ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ມີນໍ້າພິດ ຮົ່ວໄຫຼອີກ ທີ່ໂຮງໄຟຟ້າ ນິວເຄລຍ Fukushima (ສະ​ໄລ​ດ໌/ວີດີໂອ)


ຖັງເກັບນໍ້າ ທີ່ມີກຳມັນຕະພາບລັງສີ ທີ່ໂຮງໄຟຟ້າ Fukushima (20 ສິງຫາ 2013)
ຜູ້ຄວບຄຸມໂຮງໄຟຟ້ານິວເຄລຍ Fukushima ທີ່ໄດ້ຮັບຄວາມ
ເສຍຫາຍ ຍ້ອນຄື້ນຟອງໃຫຍ່ຊຸນາມິ ຂອງຍີ່ປຸ່ນ ກຳລັງຂໍຂະມາ
ໂທດ ໃນການຮົ່ວໄຫລອອກມາໃສ່ນ້ຳຂ ອງກຳມັນຕະພາບລັງສີ
ອີກຄັ້ງໃໝ່ ທີ່ຍີ່ປຸ່ນນັ້ນ.

ບໍລິສັດໄຟຟ້າກຸງໂຕກຽວ ກ່າວໃນວັນພະຫັດມື້ນີ້ວ່າ ປະມານ
430 ລິດຂອງນໍ້າທີ່ມີກຳມັນຕະພາບລັງສີໄດ້ຮົ່ວໄຫລອອກມາ ຊຶ່ງມີທ່າທາງວ່າຈະລົງສູ່ມະຫາສະມາປາຊີຟິກເວລາພວກຄົນ
ງານເຕີມນໍ້າລົ້ນໂພດ.

ບໍລິສັດໄຟຟ້າກຸງໂຕກຽວເວົ້າວ່າ ຕົນຖືກກົດດັນໃຫ້ເຕີມຖັງນ້ຳ
ໃຫ້ສູງເທົ່າທີ່ເປັນໄປໄດ້ເພື່ອຮັບມືກັບປະລິມານນ້ຳຝົນທີ່ຫຼວງຫຼາຍຈາກລົມໄຕ້ຟຸ່ນທີ່ເກີດ ຂຶ້ນໃນຫວ່າງໄວໆມານີ້.



ຖັງນີ້ບໍ່ມີເຄື່ອງວັດແທກ ແລະໄດ້ສ້າງຂຶ້ນໃສ່ໜ້າດິນທີ່ບໍ່ພຽງກັນ. ຖັງນີ້ແມ່ນນຶ່ງໃນບັນດາ ຖັງປະມານ 1 ພັນໜ່ວຍທີ່ສ້າງຂຶ້ນຢ່າງຟ້າວຟັ່ງເພື່ອໃຊ້ໄວ້ບັນຈຸນ້ຳທີ່ເປັນພິດທີ່ໃຊ້ເພື່ອ ເຮັດໃຫ້ເຕົາປະຕິກອນໄຟຟ້ານິວເຄລຍເຢັນລົງ ໃນໂຮງໄຟຟ້າທີ່ໄດ້ຮັບຄວາມເສຍຫາຍ ຈາກໄພແຜ່ນດິນໄຫວແລະຄື້ນຟອງຊຸນະມິໃນປີ 2011 ນັ້ນ.

ໃນເດືອນສິງຫາຜ່ານມາ ບໍລິສັດ TEPCO ກ່າວວ່າ ນ້ຳທີ່ມີກຳມັນຕະພາບລັງສີປະມານ 300 ໂຕນໄດ້ຮົ່ວໄຫຼອອກມາຈາກຖັງນຶ່ງຊຶ່ງນ້ຳສ່ວນຫຼາຍໄຫລອອກໄປໃສ່ມະຫາສະມຸດ.

ນອກນັ້ນ ທາງບໍລິສັດຍັງໄດ້ຮັບຮູ້ເຊັ່ນກັນວ່າ ນ້ຳທີ່ເປັນພິດໃນໃນພື້ນດິນໃ ນປະລິມານ
ຫຼາຍຮ້ອຍໂຕນກຳລັງຮົ່ວຊຶມໄປຫາມະຫາສະມຸດໃນທຸກໆມື້. ເຫດການດັ່ງກ່າວນີ້ໄດ້ພາ ໃຫ້ມີການຕັ້ງຄຳຖາມເຖິງຄວາມສາມາດຂອງບໍລິສັດ TEPCO ເພື່ອທຳຄວາມພະຍາ ຍາມໃນການທຳຄວາມສະອາດນ້ຳທີ່ເປັນພິດທີ່ວ່ານີ້.

ນອກນັ້ນເຫດການດັ່ງຍັງໄດ້ກະຕຸ້ນເຊັ່ນກັນໃຫ້ລັດຖະບານຍີ່ປຸ່ນເພີ່ມການພົວພັນຂອງ ຕົນຫຼາຍຂຶ້ນໃນການປົດການຄວບຄຸມໃນໂຮງໄຟຟ້າດັ່ງກ່າວຊຶ່ງເປັນຂັ້ນຕອນທີ່ສາມາດ ໃຊ້ເວລາ ເປັນຫຼາຍທົດສະວັດໄດ້.

Another Toxic Leak Reported at Japan's Fukushima Nuclear Plant
please wait

No media source currently available

0:00 0:01:06 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG