ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍີ່ປຸ່ນ ເປັນເຈົ້າພາບ ຊ້ອມລົບຮ່ວມ ກັບເພື່ອນບ້ານ


ຍີ່ປຸ່ນ ເປັນເຈົ້າພາບຕ້ອນຣັບເພື່ອນບ້ານ ຈາກເຂດມະຫາສະມຸດ ປາຊິຟິກ
ອອສເຕຮເລຍ ເກົາຫລີໃຕ້ ແລະສິງກະໂປ ໃນການຊ້ອມລົບ.
ຍີ່ປຸ່ນ ເປັນເຈົ້າພາບຕ້ອນຣັບເພື່ອນບ້ານ ຈາກເຂດມະຫາສະມຸດ ປາຊິຟິກ ອອສເຕຮເລຍ ເກົາຫລີໃຕ້ ແລະສິງກະໂປ ໃນການຊ້ອມລົບ.

ຍີ່​ປຸ່ນ ເປັນ​ເຈົ້າພາບ​ຕ້ອນຮັບ​ເພື່ອນ​ບ້ານ​ຫຼາຍໆ​ປະ​ເທດ​ ຈາກ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກ
ໃນ​ການ​ຊ້ອມ​ລົບຮ່ວມ ທີ່​ມີ​ຈຸດປະສົງແນ​ໃສ່​ເພື່ອ​ເສີມ​ຂະຫຍາຍ​ຄວາມພ້ອມໃນ​ການ​ສະກັດ​
ກັ້ນການແຜ່​ຜາຍ​ອາວຸດ​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ.

ການ​ຊ້ອມ​ລົບ ຊຶ່ງ​ຈະ​ມີ​ຮວມທັງພວກ​ນັກ​ບິນ​ຈາກ​ກອງທັບ​ອາກາດອອສ​ເຕຣ​ເລຍ ​ເກົາຫລີ​
ໃຕ້ ​ແລະສິງກະ​ໂປ​ ​ເຂົ້າຮ່ວມ​ນຳ​ນັ້ນ ຈະທຳ​ການ​ຝຶກ​ຊ້ອມ​ກ່ຽວ​ກັບ​ການ ບັງຄັບ​ໃຫ້​ເຮືອບິນ
ລຳ​ນຶ່ງທີ່ບັນທຸກ​ວັດ​ຖຸທີ່​ມີ​ກຳ​ມັນ​ຕະພາບ​ລັງສີ ບິນ​ລ່ວງ​ລໍ້າ​ເຂົ້າ ​ໄປ​ໃນ​ເຂດ​ອາກາດ​ຂອງ​ຍີ່ປຸ່ນ
ລົງ​ຈອດ​ແລະ​ທຳ​ການ​ກວດກາ.

ການ​ຊ້ອມ​ລົບ​ທາງ​ອາກາ​ດ​ເປັນ​ເວລາ​ສາມ​ວັນ ຈະ​ສີ້​ນສຸດ​ລົງ​ໃນ​ວັນ​ພະຫັດມື້ອື່ນ ​ແລະ​ຈະມີ​
ຖານ​ປະຕິບັດ​ງານ ​ຢູ່ທີ່ຖານ​ທັບອາກາດ Chitose ໃນເກາະ​ Hok-kaido ຊຶ່ງ​ຕັ້ງຢູ່ເໜືອ​
ສຸດຂອງຍີ່ປຸ່ນ.

ການ​ຊ້ອມ​ລົບ​ດັ່ງກ່າວ​ນີ້​ ແມ່ນເປັນ​ພາກ​ສ່ວນນຶ່ງຂອງ​ຂໍ້​ລິ​ເລີ່​ມການ​ຮັກສາ​ຄວາມ ປອດ​ໄພ
ປ້ອງກັນ​ການ​ແຜ່ຜາຍ​ອາວຸດ​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ​ພາຍ​ໃຕ້​ການ​ນຳພາ ຂອງ​ສະຫະລັດ
ຊຶ່ງ​ມີ​ຈຸດປະສົງ​ແນ​ໃສ່​ເພື່ອ​ຍຸຕິ​ການ​ລັກລອບ​ຄ້າຂາຍ​ອາວຸດ​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ​ນັ້ນ.
​ບັນດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍ ​ໄດ້​ພາກັນທໍາ​ການຊ້ອມລົບທາງທະ​ຫານມາ​ເປັນ​ລໍາດັບເມື່ອ
ມໍ່ໆ​ມາ​ນີ້ຊຶ່ງພວກ​ນັກວິເຄາະ​ເວົ້າ​ວ່າ ເພື່ອ​ເປັນ​ການ​ຮັບ​ມືກັບການທ້າ​ທາຍ​ເກາະ​ຜິດ​ທີ່​ມີ​ເພີ່​ມ
ຂຶ້ນ ​ໂດຍເກົາຫລີ​ເໜືອ ທີ່​ມີ​ອາວຸດ​ນິວ​ເຄລຍນັ້ນ.

XS
SM
MD
LG