ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຮລິຄອບເຕີ ສະຫະລັດ ຕົກຢູ່ເກາະ Okinawa ຂອງຍີ່ປຸ່ນ


ເຮືອບິນເຮລິຄອບເຕີຂອງກອງທັບອາກາດ ສະຫະລັດລໍານຶ່ງ ຕໍ່ສູ້ກັບໄຟໄໝ້ ຢູ່ບ່ອນທີ່ ເຮືອບິນເຮລິຄອບເຕີ CH-46 ຄັນນຶ່ງຕົກ ຢູ່ໃກ້ຄ້າຍທະຫານມາຣິນ Hanson ຂອງ
ສະຫະລັດ ທາງ​ພາກກາງເກາະ Okinawa ຂອງຍີ່ປຸ່ນ ໃນວັນທີ 5 ສິງຫາ 2013
ເຮືອບິນເຮລິຄອບເຕີຂອງກອງທັບອາກາດ ສະຫະລັດລໍານຶ່ງ ຕໍ່ສູ້ກັບໄຟໄໝ້ ຢູ່ບ່ອນທີ່ ເຮືອບິນເຮລິຄອບເຕີ CH-46 ຄັນນຶ່ງຕົກ ຢູ່ໃກ້ຄ້າຍທະຫານມາຣິນ Hanson ຂອງ ສະຫະລັດ ທາງ​ພາກກາງເກາະ Okinawa ຂອງຍີ່ປຸ່ນ ໃນວັນທີ 5 ສິງຫາ 2013
ເຈົ້າໜ້າທີ່ສະຫະລັດ ແລະຍີ່ປຸ່ນເວົ້າວ່າ ເຮືອບິນເຮລິຄອບເຕີ
ຂອງກອງທັບອາກາດສະຫະລັດລໍານຶ່ງ ຕົກຢູ່ໃນໝູ່ເກາະ
Okinawa ຢູ່ທາງພາກໃຕ້ ຂອງຍີ່ປຸ່ນ.

ພວກເຈົ້າໜ້າທີ່ເວົ້າອີກວ່າ ເຫດເຮືອບິນຕົກໄດ້ເກີດຂຶ້ນໃນຕອນ
ບ່າຍວັນຈັນມື້ນີ້ ຕາມເວລາທ້ອງຖິ່ນ ​ເວລາ​ທຳການຝຶກອົບຮົມ
ຢູ່ພາກພື້ນດິນບັ້ນນຶ່ງ ຢູ່ໃກ້ຄ້າຍທະຫານມາຣິນ Hanson ຂອງ
ສະຫະລັດທາງ​ພາກກາງເກາະ Okinawa.

ພາບຖ່າຍທາງວີດິໂອ ສະແດງໃຫ້ເຫັນວ່າ ມີຄວັນອອກມາຈາກບ່ອນທີ່ມີ ໄຟໄໝ້ຢູ່ໃນເຂດ
ປ່າແຫ່ງນຶ່ງ.

ບໍ່ມີຂໍ້ມູນໃດໆ ກ່ຽວກັບຈໍານວນຄົນໄດ້ຮັບບາດເຈັບແລະເສຍຊີວິດ ຢູ່ໃນເຮືອບິນລໍາດັ່ງກ່າວທາງພາກພື້ນດິນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG