ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍີ່ປຸ່ນ ເປັນເຈົ້າພາບ ຈັດກອງປະຊຸມ "ເພື່ອນມິດຊີເຣຍ"


ຍີ່ປຸ່ນ ເປັນເຈົ້າພາບຈັດກອງປະຊຸມ “​ເພື່ອນມິດ​ຂອງ​ຊີ​ເຣຍ” ​ທີ່ກຸງໂຕກຽວ.
ຍີ່ປຸ່ນ ເປັນເຈົ້າພາບຈັດກອງປະຊຸມ “​ເພື່ອນມິດ​ຂອງ​ຊີ​ເຣຍ” ​ທີ່ກຸງໂຕກຽວ.
ບັນດາ​ນັກ​ການ​ທູດຈາກ​ກວ່າ 60 ​ປະ​ເທດ ພາກັນ​ເຕົ້າ​ໂຮມ​ກັນ​
ຢູ່ກຸງ​ໂຕກ​ຽວ ເພື່ອເຂົ້າຮ່ວມ ​ກອງປະຊຸມ “​ເພື່ອນມິດ​ຂອງ​ຊີ​ເຣຍ” ​
ສຳ​ລັບ ສົນທະນາຫາລື​ກັນ​ເພີ້​ມ​ເຕີມ ກ່ຽວ​ກັບ​ການລົງ​ໂທດທາງ​
ດ້ານເສດຖະ ກິດ ​ແລະການເອົາມາດ​ຕະການອຶ່ນໆ​ ທີ່​ຈຳ​ເປັນ
ເພື່ອ​ຍຸຕິ​ຄວາມ​ຮຸນ​ແຮງ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດໄປ​ແລ້ວຫລາຍ
​ສິບ​ພັນ​ຄົນ ນັບ​ຕັ້ງ​ແຕ່​ໄດ້​ເລີ້ມ​ມີ​ການ​ລຸກ​ຮື​ຂື້ນ ​ຕ້ານປະທານາ
ທິບໍດີຊີ​ເຣຍ ທ່ານ Bashar al-Assad.

ລັດຖະມົນ​ຕີ​ຕ່າງປ​ະ​ເທດຍີ່ປຸ່ນ ທ່ານ Koichiro Gemba ເປັນ​ເຈົ້າ ພາບຈັດ​ກອງ​ປະ​ຊຸມ​ຂຶ້ນ ໃນ​ວັນ​ສຸກ​ມື້ນີ້. ທ່ານກ່າວ​ວ່າ ທ່ານຫວັງ​ວ່າ ການ​ສົນທະນາ​ຫາລື​ຂອງນາໆ​ຊາດ ຈະເປັນ​ການສົ່ງ “ສັນຍານດ້ານ​ການ​ເມືອງ​ອັນ​ແຮງ​ກ້າ.”

ທ່ານ Gemba ​ເວົ້າວ່າ “ການ​ໃຫ້​ຄວາມ​ສະໜັບສະ​ໜຸນເພີ້​ມ​ເຕີມ ຕໍ່ ການດຳ​ເນີນ​ຄວາມ
ພະຍາຍາມ​ ເພື່ອ​ເຕົ້າ​ໂຮມ​ກັນ​ໂດຍ​ຝ່າຍ​ຄ້ານ​ຊີ​ເຣຍ ​ແລະ​ການ​ດຳ​ເນີນຄວາມ​ພະຍາຍາມໃນ​ການ​ບູລະນະ​ສ້າງສາ​ປະ​ເທດ​ຊາດ​ບ້ານ​ເມືອງ ​ໃນ​ອານາ​ຄົດ ຫລັງ​ການ​ປົກຄອງ​ຂອງ ທ່ານ Assad ນັ້ນ ​ແມ່ນ​ເປັນ​ສິ່ງ​ສໍາຄັນ​ທີ່​ສຸດ.”

ການ​ປະຊຸມ​ເປັນ​ເວລາ​ນຶ່ງ​ມື້ ​ໃນ​ວັນ​ສຸກ​ມື້ນີ້ ແມ່ນ​ເປັນ​ການ​ປະຊຸມ​ຄັ້ງ​ທີ່​ຫ້າ​ ​ກ່ຽວຂ້ອງ​ກັບ​ເລື້ອງ​ດັ່ງກ່າວ ​ແລະ​ເປັນ​ຄັ້ງ​ທໍາ​ອິດ ທີ່​ກອງ​ປະຊຸມ​ເພື່ອນມິດຂອງຊີ​ເຣຍ” ຈັດ​ຂື້ນ​ທີ່​ເອ​ເຊຍ. ບັນດາ​ປະ​ເທດແລະ​ອົງການ ຈັດຕັ້ງຕ່າງໆ ທີ່​ໄປ​ຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ​ມີ​ຮວມ​ທັງ ສະຫະ ລັດ ຢູ​ໂຣບ ​ແລະສັນນິບາດ​ອາຣັບ.

ກ່ຽວຂ້ອງກັນ

XS
SM
MD
LG