ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ໄວ້ອາໄລ ນຳນັກຂ່າວຍີ່ປຸ່ນ ທີ່ຖືກກຸ່ມລັດ ອິສລາມ ຕັດຫົວ


ແມ່ຍິງທີ່ມີຄວາມສົງສານ ໂຕປະກັນຍີ່ປຸ່ນ Kenji Goto ຖືປ້າຍທີ່ຂຽນວ່າ "ຢ່າສ້າງສັດຕູ" ແລະຖືຮູບຂອງໂຕປະກັນ
ຢູ່ຕໍ່ໜ້າບ້ານພັກທາງການ ຂອງນາຍົກລັດຖະມົນຕີ ທີ່ໂຕກຽວ, ວັນທີ 1 ກຸມພາ 2015.
ແມ່ຍິງທີ່ມີຄວາມສົງສານ ໂຕປະກັນຍີ່ປຸ່ນ Kenji Goto ຖືປ້າຍທີ່ຂຽນວ່າ "ຢ່າສ້າງສັດຕູ" ແລະຖືຮູບຂອງໂຕປະກັນ ຢູ່ຕໍ່ໜ້າບ້ານພັກທາງການ ຂອງນາຍົກລັດຖະມົນຕີ ທີ່ໂຕກຽວ, ວັນທີ 1 ກຸມພາ 2015.

ໄດ້​ມີ​ການຈັດພິທີໄວ້ອາ​ໄລ​ຂຶ້ນ​ ໃນ​ນະຄອນຫຼວງ​ໂຕ​ກຽວ ​ໃນ
​ວັນ​ອາທິດ​ມື້​ນີ້ ​ເພື່ອ​ລະ​ລຶກ​ເຖິງ​ດວງ​ວິນ​ຍານ​ຂອງ​ນາຍ Kenji
Goto ມື້​ລາງ​ນັກ​ຂ່າວ​ຍີ່ປຸ່ນ ທີ່​ປາກົດ​ວ່າ ​ໄດ້ຖືກ​ພວກ​ຫົວ​ຮຸນ​
ແຮງ​ລັດ​ອິສລາມ​ ຕັດ​ຫົວ​ນັ້ນ.

​ໃນ​ຂະນະ​ທີ່​ຍີ່ປຸ່ນ​ພາກັນ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຫາປະຊາຊົນ
​ຂອງ​ຕົນ ທີ່​ສູນ​ເສ​ຍຊີວິດ​ໄປ​ນັ້ນ ພວກ​ຍາດຕິ​ພີ່ນ້ອງ​ຂອງ​ທ້າວ
Muath al-Kasaesbeh ນັກ​ບິນ​ເຮືອບິນ​ລົບ​ຈໍ​ແດນ ​ໄດ້​ຂໍ​ຮ້ອງ
​ລັດຖະບານ​ໃນ​ນະຄອນຫຼວງ Amman ​ໃຫ້ເປີດ​ເຜີຍ​ຫຼາຍ​ຂຶ້ນ
​ກ່ຽວ​ກັບ​ການ​ເຈລະ​ຈາ​ ​ເພື່ອ​ໃຫ້​ມີ​ການ​ປ່ອຍ​ໂຕ​ນັກ​ປິນຄົນ​ນີ້​ ​
ໂດຍ​ພວກ​ຫົວ​ຮຸນ​ແຮງ​ນັ້ນ. ທ່ານ Yassin Rawashda ລຸງ​
ຂອງ​ນັກ​ບິນ ກ່າວ​ວ່າ “ພວກ​ເຮົາຢາກ​ໃຫ້​ລັດຖະບານບອກ
​ຄວາມ​ຈິງ ​ແກ່ພວກ​ເຮົາ.”

ຊະ​ຕາ​ກຳ​ຂອງ​ພວກ​ໂຕ​ປະກັນ​ທັງສອງ​ຄົນ ​ໄດ້ຖືກ​ເອົາ​ມາ​ພົວພັນກັນ​ກ່ອນໜ້າ​ນີ້ ​ແຕ່​ວີ​ດີ​ໂດ
ທີ່​ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ຫົວ​ນັ້ນ ບໍ່​ໄດ້​ກ່າວ​ເຖິງ​ທ້າວ Kasaesbeh ຊຶ່ງພາ​ໃຫ້​ເກີດ​ຄວາມ​
ເປັນ​ຫ່ວງ​ຂຶ້ນ​ມາ​ກ່ຽວ​ກັບ​ຊີວິດ​ຂອງ​ຜູ້ກ່ຽວ.

ສະຫະລັດ​ແລະ​ຍີ່ປຸ່ນ ​ໄດ້​ປະນາມ​ກຸ່ມ​ລັດ​ອິສລາມ​ຫົວ​ຮຸນ​ແຮງ​ໃນ​ວັນ​ເສົາ​ວານ​ນີ້ ຫຼັງ​ຈາກ​
ວີ​ດີ​ໂອ​ທາງ​ອິນ​ເຕີ​ແນັດ​ສະ​ແດງ​ໃຫ້​ເຫັນ ​ການ​ຄາດຕະກຳ​ຢ່າງ​ໜ້າ​ຢ້ານ​ກົວ​ນັ້ນ.

ນາຍົກລັດຖະມົນຕີ Shinzo Abe ​ແຫ່ງ​ຍີ່ປຸ່ນ ​ເອີ້ນ​ການ​ສັງຫານ​ນັ້ນ​ວ່າ “​ໄຮ້​ມະນຸດສະທຳ
ແລະ​ເປັນ​ການ​ກະທຳ​ຂອງ​ການ​ກໍ່​ການ​ຮ້າຍ​ທີ່​ໜ້າລັງກຽດ” ​ແລະ​ປະຕິຍານ​ວ່າ​ ທ່ານ​ຈະ​ບໍ່​ຍົກ​ໂທດ​ໃຫ້​ພວກ​ຄາດ​ຕະ ກອນເດັດຂາດ. ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ຍີ່ປຸ່ນ​ຈະ​ບໍ່​ຍິນ​ຍອມ​ຕໍ່​ໃຫ້​ແກ່ການ​ຮ້າຍ​ຈັກ​ເທື່ອ. ພວກ​ເຮົາ​ຈະ​ຂະ​ຫຍາ​ຍ​ ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​ຕໍ່​ໄປ ​ໃນ​ດ້ານ​ເຂົ້າປາອາ ຫານ ​ແລະ​ດ້ານ​ການ​ແພດ ​ແລະ​ຍີ່ປຸ່ນ​ຈະ​ຮັບ​ເອົາ​ຄວາມ​ຮັບຜິດຊອບ ​ຂອງ​ຕົນຢ່າງ​ໜັກ​ແໜ້ນ ແລະ​ເດັດດ່ຽວ​ ​ໃນ​ຄວາມ​ພະຍາຍາມ​ຂອງ​ນາໆ​ຊາດ ​ເພື່ອ​ຕໍ່ສູ້​ກັບ​ພວກ​ກໍ​ການ​ຮ້າຍ​ນີ້.”

ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ບັນ​ລະ​ຍາຍການ​ສັງຫານ​ນັ້ນ
ວ່າ​ເປັນ​ການ “ຄາດ​ຕະກຳ​ທີ່​ໂຫດ​ຫ້ຽມທີ່​ສຸດ.”

ຖ້ອຍ​ຖະ​ແຫຼ​ງ​ເຫຼົ່າ​ນີ້ ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກມີ​ການ​ເຜີຍ​ແຜ່​ວີ​ດີ​ໂອ ທີ່​
ສະ​ແດງ​ໃຫ້​ເຫັນ​ນາຍ Kenji Goto ນັກ​ຂ່າວ​ຍີ່ປຸ່ນ ນັ່ງ​ຄຸ​ກເຂົ່າ ​ຢູ່​ທາງຂ້າງ​ຊາຍ​ຄົນ​ນຶ່ງ​ທີ່​ສວມ​ຜ້າ​ປົກໜ້າ​ ຖື​ມີດ​ຈີ້​ໃສ່​ຄໍ​ນັກ​ຂ່າວ​ຄົນ​ນີ້. ​ວີ​ດີ​ໂອ​ດັ່ງກ່າວ ຊຶ່ງ​ສອດຄ່ອງ​ກັນ​ກັບ​ພາບ​ວີ​ດີ​ໂອ​ຕັດ
ຫົວ​ຄົນ​ອື່ນໆ ທີ່​ພວກ​ຫົວ​ຮຸນ​ແຮງ​ສະ​ແດງ​ໃຫ້​ເຫັນ​ມາກ່ອນ​ນັ້ນ ​ຈົບ​ລົງ​ດ້ວຍ​ພາບຮ່າງກາຍ​ຂອງຄົນ​ທີ່​ຖືກ​ຕັດ​ຫົວ​.

isjapanjordan1february15
please wait

No media source currently available

0:00 0:02:22 0:00

XS
SM
MD
LG