​ໄດ້ ​ໃນ​ການທີ່​ຈະສົ່ງ​ພວກ​ເຈົ້າ​ໜ້າ​ທີ່​ໄປ​ຍັງ​ໝູ່​ເກາະ​ທີ່​ບໍ່​ມີ​ຜູ້​ຄົນ
​ຢູ່​ອາ​ໄສ​ນັ້ນຊຶ່ງ​ເປັນຄວາມ​ເຫັນ​ທີ່ ຖືກ​ຕໍ່​ວ່າ​ຕໍ່​ຂານ​ຈາກ​ທາງ​ກຸງ​ປັກ​ກິ່ງ.

ກະຊວງ​ການ​ຕ່າງປະ​ເທດຈີນໄດ້​ກ່າວ​ວ່າ​ ກຸງ​ປັກ​ກິ່ງນັ້ນ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ
ກ່ຽວກັບ​ການ​ໃຫ້ຄວາມ​ເຫັນ​ດັ່ງກ່າວແລະຍີ່ປຸ່ນ​ຈະ​ຕ້ອງ​ຮັບເອົາຜົນ​ທີ່​ຕາມ​ມາ ຖ້າ​ຫາກ​ວ່າ
​ຍີ່ປຸ່ນ​ທຳ​ການ​ ທ້າ​ທາຍ​ເກາະ​ຜິດ ​ແບບ​ຂາດ​ຄວາມ​ຮັບຜິດຊອບ.”

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການເຈລະຈາ​ຂັ້ນ​ສູງ​
ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງນີ້ ​ແຕ່​ຈີນໄດ້​ປະຕິ​ເສດ​ຕໍ່​ການຮຽກຮ້ອງ​ດັ່ງກ່າວ​ ​ແລະ​ວ່າ
ບໍ່​ມີ​ຄວາມ​ຈິງ​ໃຈ ໂດຍ​ເວົ້າ​ວ່າ​ທາງ​ກຸງ​ໂຕ​ກຽວ ກ່ອນ​ອື່ນ​ໝົດຕ້ອງ​ເອົາ​ບາດ​ເພື່ອຫຼຸດ
ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ​.

CHINA JAPAN ISLANDS VOSOT.mov
please wait

No media source currently available

0:00 0:01:23 0:00
XS
SM
MD
LG