ລັດຖະບານຍີ່ປຸ່ນ ກໍາລັງເພີ້ມການດໍາເນີນຄວາມພະຍາຍາມ
ຂອງຕົນຂຶ້ນ ເພື່ອຊ່ວຍໂຮງໄຟຟ້ານີວເຄລຍ Fukushima
ທີ່ມີບັນຫານັ້ນ ຮັບມືກັບການຮົ່ວໄຫລຂອງນໍ້າທີ່ມີກຳມັນຕະ
ພາບລັງສີ.
ໃນວັນພຸດມື້ນີ້ ນາຍົກລັດຖະມົນຕີ Shinzo Abe ໄດ້ຊີ້ນໍາລັດ
ຖະບານຂອງທ່ານ ໃຫ້ເອົາບົດບາດເພີ້ມຂຶ້ນ ໃນການຊ່ວຍບໍລິ
ສັດພະລັງງານໄຟຟ້າໂຕກຽວ ຫລື TEPCO ຮັບມືກັບບັນຫາ
ທີ່ທ່ານເວົ້າວ່າ “ຮີບດ່ວນ. ນັ້ນ” ທ່ານກ່າວຕື່ມວ່າ:
“ຄວາມໝັ້ນຄົງຂອງໂຮງໄຟຟ້າ Fukushima ເປັນສິ່ງ
ທ້າທາຍຕໍ່ພວກເຮົາ. ຕົວຈິງ ກໍຄື ນໍ້າທີ່ມີກຳມັນຕະພາບລັງສີ ແມ່ນເປັນບັນຫາ
ຮີບດ່ວນ ທີ່ໄດ້ເຮັດໃຫ້ມີຄວາມສົນໃຈຢ່າງ ໃຫຍ່ຫລວງຈາກປວງຊົນ. ສິ່ງນີ້ບໍ່
ແມ່ນບັນຫາທີ່ພວກເຮົາສາມາດປ່ອຍໃຫ້ TEPCO ຮັບຜິດຊອບເອົາທັງໝົດ ແລະພວກເຮົາຈະຕ້ອງຮັບມືກັບບັນຫາດັ່ງກ່າວໃນລະດັບຊາດ.”
ທ່ານ Abe ເວົ້າວ່າ ທ່ານໄດ້ໃຫ້ຄໍາແນະນໍາແກ່ລັດຖະມົນຕີກະຊວງເສດຖະກິດ, ກະຊວງ
ການຄ້າ ແລະອຸດສະຫະກໍາ ໃຫ້ຊຸກຍູ້ TEPCO ແກ້ໄຂບັນຫາການຮົ່ວໄຫລດັ່ງກ່າວຢ່າງ
ວ່ອງໄວ ຕະຫລອດທັງໃຫ້ມີຍຸດທະສາດຂອງຕົນໃນການຮັບມືກັບບັນຫາທີ່ວ່ານີ້.
ເບິ່ງວີດິໂອກ່ຽວກັບຂ່າວນີ້:
ພວກຄົນງານ ກໍາລັງປະເຊີນກັບຄວາມຫຍຸ້ງຍາກ ໃນການປ້ອງກັນບໍ່ໃຫ້ນໍ້າທີ່ມີກຳມັນຕະ
ພາບລັງສີ ຮົ່ວໄຫລອອກຈາກຖັງທີ່ສ້າງພິເສດຢູ່ໃຕ້ດິນ, ໄປຫາມະຫາສະມຸດ. ສ່ວນ TEPCO ກໍຍອມຮັບວ່າ ນໍ້າຈໍານວນນຶ່ງ ທີ່ໃຊ້ເພື່ອເຮັດຄວາມເຢັນໃຫ້ແກ່ເຕົາແຍກນິວ ເຄລັຍ ທີ່ເປ່ເພນັ້ນ ໄດ້ຮົ່ວອອກໄປຂ້າງນອກຂອງໂຮງງານແລ້ວ.
ລັດຖະບານໄດ້ເປີດເຜີຍໃນວັນພຸດມື້ນີ້ວ່າ ຕົນເຊື່ອວ່າໂຮງໄຟຟ້າ Fukushima ມີນໍ້າທີ່
ມີກຳມັນຕະພາບລັງສີຢ່າງໜ້ອຍ 300 ໂຕນ ໄດ້ຮົ່ວໄຫຼໃນທຸກໆມື້ ອອກໄປໃສ່ມະຫາສະມຸດ.
ປະມວນພາບກ່ຽວກັບໂຮງໄຟຟ້ານີວເຄລຍ Fukushima: