ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນ ຈັດການສະແດງ ​ແສນ​ຍາ​ນຸ​ພາບ ກອງທັບເຮືອ ທ່າມກາງຄວາມເຄັ່ງຕຶງ ໃນເອເຊຍຕາເວັນອອກ


ກອງກຳປັ່ນລົບເພຶ່ອການປ້ອງກັນທາງທະເລຂອງຍີ່ປຸ່ນ (JMSDF) ປະກອບດ້ວຍ ກຳປັ່ນພິ​ຄາດຫຼາຍຈຸດປະສົງ ອີຊູໂມະ ນຳໜ້າຝຸງກຳປັ່ນລົບ ໃນລະຫວ່າງການທົບທວນກອງກຳປັ່ນລົບນາໆຊາດ ເພື່ອລຳລຶກເຖິງວັນຄົບຮອບ 70 ປີການສ້າງຕັ້ງ JMSDF ຢູ່ທີ່ອ່າວຊາກາມິ, ນອກຝັ່ງໂຢໂກຊູກະ ທາງກ້ຳໃຕ້ ຂອງນະຄອນຫຼວງໂຕກຽວ, ວັນທີ 6 ພະຈິກ 2022.
ກອງກຳປັ່ນລົບເພຶ່ອການປ້ອງກັນທາງທະເລຂອງຍີ່ປຸ່ນ (JMSDF) ປະກອບດ້ວຍ ກຳປັ່ນພິ​ຄາດຫຼາຍຈຸດປະສົງ ອີຊູໂມະ ນຳໜ້າຝຸງກຳປັ່ນລົບ ໃນລະຫວ່າງການທົບທວນກອງກຳປັ່ນລົບນາໆຊາດ ເພື່ອລຳລຶກເຖິງວັນຄົບຮອບ 70 ປີການສ້າງຕັ້ງ JMSDF ຢູ່ທີ່ອ່າວຊາກາມິ, ນອກຝັ່ງໂຢໂກຊູກະ ທາງກ້ຳໃຕ້ ຂອງນະຄອນຫຼວງໂຕກຽວ, ວັນທີ 6 ພະຈິກ 2022.

ຍີ່ປຸ່ນໄດ້​ເປັນ​ເຈົ້າ​ພາບ​ເທື່ອ​ທຳ​ອິດ ຈັດການທົບທວນຄືນກອງກຳປັ່ນລົບນາໆຊາດ ໃນ​ຮອບ 7 ປີ ໃນວັນອາທິດວານນີ້ ໂດຍມີກຳປັ່ນລົບຈາກ 12 ປະເທດໃນການສະແດງໃຫ້ເຫັນເຖິງຄວາມສາມັກຄີ ຂະນະທີ່ເກົາຫຼີເໜືອ ຍິງລູກສອນໄຟໃນຈຳນວນຫຼາຍເປັນປະຫວັດການ ແລະຈີນ ເພີ້ມການກົນດັນຕໍ່ໄຕ້ຫວັນ.

ຂະບວນແຫ່ຂອງກຳປັ່ນລົບ ໃນອ່າວຊາກາມິ (Sgami Bay) ໃກ້ກັບນະຄອນຫຼວງໂຕກຽວ ລວມທັງໝົດມີ 38 ລຳ ໃນນັ້ນ 18 ລຳມາຈາກປະເທດເພື່ອນມິດ ເຊັ່ນ ສະຫະລັດ ເກົາຫຼີໃຕ້ ອັງກິດ ອອສເຕຣເລຍ ສິງກະໂປ ອິນເດຍ ແລະໄທ. ເຮືອບິນລົບ 33 ລຳໄດ້ບິນຢູ່ເບື້ອງເທິງຂອງກຳປັ່ນລົບ ໂດຍລວມທັງເຮືອບິນແລະເຮລິີຄັອບເຕີ້ ລາດຕະເວນໄລ່ລ່າເຮືອດຳນ້ຳ ນຳດ້ວຍ.

“ພວກເຮົາຕ້ອງກຽມພ້ອມສຳລັບພວກຜູ້ທີ່ລະເມີດກົດລະບຽບ ແລະຜູ້ທີ່ຈະໃຊ້ກຳລັງເພື່ອທຳລາຍສັນຕິພາບ ແລະຄວາມໝັ້ນຄົງຂອງປະເທດອື່ນໆ” ນາຍົກລັດຖະມົນຕີ ຟູມີໂອະ ກີຊີດະ ໄດ້ກ່າວໃນການກ່າວປາໄສຢູ່ເທິງກຳປັ່ນບັນທຸກເຮລິຄັອບເຕີ້ ອີຊູໂມະ. ທ່ານກ່າວອີກວ່າ “ພວກເຮົາຈະກຳນົດຫຼັກສູດຍຸດທະສາດດ້ານຄວາມໝັ້ນຄົງແຫ່ງຊາດໃໝ່ ພາຍໃນປີທ້າຍປີນີ້ ແລະເສີມສ້າງຄວາມແຂງແກ່ນຢ່າງໃຫຍ່ ໃນດ້ານຄວາມອາດສາມາດໃນການປ້ອງກັນປະເທດຂອງພວກເຮົາ.”

ທ່ານກີຊີດະ ໄດ້ຕ້ອນຮັບບັນດາແຂກຜູ້ມີກຽດຢູ່ເທິງ ອີຊູໂມະ ກ່ອນທີ່ທ່ານຈະຂີ່ເຮືອບິນໄປຍັງກຳປັ່ນບັນທຸກເຮືອບິນ USS Ronald Reagan ຂອງກອງທັບເຮືອສະຫະລັດ ເພື່ອພົບປະກັບ ເອກອັກຄະລັດຖະທູດ ຣາມ ເອັມແມນູແອລ ແລະບັນດາຜູ້ບັນຊາການຂັ້ນສູງຂອງກອງທັບເຮືອສະຫະລັດ.

ທ່ານເອັມແມນູແອລ ໄດ້ກ່າວຫຼັງຈາກທີ່ນຳພາທ່ານກີຊີດະ ທ່ຽວຊົມກຳປັ່ນບັນ ທຸກເຮືອບິນ ຣໍ​ໂນລ ເຣແກັນ (Ronald Reagan) ວ່າ “ສິ່ງທີ່ໄດ້ເຮັດໃຫ້ຈີນ ບໍ່ພໍໃຈຫຼາຍທີ່ສຸດ ແມ່ນ ພວກເຮົາມີພັນທະມິດຫຼາຍ, ພວກເຂົາຂະຫຍາຍຕົວ ແລະຢ່າງກວ້າງຂວາງ.”

ພັກເສລີນິຍົມປະຊາທິປະໄຕຂອງທ່ານກີຊີດະ ໄດ້ປະຕິບານວ່າ ຈະເພີ້ມງົບປະ ມານສອງເທົ່າ ໃນດ້ານການປ້ອງກັນປະ​ເທດຂອງຍີ່ປຸ່ນ ຂຶ້ນເປັນປະມານ 2 ເປີເຊັນ ຂອງຍອດຜະລິດຕະພັນລວມ ພາຍໃນ ພາຍໃນ 5 ປີ.

ການຕັດສິນໃຈຂອງເກົາຫຼີໃຕ້ ເພື່ອເຂົ້າຮ່ວມງານດັ່ງກ່າວຂອງຍີ່ປຸ່ນ ມີຂຶ້ນຂະ ນະທີ່ສາຍສຳພັນລະຫວ່າງປະເທດເພື່ອນບ້ານ ໄດ້ດີຂຶ້ນ ຫຼັງຈາກທີ່ມີການຜິດຖຽງກັນເລື້ອງຄ່າຊົດເຊີຍ ສຳລັບພວກແຮງງານໃນປາງສົງຄາມ ແລະພວກແມ່ຍິງເກົາຫຼີ ທີ່ໄດ້ຖືກບັງຄັບໃຫ້ເຮັດວຽກ ໃນໂຮງໂສເພນີຕ່າງໆ ສຳ​ລັບພວກທະຫານຍີ່ປຸ່ນ ຊຶ່ງໄດ້ຂົ່ມຂູ່ທີ່ຈະທຳລາຍການຮ່ວມໄມ້ຮ່ວມມືລະຫວ່າງສອງພັນທະມິດຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG